• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍາດ​ໄດ້ 201 ຫຼຽນ​ໃນ​ງານ​ແຂ່ງ​ຂັນ ASEAN Para Games 2023

ຄະນະນັກກິລາ ຫວຽດນາມ ຍາດໄດ້ທັງໝົດ 66 ຫຼຽນຄຳ, 58 ຫຼຽນເງິນ ແລະ 77 ຫຼຽນທອງ ແລະ ຢືນອັນດັບທີ 3 ທົ່ວຄະນະ, ຖັດຈາກ ໄທ ແລະ ອິນໂດເນເຊຍ
  (ພາບປະກອບ)  

ວັນທີ 9 ມິຖຸນາ, ຊື່ງແມ່ນມື້ສຸດທ້າຍໃນງານແຂ່ງຂັນ ASEAN Para Games 2023, ຄະນະນັກກິລາ ຫວຽດນາມ ຍາດໄດ້ 1 ຫຼຽນເງິນ ຂອງນັກກິລາຕີດອກປິກໄກ່ ຮ່ວາງທິຮົ່ງຖາວ. ນີ້ແມ່ນຫຼຽນທີ 201 ແລະ ກໍ່ແມ່ນຫຼຽນສຸດທ້າຍຢູ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ASEAN Para Games 2023 ຈັດຂຶ້ນຢູ່ ກຳປູເຈຍ.

ຄະນະນັກກິລາ ຫວຽດນາມ ຍາດໄດ້ທັງໝົດ 66 ຫຼຽນຄຳ, 58 ຫຼຽນເງິນ ແລະ 77 ຫຼຽນທອງ ແລະ ຢືນອັນດັບທີ 3 ທົ່ວຄະນະ, ຖັດຈາກ ໄທ ແລະ ອິນໂດເນເຊຍ.

ASEAN Para Games 12-2023   ໄດ້ດຳເນີນແຕ່ວັນທີ 3-9 ມິຖຸນາຢູ່ ກຳປູເຈຍ ຊື່ງໄດ້ດິງດູດນັກກິລາກ່ວາ 1400 ຄົນ ທີ່ມາຈາກ 11 ປະເທດ ແລະ ໄດ້ທຳການແຂ່ງຂັນໃນກິລາ 14 ປະເພດ. ຄະນະນັກກິລາ ຫວຽດນາມ ມີນັກກິລາ 120 ຄົນເຂົ້າຮ່ວມ ແລະທຳການແຂ່ງຂັນໃນກິລາ 8 ປະເພດ.

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top