• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ອີ​ຢິບ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ

ໃນ​ການ​ເຮັດ​ວຽກ​, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ຄັ້ງ​ທີ 6 ຄະ​ນະ​ກຳ​ມະ​ການ​ປະ​ສົມ ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ, ຄາດ​ວ່າ ຈະ​ຈັດ​ຂຶ້ນ​ຢູ່ ອີ​ຢິບ ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ.
  ທ່ານນາງ Samar Al – Ahdal ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຢິບ ຮັບ​ຜິດ​ຊອບ​ການ​ຮ່ວມ​ມື​ສາ​ກົນ ໄດ້​ເຮັດ​ວຽກ​ກັບ​ທ່ານ ຫງວຽນ​ນາມ​ເຢືອງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຢິບ (ພາບ: ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຢິບ)  

ວັນ​ທີ 04 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຢິບ, ການ​ຮ່ວມ​ມື​ສາ​ກົນ ແລະ ຊາວ ອີ​ຢິບ ອາ​ໄສ ຢູ່​ຕ່າງ​ປະ​ເທດ, ທ່ານນາງ Samar Al – Ahdal ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຢິບ ຮັບ​ຜິດ​ຊອບ​ການ​ຮ່ວມ​ມື​ສາ​ກົນ ໄດ້​ເຮັດ​ວຽກ​ກັບ​ທ່ານ ຫງວຽນ​ນາມ​ເຢືອງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຢິບ ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ທີ່​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ເດືອນ ສິງ​ຫາ 2025.

ໃນ​ການ​ເຮັດ​ວຽກ​, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ຄັ້ງ​ທີ 6 ຄະ​ນະ​ກຳ​ມະ​ການ​ປະ​ສົມ ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ, ຄາດ​ວ່າ ຈະ​ຈັດ​ຂຶ້ນ​ຢູ່ ອີ​ຢິບ ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ. ຝ່າຍ ອີ​ຢິບ ຫວັງ​ວ່າ ກອງ​ປະ​ຊຸມ​ດັ່ງ​ກ່າວ ຈະ​ຊຸກ​ຍູ້​ບັນ​ດາ​ທິດ​ທາງ​ການ​ຮ່ວມ​ມື​ໃໝ່​ໃນຫຼາຍ​ດ້ານ, ເຊັ່ນ: ການ​ທູດ, ການ​ຄ້າ, ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ, ວິ​ທະ​ຍ​າ​ສາດ​ເຕັກ​ໂນ​ໂລ​ຢີ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ສື່ມວນ​ຊົນ...

ກ່ຽວ​ກັບ​ຝ່າຍ ຫວຽດ​ນາມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ນາມ​ເຢືອງ ເນັ້ນ​ໜັກ​ວ່າ ເລື່ອງ​ສ້າງ​ຕັ້ງ​ໂຄງ​ການ​ເຄື່ອນ​ໄຫວ ແມ່ນ​ບາດ​ກ້າວ​ເດີນ​ອັນ​ແທດຈິງ ແນ​ໃສ່​ຫັນຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ອີ​ຢິບ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ໃນ​ໄລ​ຍະ​ຜ່ານ​ມາ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽ​ວ​ຂ້ອງ ໄດ້​ຮັກ​ສາ​ການ​ແລກ​ປ່ຽນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ອີ​ຢິບ ເປັນ​ປະ​ຈຳ ແນ​ໃສ່​ຕົກ​ລົງ​ເປັນ​ເອ​ກະ​ພາບ​ບັນ​ດາ​ເນື້ອ​ໃນ​ເຮັດ​ວຽກ. ແລະ ບັນ​ດາ​ວຽກ​ງານ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ, ລວມ​ມີ​ທັງ​ວິ​ວັດ​ທະ​ນາ​ການ​ຄົ້ນ​ຄວ້າ​ຄວາມ​ເປັນ​ໄປ​ໄດ້ ກ່ຽວ​ກັບ​ຄວາມ​ສາ​ມາດ​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ​ສອງ​ປະ​ເທດ.

(ແຫຼ່ງຄັດຈາກ VOV)

SPIEF 29: ຫວຽດ​ນາມ ສະ​ເໜີ 3 ການກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື​ໃໝ່

SPIEF 29: ຫວຽດ​ນາມ ສະ​ເໜີ 3 ການກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື​ໃໝ່

ໃນ​ລະ​ຫວ່າງວັນ​ທີ 04 – 06 ມິ​ຖຸ​ນາ, ໃນ​ຂອບ​ເຂດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ Saint Petersburg (SPIEF 29), ທ່ານ ຟ້າມ​ຢາ​ຕຸກ ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽ​ດ​ນາມ ດຳ​ເນີນຫຼາຍ​ການ​ເຄື່ອນ​ໄຫວ​ຂັ້ນ​ສູງ.

Top