• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ລົງ​ນາມ​​ສັນ​ຍາ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ໃຊ້​ຊີ​ວະ​ນາໆ​ພັນ​ແບບ​ຍືນ​ຍົງ​ຢູ່​ທະ​ເລ ນອນ​ຢູ່ນອກ​ສິດ​ອຳ​ນາດ​ສານ​ແຫ່ງ​ຊາດ

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດ ທີ່ລົງນາມສັນຍາສະບັບນີ້ ເຊິ່ງສົ່ງສານຢ່າງແຮງກ່ຽວກັບເລື່ອງ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ລົງນາມ ສັນຍາ (ພາບ: VGP)

ໃນຂອບເຂດການເຄື່ອນໄຫວຂອງສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 78, ວັນທີ 20 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ນິວຢອກ, ອາເມລິກາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ລົງນາມ ສັນຍາ ວ່າດ້ວຍການອະນຸລັກຮັກສາ ແລະ ນຳໃຊ້ຊີວະນາໆພັນແບບຍືນຍົງຢູ່ເຂດທະເລນອນຢູ່ນອກສິດອຳນາດສານແຫ່ງຊາດ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດ ທີ່ລົງນາມສັນຍາສະບັບນີ້ ເຊິ່ງສົ່ງສານຢ່າງແຮງກ່ຽວກັບເລື່ອງ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດໃນໂລກແກ້ໄຂບັນດາບັນຫາທົ່ວໂລກ, ປະກອບສ່ວນເຂົ້າໃນສັນຕິພາບ, ວັດທະນາຖາວອນ ແລະ ການພັດທະນາແບບຍືນຍົງ. ການຮັບຮອງເອົາ ແລະ ເຊັນສັນຍາສະບັບນີ້ແມ່ນຂີດໝາຍປະຫວັດສາດ ໃນຄວາມມານະພະຍາຍາມຂອງປະຊາຄົມສາກົນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມທະເລ, ໃນສະພາບການປະຕິບັດໂຄງການດຳເນີນງານ 2030, ພິເສດແມ່ນເປົ້າໝາຍພັດທະນາແບບຍືນຍົງ ເລກທີ 14 ກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ທະເລ ແລະ ຊັບພະຍາກອນທະເລແບບຍືນຍົງ. ນີ້ແມ່ນສົນທິສັນຍາສະບັບທີ 3 ທີ່ໄດ້ຮັບການເຈລະຈາ ແລະ ລົງນາມໃນຂອບເຂດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ຢັ້ງຢືນຄືນໃໝ່ບົດບາດ, ລະດັບຄວາມສຳຄັນຂອງສັນຍາ ດ້ວຍຖານະແມ່ນກອບນິຕິກຳ ໃຫ້ແກ່ທຸກການເຄື່ອນໄຫວຢູ່ທະເລ ແລະ ມະຫາສະໝຸດ. ສັນຍາຈະມີຜົນສັກສິດພາຍຫຼັງທີ່ມີ 60 ປະເທດໃຫ້ສັດຕະຍາບັນ, ອະນຸມັດ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top