ທ່ານຮອງລັດຖະມົນຕີ ຫວູຈຽນທັງ ໄດ້ເນັ້ນໜັກເຖິງ 3 ຈຸດສຸມຍຸດທະສາດ ອາຊຽນ ທີ່ຕ້ອງໄດ້ເອົາໃຈໃສ່ໃນໄລຍະຈະມາເຖິງ
ກອງປະຊຸມສະພາປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (ASCC) ຄັ້ງທີ 33 ໄດ້ຈັດຂຶ້ນໃນວັນທີ 24 ເມສາ, ຢູ່ ມາເລເຊຍ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງພາຍໃນ ຫວູຈຽນທັງ ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີ ຫວູຈຽນທັງ ໄດ້ເນັ້ນໜັກເຖິງ 3 ຈຸດສຸມຍຸດທະສາດ ອາຊຽນ ທີ່ຕ້ອງໄດ້ເອົາໃຈໃສ່ໃນໄລຍະຈະມາເຖິງ, ລວມມີ: ຄວາມສາມັກຄີ ແລະ ເສີມຂະຫຍາຍບົດບາດໃຈກາງຂອງປະຊາຊົນ; ເພີ່ມທະວີການເຊື່ອມຕໍ່ກັບວິທີເຂົ້າເຖິງທົ່ວປະຊາຄົມ ເພື່ອປະກອບສ່ວນຮັບປະກັນການສຳຜັດບັນດາໂອກາດດ້ວຍຄວາມຍຸຕິທຳໃຫ້ແກ່ທຸກໆຄົນ, ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ; ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອຜົນປະໂຫຍດລວມ; ແລະ ເອົາໃຈໃສ່ຕໍ່ວຽກງານໂຄສະນາໃຫ້ຫຼາຍກວ່າ, ພິເສດແມ່ນການຍົກສູງຄວາມຮັບຮູ້ ແລະ ສະຕິກ່ຽວກັບຄຸນຄ່າ ແລະ ຄວາມໝາຍຂອງ ອາຊຽນ ໃຫ້ແກ່ທຸກໆຄົນ.
ທີ່ກອງປະຊຸມ, ບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນໄດ້ອອກຖະແຫຼງການຮ່ວມ ແລະ ເຫັນດີຮັບຮອງເອົາກ່ຽວກັບຫຼັກການສຳລັບບັນດາເອກະສານທີ່ຈະຍື່ນສະເໜີຕໍ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 46 ເຊິ່ງຈະຈັດຂຶ້ນໃນເດືອນ ພຶດສະພາ ເພື່ອຮັບຮອງເອົາ.
(ແຫຼ່ງຄັດຈາກ VOV)