• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍາມ​ໃດ​ກໍ່​ສະ​ຫງວນ​ນ້ຳ​ໃຈຄວາມ​ຮັກ​ແພງ​ແບບ​ພິ​ເສດ ແລະ ໃຫ້​ບຸ​ລິ​ມະ​ສິດ​ສູງ​​ສຸດ​ຕໍ່​ລາວ

ພັກ, ລັດ, ປະຊາຊົນ ຫວຽດນາມ ຍາມໃດກໍ່ສະຫງວນນ້ຳໃຈແບບພິເສດ ແລະ ໃຫ້ບຸລິມະສິດສູງທີ່ສຸດ, ປະຕິບັດຈົນສຸດຄວາມສາມາດຂອງຕົນ, ເພີ່ມພູນຄູນສ້າງ, ເພີ່ມທະວີນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ລາວ.
ຄະນະປະຕິບັດງານຂອງ ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ ອວຍພອນ 48 ປີແຫ່ງວັນສາຖາປະນາ ປະເທດ ສປປ.ລາວ ຢູ່ແຂວງ ອັດຕະປື (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີ ວັນສະຖາປະນາ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ (2/12/1975 – 2/12/2023), ແຕ່ວັນທີ 21 – 29 ພະຈິກ, ຄະນະປະຕິບັດງານຂອງ ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ ໂດຍທ່ານ ຫງວຽນວັນຈຸງ ກົງສູນໃຫຍ່ ນຳໜ້າ, ໄດ້ມາຢ້ຽມຢາມ ແລະ ອວຍພອນຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ 4 ແຂວງພາກໃຕ້ ລາວ (ຈຳປາສັກ, ອັດຕະປື, ເຊກອງ, ສາລາວັນ). ທີ່ການພົບປະ, ທ່ານ ຫງວຽນວັນຈຸງ ໄດ້ຫວນຄືນບັນດາໝາກຜົນພົ້ນເດັ່ນເຊິ່ງ ສະຖານກົງສູນໃຫຍ່ ແລະ ອຳນາດການປົກຄອງ 4 ແຂວງພາກໃຕ້ ລາວ ໄດ້ຈັດຕັ້ງປະຕິບັດໃນປີ 2023 ດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບູນ, ສະແດງໃຫ້ເຫັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ. ທ່ານ ກົງສູນໃຫຍ່ ກໍ່ ເນັ້ນໜັກວ່າ ພັກ, ລັດ, ປະຊາຊົນ ຫວຽດນາມ ຍາມໃດກໍ່ສະຫງວນນ້ຳໃຈແບບພິເສດ ແລະ ໃຫ້ບຸລິມະສິດສູງທີ່ສຸດ, ປະຕິບັດຈົນສຸດຄວາມສາມາດຂອງຕົນ, ເພີ່ມພູນຄູນສ້າງ, ເພີ່ມທະວີນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ລາວ.

ສ່ວນການນຳ 4 ແຂວງ ພາກໃຕ້ ລາວ ໄດ້ຢັ້ງຢືນຈະສືບຕໍ່ສົມທົບກັບສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ ຢ່າງແໜ້ນແຟ້ນ ໃນການຜັນຂະຫຍາຍບັນດາເນື້ອໃນວຽກງານໃນໄລຍະຈະມາເຖິງ, ຜ່ານນັ້ນ ກໍ່ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບແບບພິເສດ ລະຫວ່າງສອງປະເທດ ລາວ - ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top