• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ- WIPO ເປີດກວ້າງການຮ່ວມມືຊັບສິນທາງປັນຍາ ແລະ ນະວັດຕະກຳ

ໃນຂອບເຂດການພົບປະເຈລະຈາ, WIPO ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື (MoU).
  (ທ່ານ Daren Tang, ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາ (WIPO) ການພົບປະເຈລະຈາກັບທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ)  

ຕອນເຊົ້າວັນທີ 25 ກັນຍາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານ Daren Tang, ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາ (WIPO) ໄດ້ມີການພົບປະເຈລະຈາກັບທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ.

ໃນຂອບເຂດການພົບປະເຈລະຈາ, WIPO ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື (MoU). ຕາມເນື້ອໃນ MoU, ບັນດາຂົງເຂດໃຫ້ບຸລິມະສິດຜັນຂະຫຍາຍ, ລວມມີ: ສ້າງນະໂຍບາຍ, ກົດໝາຍ ແລະ ຍຸດທະສາດກ່ຽວກັບຊັບສິນທາງປັນຍາໃຫ້ສົມບູນແບບ; ຊຸກຍູ້ລະບົບຈົດທະບຽນສາກົນ; ຍົກສູງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ແລະ startup; ຍູ້ແຮງການສຶກສາ, ບຳລຸງສ້າງ, ຍົກສູງຄວາມຮັບຮູ້ຂອງປະຊາຄົມ…

ຕາມທ່ານ Daren Tang ແລ້ວ, ເລື່ອງລົງນາມໃນ MoU ຈະເປີດໂຄງການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ WIPO ໃນສະພາບທ່າອ່ຽງທົ່ວໂລກຫັນຈາກ “ປົກປ້ອງສິດຊັບສິນທາງປັນຍາ” ໄປສູ່ “ຫັນສິດຊັບສິນທາງປັນຍາເປັນການຄ້າ” ຊັບສິນທາງປັນຍາ, ພິເສດ, ໃນສະພາບ ຫວຽດນາມ ພວມຍູ້ແຮງການລົງທຶນໃຫ້ແກ່ການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ໃນເບື້ອງຕົ້ນບັນລຸໄດ້ຜົນງານທີ່ໜ້າສົນໃຈຈຳນວນໜຶ່ງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມກອງປະຊຸມຂັ້ນສູງກ່ຽວກັບການກະທຳດ້ານດິນຟ້າອາກາດ

ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມກອງປະຊຸມຂັ້ນສູງກ່ຽວກັບການກະທຳດ້ານດິນຟ້າອາກາດ

ຫວຽດນາມ ມີສະຕິຢ່າງຈະແຈ້ງ ແລະ ຢືດໝັ້ນຕໍ່ເປົ້າໝາຍການພັດທະນາແບບຍືນຍົງ, ກົມກຽວລະຫວ່າງການເຕີບໂຕເສດຖະກິດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

Top