• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ຫວຽດນາມ ສົ່ງຜັກຫອມເຮືອດ ໄປຍັງຕະຫຼາດຍີ່ປຸ່ນ

ເປັນຜັກຫອມຊະນິດໜຶ່ງທີ່ນິຍົມໃຊ້ຮັບປະທານອາຫານ ປະຈຳວັນ ຂອງຊາວຍີ່ປຸ່ນ, ປະຈຸບັນ ຜັກຫອມເຮືອດຂຽວຂອງ ຫວຽດນາມ ໄດ້ສົ່ງອອກໄປສູ່ຕະຫຼາດຍີ່ປຸ່ນ ໂດຍບໍລິສັດຫຸ້ນສ່ວນ ຕັດຫຍິບ ໂຮ່ເກືອມ.  
ສຳລັບຊາວ ຍີ່ປຸ່ນ, ຜັກຫອມເຮືອດ ເປັນເຄື່ອງຫອມປຸງອາຫານ ຊະ ນິດໜຶ່ງທີ່ສຳຄັນ, ຊ່ວຍເຮັດໃຫ້ຫຼຸດຜ່ອນກິ່ນຄາວຂອງເຄື່ອງ ທະເລ ໃນບັນດາເຍື່ອງອາຫານມູນເຊື້ອຄື: Sushi ແລະ Sashimi. ສ່ວນ ຂະແໜງການແພດ ຍີ່ປຸ່ນ, ຜັກຫອມເຮືອດ ຖືເປັນຢາຊະນິດ ໜຶ່ງ ທີ່ດີຕໍ່ສຸຂະພາບ.

ທ່ານ ຫງວຽນຊວນບັ່ງ, ອຳນວຍການບໍລິຫານ ຂອງ ບໍລິສັດ ຫຸ້ນ ສ່ວນຕັດຫຍິບ ໂຮ່ເກືອມ ໃຫ້ຮູ້ວ່າ ຜັກຫອມເຮືອດ ໄດ້ປູກຫຼາຍຢູ່ຍີ່ປຸ່ນ ແລະ ສປ ຈີນ, ແຕ່ບໍ່ພໍໃຊ້, ສະນັ້ນ ບັນດາວິສາຫະກິດ ຍີ່ປຸ່ນ ຈິ່ງ ເລືອກເອົາ ຫວຽດນາມ ເພື່ອເປີດກວ້າງເນື້ອທີ່ປູກຜັກຫອມ ຊະນິດ ນີ້.

ພາຍຫຼັງການສຳຫຼວດກວດກາ ຂອງ ຊ່ຽວຊານ ຍີ່ປຸ່ນ ຢູ່ນິ ຄົມປູກ ຜັກຫອມເຮືອດ ຂອງ ບໍລິສັດຫຸ້ນສ່ວນ ຕັດຫຍິບ ໂຮ່ເກືອມ ທີ່ ບ້ານ ຄາມ, ຕາແສງ ເລິມທາວ, ເມືອງ ເລືອງຕາຍ, ແຂວງ ບັກນິງ, ບັນ ດາວິສາຫະກິດ ຍີ່ປຸ່ນ ຈິ່ງຕັດສິນໃຈຮ່ວມມື ກັບບໍລິສັດ ໃນການ ປູກຜັກຫອມເຮືອດຂຽວ ເພື່ອສົ່ງອອກ ໄປປະເທດ ຍີ່ປຸ່ນ. 


ນິຄົມປູກຜັກຫອມເຮືອດຂຽວ ຂອງບໍລິສັດຫຸ້ນສ່ວນຕັດຫຍິບ ໂຮ່ ເກືອມ
ມີເນື້ອທີ່ກວ້າງ 12 ເຮັກຕາທີ່ເມືອງ ເລືອງຕາຍ, ແຂວງ ບັກນິງ.



ລະບົບລະບາຍອາກາດ ເພື່ອຮັບປະກັນໃຫ້ສິ່ງແວດລ້ອມໄດ້ປອດໂປ່ງ
ກ່ການຂະຫຍາຍຕົວ ຂອງ ໃບຜັກຫອມເຮືອດ. 



ລະບົບສ່ອງແສງສະຫວ່າງຮັບໃຊ້ໃຫ້ຜັກຫອມເຮືອດຂຽວ ໃຫຍ່ໄວ ແລະ ມີສະມັດຕະພາບສູງ. 


ວິທີຈັບແມງໄມ້ ແບບຫັດຖະກຳ ໄດ້ນຳໃຊ້ທີ່ນິຄົມ ປູກ ຜັກຫອມ ເຮືອດຂຽວ
ຂອງ ບໍລິສັດຫຸ້ນສ່ວນຕັດຫຍິບ ໂຮ່ເກືອມ.



