ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ໄດ້ຮຽກຮ້ອງໃຫ້ຂະບວນການບໍ່ຮ່ວມກຸ່ມຮັດແໜ້ນຄວາມສາມັກຄີ, ປ່ຽນແປງໃໝ່ວິທີການ, ຍົກສູງປະສິດທິຜົນການເຄື່ອນໄຫວ, ຊຸກຍູ້ການຮ່ວມມືໃຕ້-ໃຕ້.
“ເພີ່ມທະວີການຮ່ວມມືເພື່ອຄວາມວັດທະນາຖາວອນລວມທົ່ວໂລກ” ແມ່ນຫົວຂໍ້ຂອງກອງປະຊຸມລັດຖະມົນຕີຄັ້ງທີ 19 ຄະນະກຳມະການປະສານງານຂະບວນການບໍ່ຮ່ວມກຸ່ມ ທີ່ໄດ້ໄຂຂຶ້ນໃນວັນທີ 15 ຕຸລາ, ຢູ່ນະຄອນຫຼວງ Kampala ຂອງ Uganda. ທ່ານເອກອັກຄະລັດທູດ ຟ້າມຫາຍແອັງ, ຫົວໜ້າກົມບັນດາອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຫວຽດນາມ, ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ໄດ້ຮຽກຮ້ອງໃຫ້ຂະບວນການບໍ່ຮ່ວມກຸ່ມຮັດແໜ້ນຄວາມສາມັກຄີ, ປ່ຽນແປງໃໝ່ວິທີການ, ຍົກສູງປະສິດທິຜົນການເຄື່ອນໄຫວ, ຊຸກຍູ້ການຮ່ວມມືໃຕ້-ໃຕ້; ພ້ອມກັນນັ້ນ, ກໍ່ຕ້ອງມີຫຼັກໝັ້ນລວມໃນການຄຸ້ມຄອງທົ່ວໂລກ, ໂດຍສະເພາະແມ່ນການປະຕິຮູບສະຫະປະຊາຊາດ, ປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ, ການເຄື່ອນໄຫວເພື່ອດິນຟ້າອາກາດ, ການປະຕິຮູບລະບົບການຄ້າ - ການເງິນທົ່ວໂລກ ແລະ ການຄຸ້ມຄອງບັນດາເຕັກໂນໂລຊີຫາກໍ່ພົ້ນເດັ່ນ.
ກ່ຽວກັບບັນດາບັນຫາສາກົນ, ຫວຽດນາມ ຊົມເຊີຍຂໍ້ຕົກລົງລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ແນໃສ່ຢຸດຕິການປະທະກັນຢູ່ເຂດ ກາຊາ, ຮຽກຮ້ອງຕ້ອງເຄົາລົບຂໍ້ຕົກລົງ, ມຸ່ງໄປເຖິງມາດຕະການ 2 ລັດ ແລະ ສັນຕິພາບແບບຍືນຍົງຢູ່ພາກພື້ນ. ທ່ານ ຟ້າມຫາຍແອັງ ກໍ່ຢືນຢັນຄືນໃໝ່ການສະໜັບສະໜູນຕໍ່ປະຊາຊົນ ກຸຍບາ, ຮຽກຮ້ອງໃຫ້ຢຸດຕິການຂວ້ຳບາດຕ້ານ ກຸຍບາ.
(ແຫຼ່ງຄັດຈາກ VOV)