• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ, ໂຮນລັງ, ອາເມລິກາ ຮ່ວມມືພັດທະນາພະລັງງານທົດແທນ, ການຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ

ຕອນບ່າຍວັນທີ 31 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກໂຮນລັງ ປະຈຳ ຫວຽດນາມ Kees van Baar, ແລະ ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Evans Knapper.
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ Marc Evans Knapper

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກໂຮນລັງ ປະຈຳ ຫວຽດນາມ Kees van Baar, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ຖືວ່າ: ຫວຽດນາມ ແລະ ໂຮນລັງ ແມ່ນຄູ່ຮ່ວມມືຍຸດທະສາດໃນການປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງນ້ຳ. ກະສິກຳແບບຍືນຍົງ, ຄ້ຳປະກັນສະບຽງອາຫານ. ດ້ວຍການສະໜັບສະໜູນຂອງບັນດາຄູ່ຮ່ວມມື ໂຮນລັງ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຂໍ້ຕົກລົງວາງແຜນຜັງເຂດທົ່ງພຽງແມ່ນ້ຳຂອງຕອນພາກໃຕ້ຫວຽດນາມ ໄລຍະ 2021 – 2030, ວິໄສທັດຮອດປີ 2050.

     ສ່ວນທ່ານເອກອັກຄະລັດຖະທູດ Kees van Baar ໃຫ້ຮູ້ວ່າ, ຫວຽດນາມ ແລະ ໂຮນລັງ ມີທ່າແຮງບົ່ມຊ້ອນອັນໃຫຍ່ຫຼວງໃນບັນດາຂົງເຂດໃໝ່ຄື: ພະລັງງານທົດແທນ, ສ້າງຕັ້ງຕະຫຼາດກາກບອນ ແລະ ອື່ນໆ, ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ໂຮນລັງ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ໃຫ້ຄຳປຶກສາດ້ານວິຊາການກ່ຽວກັບການສ້າງນະໂຍບາຍ; ບໍລິຫານ, ຖ່າຍທອດເຕັກໂນໂລຊີ, ລະດົມແຫຼ່ງການເງິນສີຂຽວໃຫ້ແກ່ແຜນການຫັນປ່ຽນພະລັງງານຍຸດຕິທຳຂອງຫວຽດນາມ.

  ແລະກໍ່ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Evans Knapper, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໃຫ້ຮູ້ວ່າ: ການພົວພັນຮ່ວມມື ຫວຽດນາມ - ອາເມລິກາ ນັບມື້ນັບສະໜິດແໜ້ນດ້ວຍການຜັນຂະຫຍາຍບັນດາມາດຕະການແກ້ໄຂສັງລວມ ກ່ຽວກັບການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ. ການແກ້ໄຂຜົນຮ້າຍຢ່ອນຫຼັງຈາກ ມົນລະພິດທາດພິດສີສົ້ມ (dioxin), ຂໍ້ຕົກລົງຮ່ວມມືສໍາລັບການຫັນປ່ຽນພະລັງງານໂດຍຍຸຕິທຳ (JETP) ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງເປັນສູນ (net zero)

      ສ່ວນທ່ານເອກອັກຄະລັດຖະທູດ Marc Evans Knapper ໃຫ້ຮູ້ວ່າ: ອາເມລິກາ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການປະຕິບັດ JETP, net zero ຜ່ານການແບ່ງປັນ ແລະ ມອບໂອນເຕັກໂນໂລຢີ, ແຫຼ່ງການເງິນ, ການບໍລິຫານ ແລະ ເຕັກນິກ... ໃຫ້ບັນດາໂຄງການພະລັງງານທົດແທນ ດ້ວຍການເຂົ້າຮ່ວມຂອງ ບັນດາວິສາຫະກິດອາເມລິກາ. ບັນດາອົງການຄູ່ຮ່ວມມືຂອງອາເມລິກາ ສືບຕໍ່ຊຸກຍູ້ບັນດາໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນ, ເກັບກູ້ລະເບີດບໍ່ທັນແຕກ, ໜູນຊ່ວຍຄົນພິການ.

 

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top