• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ບຣາຊິນ ອອກຖະແຫຼງການຮ່ວມ

ການນຳສອງທ່ານໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືທີ່ມີປະສິດທິຜົນໃນບັນດາຂົງເຂດປືກສາຫາລືດ້ານການເມືອງ, ເສດຖະກິດ ການຄ້າ, ວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ, ສິ່ງແວດລ້ອມ, ການຫັນປ່ຽນພະລັງງານທົດແທນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ, ກິລາທີ່ມີຜົນງານສູງ, ພິເສດແມ່ນບານເຕະ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆອີກ.
ສອງຝ່າຍຊຸກຍຸ້ການເຈລະຈາສັນຍາການຄ້າ ຫວຽດນາມ ແລະ MERCOSUR (ພາບ:VOV)

ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ ແລະ ພົບປະເຈລະຈາກັບທ່ານປະທານາທິບໍດີ ບຣາຊິນ Luiz Inacio Lula de Silva, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມສຳຄັນໃນຄວາມກົມກຽວລະຫວ່າງການເຕີບໂຕເສດຖະກິດ, ພັດທະນາສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືທີ່ມີປະສິດທິຜົນໃນບັນດາຂົງເຂດປືກສາຫາລືດ້ານການເມືອງ, ເສດຖະກິດ ການຄ້າ, ວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ, ສິ່ງແວດລ້ອມ, ການຫັນປ່ຽນພະລັງງານທົດແທນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ, ກິລາທີ່ມີຜົນງານສູງ, ພິເສດແມ່ນບານເຕະ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆອີກ.

ສອງຝ່າຍໃຫ້ຄຳໝັ້ນສັນຍາເປີດກ້ວາງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ຊູກຍູ້ການຫັນການແລກປ່ຽນການຄ້າສອງຝ່າຍເປັນຫຼາຍຮູບຫຼາຍແບບ; ຊຸກຍູ້ການຮ່ວມສຳພັນແໜ້ນແຟ້ນກ່ວາລະຫວ່າງວິສາຫະກິດສອງປະເທດໃຫ້ແໜ້ນແຟ້ນກ່ວາເກົ່າ; ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງ, ກ້ວາງຂວາງ ໃນບັນດາຂົງເຂດທີ່ສອງຝ່າຍສາມາດເພີ່ມເຕີມໃຫ້ກັນໄດ້…

ການນຳສອງທ່ານເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ບັນດາການພົບປະ ແລະ ການຢ້ຽມຢາມຂັ້ນສູງສອງຝ່າຍ ແລະ ແລກປ່ຽນຄະນະຜູ້ແທນ; ສືບຕໍ່ເພີ່ມທະວີການສົມທົບກັນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ, ພິເສດແມ່ນຢູ່ ສປຊ. ພ້ອມນັ້ນ, ກໍ່ຢັ້ງຢືນຄວາມເຄົາລົບ ກົດໝາຍສາກົນຂອງແຕ່ລະປະເທດຄືນໃໝ່, ພິເສດແມ່ນກົດບັດ ສປຊ, ກໍ່ຄືການສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນໃນການພົວພັນສາກົນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີຄວາມເຄົາລົບ ແລະ ປະຕິບັດຕາມຂໍ້ກຳນົດຂອງກົດໝາຍສາກົນ ກ່ຽວກັບທະເລ ແລະ ມະຫາສະໝຸດໃຫ້ເປັນຢ່າງດີ. ສອງປະເທດຕັດສິນໃຈຮ່ວມແຮງຮ່ວມໃຈຊ່ວຍປັບປຸງພື້ນຖານການຄຸ້ມຄອງບໍລິຫານທົ່ວໂລກຕາມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC), ອະນຸສັນຍາ Kyoto ແລະ ຂໍ້ຕົກລົງ ປາຣີ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top