ຜັກຫອມເຮືອດຂຽວ ໄດ້ ບໍລິສັດຫຸ້ນສ່ວນຕັດຫຍິບ ໂຮ່ເກືອມ ປູກ
ໃນລະບົບເຮືອນແກ້ວ ຕາມມາດຕະຖານຂອງ ຍີ່ປຸ່ນ. 



ເວລາເກັບກ່ຽວຜັກຫອມເຮືອດ ຈະເລີ່ມແຕ່ 4-6 ໂມງເຊົ້າ ເພື່ອ ໃຫ້ໃບສົດສະເໝີ ໃນເວລາຂົນສົ່ງ.


ຜັກຫອມເຮືອດຂຽວ ເໝາະສົມກັບທີ່ດິນ ແລະ ອາກາດຢູ່ເມືອງ ເລືອງຕາຍ. 


ຫ້ອງເຢັນຄວບຄຸມຮັກສາຜັກຫອມເຮືອດຂຽວ ທີ່ຫາກໍ່ເກັບມາ ກຳລັງລໍຖ້າບັນຈຸໃສ່ຫຸ້ມຫໍ່ ແລະ ຄັດຈ້ອນ.


ກວດກາຄຸນນະພາບຜັກຫອມເຮືອດຂຽວກ່ອນທີ່ຈະເອົາໄປຫຸ້ມຫໍ່.


ກວດກາຂະໜາດຜັກຫອມເຮືອດ ຕາມມາດຕະຖານຂອງຕະຫຼາດ ຍີ່ປຸ່ນ.


ກຳມະກອນຂອງບໍລິສັດຫຸ້ນສ່ວນຕັດຫຍິບ ໂຮ່ເກືອມ ພວມປຸງແຕ່ງ
ໃນເບື້ອງຕົ້ນ ແລະ ຫຸ້ມຫໍ່ຜັກຫອມເຮືອດຂຽວ.



ຫຼັງຈາກທີ່ຫຸ້ມຫໍ່ແລ້ວໆ, ຜັກຫອມເຮືອດຈະໄດ້ສີດອາຍ ນຳ້ເພື່ອ ຮັກສາຄວາມຊຸ່ມ. 


ຫ້ອງປຸງແຕ່ງໃນເບື້ອງຕົ້ນ ແລະ ຫຸ້ມຫໍ່ຜັກຫອມເຮືອດຂຽວຂອງ ບໍລິສັດຫຸ້ນສ່ວນຕັດຫຍິບ ໂຮ່ເກືອມ.


ຜັກຫອມເຮືອດຂຽວ ເຮັດເປັນມັດ, ມັດໜຶ່ງມີ 10 ໃບເພື່ອສົ່ງອອກ
ໄປສູ່ຕະຫຼາດ ຍີ່ປຸ່ນ. 

ຜັກຫອມເຮືອດຂຽວ ເປັນຜັກຫອມ ທີ່ ໃຊ້ຮັບປະທານ ປະ ຈຳວັນ ຂອງ ຊາວ ຍີ່ປຸ່ນ, ສະນັ້ນຕ້ອງຮັບປະກັນຄວາມປອດໄພ ດ້ານສະ ບຽງອາຫານ, ເພາະສະນັ້ນ ຈິ່ງຮຽກຮ້ອງທາງ ບໍລິສັດ ຕ້ອງມີການ ລົງທຶນຢ່າງລະອຽດ ນັບແຕ່ຂັ້ນຕອນການ ຜະລິດ ໄປເຖິງຂັ້ນຕອນ ການຈຳໜ່າຍ.  ປະຈຸບັນ ທາງບໍລິສັດ ໄດ້ ລົງທຶນກວ່າ 150 ຕື້ດົ່ງ ເພື່ອສ້າງລະບົບໂຮງງານ, ນິຄົມ ແລະ ຈັດຕັ້ງການຝຶກອົບຮົມກ່ຽວ ກັບວິທີການປູກຜັກຫອມ ເຮືອດ ໃຫ້ແຮງງານ ທ້ອງຖິ່ນ ຕາມກຳນົດ ຂອງ ຍີ່ປຸ່ນ. 

