• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າທີ່ກອງປະຊຸມສຳມະນາສາກົນກ່ຽວກັບການບໍ່ເຜີຍແຜ່ອາວຸດນິວເຄຼຍ

ທ່ານ ວູເລທາຍຮວ່າງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ ໄດ້ຍົກສູງການຮັບປະກັນຄວາມດຸ່ນດ່ຽງລະຫວ່າງ 3 ເສົ້າຄ້ຳຂອງສົນທິສັນຍາ, ລວມມີ ຫຼຸດຜ່ອນກຳລັງອາວຸດ, ບໍ່ເຜີຍແຜ່ ແລະ ນ້ຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ
  (ທ່ານ ວູ​ເລ​ທາຍ​ຮວ່າງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະຈຳ ໂອຕາລິດ ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ​ສຳ​ມະ​ນາ )  

ຢູ່​ນະ​ຄອນ ວຽນ, ປະ​ເທດ ໂອ​ຕາ​ລິດ ຫາກໍ່​ຈັດ​ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ສັນ​ຍາບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ (NPT) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອ​ງ​ຜູ້​ຕາງ​ໜ້າ​​ຫຼາຍປະ​ເທດ ໃນ​ນັ້ນ​ມີ ຫວຽດ​ນາມ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ວົງ​ການ​ນັກ​ຊ່ຽວ​ຊານ. ເຫດ​ການ​ໄດ້​ຈັດ​ຂຶ້ນ​ເພື່ອ​ແລກ​ປ່ຽນ, ມຸ່ງ​ໄປ​ເຖິງກອງ​ປະ​ຊຸມກວດ​ກາ​ຕີ​ລາ​ຄາ NPT ຄັ້ງ​ທີ 11 ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ທ້າຍເດືອນ ເມ​ສາ 2026 ຢູ່​ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ​ສຳ​ມະ​ນາ, ທ່ານ ວູ​ເລ​ທາຍ​ຮວ່າງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະຈຳ ໂອຕາລິດ ໄດ​້​ຍົກ​ສູງ​ການ​ຮັບ​ປະ​ກັນ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງ 3 ເສົ້າ​ຄ້ຳ​ຂອງ​ສົນ​ທິ​ສັນ​ຍາ, ລ​ວມ​ມີ ​ຫຼຸດ​ຜ່ອນ​ກຳ​ລັງ​ອາ​ວຸດ, ບໍ່​ເຜີຍ​ແຜ່ ແລະ ນ້ຳ​ໃຊ​້ພະ​ລັງ​ງານ​ນິວ​ເຄຼຍເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບ; ທ່ານ​ເນັ້​ນ​ໜັກ​ເຖິງ​ຫຼັກ​ການ​ເຫັນ​ດີ​ເຫັນ​ພ້ອມ​ແມ່ນ​ພື້ນ​ຖານສຳຄັນເພື່ອ​ຮັບ​ປະ​ກັນ​ລັ​ກ​ສະ​ນະຖືກຕ້ອງຕາມບົດບາດໜ້າທີ່ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງກອງ​ປະ​ຊຸມ.

ພິ​ເສດ, ໃນ​ຖາ​ນະ​ເປັນ​ປະ​ທານ​ຂອງກອງ​ປະ​ຊຸມກວດກາຕີລາຄາ NPT ຄັ້ງ​ທີ 11, ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ວູ​ເລ​ທາຍ​ຮວ່າງ ຢືນ​ຢັນ​ວ່າ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ຊຸກ​ຍູ້​ວິ​ວັດ​ການ​ໃຫ້​ຄຳ​ປຶກ​ສາ​ຢ່າງ​ຮອບ​ດ້ານ, ໂປ່ງ​ໃສ ແລະ ກວມ​ລວມ, ມຸ່ງ​ໄປ​ເຖິງ​ໝາກ​ຜົນ​ຕັ້ງ​ໜ້າ, ປະ​ກ​ອບ​ສ່ວນ​ສືບ​ຕໍ່​ປັບ​ປຸງ​ບົດ​ບາດ​ຂອງ NPT ທີ່ມ​ີ​ຕໍ່​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ສາ​ກົນ.

(ແຫ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໂອ້ລົມສົນທະນາກັບສັນຕະປະປາສຳນັກ ວາຕີກັງ Leo XIV

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໂອ້ລົມສົນທະນາກັບສັນຕະປະປາສຳນັກ ວາຕີກັງ Leo XIV

ໃນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ, ຕອນທ່ຽງວັນທີ 11 ເມສາ (ຕາມເວລາທ້ອງຖິ່ນ) ຢູ່ ວາຕີກັງ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການໂອ້ສົມສົນທະນາກັບ ສັນຕະປະປາ Leo XIV.

Top