• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ນອນ​ໃນ​ກຸ່ມ​ແຖວ​ໜ້າ​ອາ​ຊີ​ກ່ຽວ​ກັບ​ການ​ລົງ​ທຶນ​ພື້​ນ​ຖານ​ໂຄງ​ລ່າງ

ໃນຂອບເຂດ “ສັບປະດາຍືນຍົງ” (15 – 19 ເມສາ), ວັນທີ 18 ເມສາ ຢູ່ນິວຢອກ, ອາເມລິກາ, ສະມັດຊາໃຫຍ່ ສປຊ ໄດ້ຈັດວາລະປຶກສາຫາລື ຂັ້ນສູງກ່ຽວກັບ ການຊຸກຍູ້ການພັດທະນາແບບຍືນຍົງຜ່ານການເຊື່ອມຕໍ່ພື້ນຖານໂຄງລ່າງ.
ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ດັັ້ງຮ່ວາງຢາງ (ພາບ: TTXVN)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ດັັ້ງຮ່ວາງຢາງ ໄດ້ຢັ້ງຢືນວ່າ ການຊຸກຍູ້ການເຊື່ອມຕໍ່ລະຫວ່າງ ບັນດາປະເທດ ແມ່ນມີຄວາມຈຳເປັນເພື່ອພັດທະນາເສດຖະກິດ, ສ້າງວຽກເຮັດງານທຳ, ຮັບປະກັນປະສິດທິຜົນ ຂອງລະບົບສະໜອງ ແລະ ເພີ່ມທະວີຄວາມຍືນຍົງ. ການສ້າງລະບົບພື້ນຖານໂຄງລ່າງທັນສະໄໝ ແລະ ຄົບຊຸດແມ່ນໜຶ່ງ ໃນ ສາມບຸກທະລຸຍຸດທະສາດຂອງ ລັດຖະບານ ຫວຽດນາມ ເພື່ອພັດທະນາແບບຍືນຍົງ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດແຖວໜ້າ ອາຊີ ກ່ຽວກັບການລົງທຶນໃຫ້ແກ່ພື້ນຖານໂຄງລ່າງ, ຫວຽດນາມ ໄດ້ສະຫງວນ 5,7% ຍອດຜະລິດຕະພັນພາຍໃນປະເທດ (GDP) ໃຫ້ແກ່ບັນດາໂຄງການໃນຂົງເຂດນີ້. ພ້ອມກັນນັ້ນ, ຫວຽດນາມ ກໍ່ສືບຕໍ່ພັດທະນາການເຊື່ອມຕໍ່ພື້ນຖານໂຄງລ່າງກັບບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນມີລາວ, ຜ່ານນັ້ນກໍ່ຊຸກຍູ້ການເຊື່ອມຕໍ່ພາກພື້ນ ແລະ ລະຫວ່າງ ພາກພື້ນ. ລັດຖະບານ ຫວຽດນາມ ສືບຕໍ່ໃຫ້ບຸລິມະສິດພັດທະນາພື້ນຖານໂຄງລ່າງແບບຍືນຍົງຜ່ານການລົງທຶນ ເຂົ້າຂົງເຂດພະລັງງານທົດແທນ, ລະບົບຄົມມະນາຄົມສີຂຽວ, ກໍ່ຄືການສົ່ງເສີມການຜະລິດ ແລະ ນຳໃຊ້ບັນດາພາຫະນະສາທາລະນະ ແລ່ນດ້ວຍໄຟຟ້າ.

(ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອາ​ເມ​ລິ​ກາ ຮຽກ​ຮ້ອງ ຮາ​ມາດ​ສ ຍອມ​ຮັບ​ຂໍ້​ຕ​ົກ​ລົງ​ຢຸດ​ຍິງ, ຄັດ​ຄ້ານ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ Rafah

ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອາ​ເມ​ລິ​ກາ ຮຽກ​ຮ້ອງ ຮາ​ມາດ​ສ ຍອມ​ຮັບ​ຂໍ້​ຕ​ົກ​ລົງ​ຢຸດ​ຍິງ, ຄັດ​ຄ້ານ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ Rafah

ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ເນັ້ນໜັກວ່າ ເລື່ອງປ່ອຍຕົວປະກັນແມ່ນ “ເນື້ອໃນຈຸດສຸມຂອງທຸກວຽກງານ ເຊິ່ງ ອາເມລິກາ ພວມພະຍາຍາມປະຕິບັດ”.

Top