ຜັກຫອມເຮືອດ ທີ່ສົ່ງອອກຕ້ອງຮັບປະກັນກ່ຽວກັບຂະໜາດ, ອາຍຸ, ເກັບກ່ຽວຕ້ອງຖືກໄລຍະກຳນົດເວລາ, ຖ້າຊັກຊ້າ ໃນການເກັບກ່ຽວ ຖືວ່າ ໃຊ້ບໍ່ໄດ້.
ເລີ່ມການເຄື່ອນໄຫວແຕ່ເດືອນ ມີນາ 2016, ບົນເນື້ອທີ່ 11,3 ເຮັກ ຕາ, ບໍລິສັດໄດ້ປຸກເຮືອນຕາໜ່າງ ເພື່ອປູກຜັກຫອມເຮືອດ 4 ຫຼັງ, ແຕ່ລະຫຼັງມີເນື້ອທີ່ປະມານ 1 ເຮັກຕາ, ສ່ວນທີ່ເຫຼືອແມ່ນບັນດາ ກິດຈະການກໍ່ສ້າງສຳຮອງເພື່ອຮັບໃຊ້ໃຫ້ແກ່ການປູກຜັກຫອມ ເຮືອດຂຽວ ຕາມມາດຕະຖານຂອງ ຍີ່ປຸ່ນ ຄື: ໂຮງງານ, ໜອງນຳ້, ລະບົບລະບາຍນຳ້, ທາງຍ່າງ, ຕົ້ນໄມ້ສີຂຽວ ແລະ ສົ່ງອອກຜັກ ຫອມເຮືອດ ໄປຍີ່ປຸ່ນ ຄັ້ງທຳອິດໃນເດືອນ ມິຖຸນາ 2016. ປະຈຸບັນ, ບໍລິສັດມີເນື້ອທີ່ປູກຜັກຫອມເຮືອດຂຽວກວ່າ 4,5 ເຮັກຕາ.

ປະຈຸບັນ, ບໍລິສັດຫຸ້ນສ່ວນຕັດຫຍິບ ໂຮ່ເກືອມ ໄດ້ສົ່ງຜັກຫອມເຮືອດຂຽວ ສູ່ຕະຫຼາດ ຍີ່ປຸ່ນ ປະມານ 700 ກິໂລກຣາມຕໍ່ອາທິດ.

ປະຈຸບັນ, ຄວາມຕ້ອງການຜັກຫອມເຮືອດຂຽວ ຢູ່ຕະຫຼາດ ຍີິ່ປຸ່ນ ຍັງຫຼາຍ, ສະນັ້ນ ຜັກຫອມຊະນິດນີ້ ຍັງມີທ່າແຮງບົ່ມຊ້ອນຫຼາຍ.

ທ່ານ ຫງວຽນຊວນບັ່ງ ກ່າວຢ້ຳວ່າ ຍາກທີ່ຈະຄິດໄລ່ໄດ້ກຳໄລຂອງ ບັນດາໂຄງການລົງທຶນກະສິກຳ ໃນ 1-2 ປີທຳອິດ, ຕ້ອງຖ້າ 10 ປີຈຶ່ງສາມາດສັງເກດໄດ້ວ່າ ມີປະສິດທິຜົນ ຫຼືບໍ. ແຕ່ຈາກ ການ ລົງທຶນຢ່າງມີແບບມີແຜນ, ທັນສະໄໝຄືແນວນີ້, ຂ້າພະເຈົ້າ ໝັ້ນ ໃຈວ່າ ຈະໄດ້ຮັບຜົນສຳເລັດໃນການລົງທຶນປູກຜັກຫອມຊະນິດນີ້.
ບົດ: ທຸກຮ່ຽນ - ພາບ: ເຕິດເຊີນ
 
 

ຍີ່ຫໍ້ ກາເຟ ຫວຽດນາມ ນຳໜ້າໃນການປະຕິບັດຕົວແບບ ເສດຖະກິດໝູນວຽນ

ຍີ່ຫໍ້ ກາເຟ ຫວຽດນາມ ນຳໜ້າໃນການປະຕິບັດຕົວແບບ ເສດຖະກິດໝູນວຽນ

ເມັດ ກາເຟ ຂຽວ ເພື່ອສົ່ງອອກ, ຜະລິດ ກາເຟ ຂົ້ວ ບົດ ແລະ ກາເຟ ຊອງ Coffilia; ຊາ Cascara ຮ່າຈຸກ ຈາກເປືອກ ກາເຟ; ຜະລິດຕະພັນຊີວະພາບ Namigo ຈາກ ຂີ້ ກາເຟ ແລະ ກາບກາເຟ ຫຼື ຝຸ່ນຊີວະພາບ ຈາກເປືອກ ກາເຟ ແລະ ກາບ ກາເຟ... ການປຸງແຕ່ງສິ່ງເສດເຫຼືອ ຂອງຜະລິດຕະພັນ ນີ້ ຈະກາຍເປັນວັດຖຸດິບ ເພື່ອຜະລິດ ໃຫ້ເປັນຜະລິດຕະ ພັນອື່ນໆ ໃນລະບົບນິເວດ, ບໍ່ມີສ່ວນໃດ ຂອງໝາກ ກາເຟ ຖືກປະຖິ້ມ. ນັ້ນ​ແມ່ນ​ຮູບ​ແບບ​ເສດ​ຖະ​ກິດໝູນວຽນ​ທີ່​ກຸ່ມ ບໍລິສັດ​ ກາ​ເຟ ​ມິງ​ຕ໋ຽນ ​ພວມ​ນຳ​ໃຊ້ ແລະ ໄດ້ແນະ​ນຳ​ໃນງານ​ວາງ​ສະ​ແດງ​ໂລກ 2020 (World Expo 2020).

Top