ໃນຕະຫຼອດໄລຍະປະຕິວັດ, ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປະຊາຊົນລາວບັນດາເຜົ່າຍາດເອົາເອກະລາດ, ປົດປ່ອຍຊາດ, ເປີດເສັ້ນທາງພັດທະນາໃຫ້ແກ່ປະເທດຊາດເທື່ອລະກ້າວ. ໃນຕະຫຼອດ 70 ປີຜ່ານມາ, ພັກປະຊາຊົນປະຕິວັດ ລາວ ໄດ້ຄົ້ນຄວ້າ, ຊອກຫາແນວທາງທີ່ເໝາສົມກັບສະພາບການຕົວຈິງຂອງປະເທດຊາດໃນແຕ່ລະໄລຍະລະອຽດ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ (ພາບ: TTXVN)
ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ວັນທີ 22 ມີນາ 1955 – 22 ມີນາ 2025), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ຢັ້ງຢືນວ່າ ພັກປະຊາຊົນປະຕິວັດ ລາວ ໄດ້ຮັບການສ້າງຕັ້ງຂຶ້ນນັ້ນ ແມ່ນຂີດໝາຍແກ່ບາດລ້ຽວທີ່ສຳຄັນໃນປະຫວັດສາດປະຕິວັດຂອງປະເທດຊາດ. ໃນຕະຫຼອດໄລຍະປະຕິວັດ, ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປະຊາຊົນລາວບັນດາເຜົ່າຍາດເອົາເອກະລາດ, ປົດປ່ອຍຊາດ, ເປີດເສັ້ນທາງພັດທະນາໃຫ້ແກ່ປະເທດຊາດເທື່ອລະກ້າວ. ໃນຕະຫຼອດ 70 ປີຜ່ານມາ, ພັກປະຊາຊົນປະຕິວັດ ລາວ ໄດ້ຄົ້ນຄວ້າ, ຊອກຫາແນວທາງທີ່ເໝາສົມກັບສະພາບການຕົວຈິງຂອງປະເທດຊາດໃນແຕ່ລະໄລຍະລະອຽດ.
ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນກິດຈະການປ່ຽນແປງໃໝ່ຢູ່ ລາວ ຢ່າງແຮງ ແລະ ເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນ ລາວ ຈະສືບຕໍ່ຍາດໄດ້ຫຼາຍຜົນງານໃໝ່, ຍິ່ງໃຫຍ່ກວ່າອີກໃນກິດຈະການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວ ຢ່າງມີໄຊ, ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ມຸ່ງໄປເຖິງການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດ ລາວ ຄັ້ງທີ XII ໃນຕົ້ນປີ 2026 ຢ່າງຈົບງາມ; ສ້າງປະເທດຊາດ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມເປົ້າໝາຍສັງຄົມນິຍົມຢ່າງສຳເລັດຜົນ.
(ແຫຼ່ງຄັດຈາກ VOV)