ຫວຽດນາມ ມີພະຍານຫຼັກຖານປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕຢ່າງຈະແຈ້ງຂອງ ຫວຽດນາມ ຕໍ່ໝູ່ເກາະ ເຈື່ອງຊາ, ໃນນັ້ນມີເກາະ ທິຕື.
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ)
ຕອນບ່າຍວັນທີ 16 ຕຸລາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ກ່ຽວກັບເຫດການທີ່ເກີດຂຶ້ນຫວ່າງມໍ່ໆມານີ້ໃນເຂດນ່ານທະເລຂອງເກາະ ທິຕື, ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ລະຫວ່າງກຳປັ່ນຂອງລັດ ຈີນ ແລະ ກຳປັ່ນຂອງລັດ ຟີລິບປິນ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ:
ກ່ອນອື່ນໝົດພວກຂ້າພະເຈົ້າຂໍເນັ້ນໜັກວ່າ ຫວຽດນາມ ມີພະຍານຫຼັກຖານປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕຢ່າງຈະແຈ້ງຂອງ ຫວຽດນາມ ຕໍ່ໝູ່ເກາະ ເຈື່ອງຊາ, ໃນນັ້ນມີເກາະ ທິຕື. ກ່ຽວຂອງເຖິງເຫດການທີ່ເກີດຂຶ້ນໃນເຂດນ່ານທະເລຂອງເກາະ ທິຕື, ຫວຽດນາມ ມີຄວາມວິຕົກກັງວົນທີ່ສຸດກ່ຽວກັບບັນດາຂໍ້ມູນເປີດເຜີຍເຊິ່ງບັນດາຝ່າຍທີ່ກ່ຽວຂ້ອງໄດ້ຍົກອອກມາ.
“ຫວຽດນາມ ສະເໜີໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບອະທິປະໄຕຂອງ ຫວຽດນາມ ທີ່ມີຕໍ່ໝູ່ເກາະ ເຈື່ອງຊາ, ຈົ່ງລະງັບໃຈ ແລະ ມີການກະທຳໂດຍມີຄວາມຮັບຜິດຊອບ, ເຄົາລົບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ແລະ ບັນດາຂໍ້ກຳນົດສາກົນທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ລວມມີຫຼັກການປ້ອງກັນ ສະກັດກັ້ນອຸບັດທິເຫດຕຳກັນທາງທະເລ (COLREG) ໂດຍອົງການເດີນທະເລສາກົນ (IMO) ປະກາດໃຊ້, ສ້າງບັນຍາກາດທີ່ສະດວກໃຫ້ແກ່ການເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິພາບ, ແທດຈິງ ແລະ ສອດຄ່ອງກັບກົດໝາຍສາກົນ”.
ກໍ່ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ເມື່ອໃຫ້ຄຳເຫັນກ່ຽວກັບຂ່າວ Timor Leste ໃກ້ຈະໄດ້ເຂົ້າເປັນສະມາຊິກຂອງ ອາຊຽນ ຢ່າງເປັນທາງການທີ່ກອງປະຊຸມສຸດຍອດ ອາຊຽນ ຈະມາເຖິງເຊິ່ງຈະຈັດຂຶ້ນຢູ່ ມາເລເຊຍ, ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ: ຫວຽດນາມ ຊົມເຊີຍ ແລະ ເຊື່ອໝັ້ນວ່າ Timor Leste ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມລວມ, ສ້າງປະຊາຄົມ ອາຊຽນ ທີ່ເຂັ້ມແຂງດ້ວຍຕົນເອງ, ປະດິດຄິດສ້າງ ແລະ ຖືປະຊາຊົນເປັນໃຈກາງ.
ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວຂ້ອງເຖິງແງ່ຫວັງບັນລຸຂໍ້ຕົກລົງຢຸດຍິງລະຫວ່າງ ໄທ ແລະ ກຳປູເຈຍ ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ທີ່ຈະມາເຖິງຢູ່ ມາເລເຊຍ, ທ່ານນາງ ຟ້າມທູຮັ່ງ ຢືນຢັນວ່າ: ຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມເປັນກາງໄກເກ່ຍຂອງບັນດາປະເທດ, ໂດຍສະເພາະແມ່ນ ມາເລເຊຍ ໃນຖານະບົດບາດເປັນປະທານ ອາຊຽນ 2025 ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ພ້ອມກັບການຮ່ວມມືຢ່າງຕັ້ງໜ້າຂອງທັງ ໄທ ແລະ ກຳປູເຈຍ ໃນການຊຸກຍູ້ການແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນຫຼັກການພື້ນຖານຂອງກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ກົດບັດ ອາຊຽນ, TAC, ບົນຈິດໃຈມິດຕະພາບ, ສາມັກຄີ ອາຊຽນ ເພື່ອຜົນປະໂຫຍດຂອງທັງ ໄທ, ກຳປູເຈຍ ແລະ ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.