• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດແຖວໜ້າໃນການເພີ່ມທະວີ, ປັບປຸງການພົວພັນທີ່ໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນກັບ ກຳປູເຈຍ ແລະ ລາວ ຢ່າງບໍ່ຢຸດຢັ້ງ

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດແຖວໜ້າໃນການເພີ່ມທະວີ, ປັບປຸງການພົວພັນທີ່ໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນກັບ ກຳປູເຈຍ ແລະ ລາວ ຢ່າງບໍ່ຢຸດຢັ້ງ.
(ທີ່ການພົບປະລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ)

ຕອນບ່າຍວັນທີ 15 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ໄດ້ດຳເນີນການພົບປະລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ. ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າ.

        ກ່າວຄຳເຫັນທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດແຖວໜ້າໃນການເພີ່ມທະວີ, ປັບປຸງການພົວພັນທີ່ໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນກັບ ກຳປູເຈຍ ແລະ ລາວ ຢ່າງບໍ່ຢຸດຢັ້ງ.

        ທີ່ກອງປະຊຸມ, ລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ໄດ້ເຫັນດີຕໍ່ບັນດາເນື້ອໃນການຮ່ວມມືຢ່າງແທດຈິງ ເພື່ອແນໃສ່ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 3 ປະເທດໃນໄລຍະຈະມາເຖິງເລິກເຊິ່ງຂຶ້ນຕື່ມ, ລວມມີ: ສືບຕໍ່ປັບປຸງ, ຮັດແໜ້ນສາຍພົວພັນສາມັກຄີ, ສະໜິດຕິດພັນລະຫວ່າງ 3 ປະເທດ, 3 ກອງທັບ, ຢືດໝັ້ນຕໍ່ຫຼັກໝັ້ນບໍ່ໃຫ້ກຳລັງທີ່ເປັນປໍລະປັກໃດ ນຳໃຊ້ຜືນແຜ່ນດິນຂອງປະເທດນີ້ ເພື່ອກໍ່ຄວາມເສຍຫາຍຕໍ່ປະເທດອື່ນ…; ສືບຕໍ່ເພີ່ມທະວີການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ຍົກສູງຄວາມສາມາດສົມທົບກັນລະຫວ່າງກອງທັບ 3 ປະເທດໃນການຮັບມືກັບສິ່ງທ້າທາຍຕ່າງໆຈາກຄວາມໝັ້ນຄົງບໍ່ແມ່ນການທະຫານ; ຖືເປັນສຳຄັນການໂຄສະນາ, ສຶກສາໃຫ້ແກ່ກອງທັບ ແລະ ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບຄວາມຈິງຂອງປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງຄວາມສາມັກຄີລະຫວ່າງ 3 ປະເທດທີ່ມີຕໍ່ພາລະກຳຂອງແຕ່ລະປະເທດ; ສືບຕໍ່ສົມທົບຫຼັກໝັ້ນລວມຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍສາກົນ ແລະ ພາກພື້ນ; ຮັກສາຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ ຕໍ່ບັນດາບັນຫາສາກົນ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ແຟັງລັງໃນລະຫວ່າງວັນທີ 20 – 22 ຕຸລາ.

Top