• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງວຽກເຮັດງານທຳ, ຮັບປະກັນຊີວິດສັງຄົມໃນສະພາບເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ

ຕາມທ່ານນາງ ດິງທິງອັກຢຸງ, ສະມາຊິກສະພາແຫ່ງຊາດແຂວງ ຫາຍເຢືອງ ແລ້ວ, ພະຍາດໂຄວິດ-19 ໄດ້ເຮັດໃຫ້ຕະຫຼາດແຮງງານຫຼຸດລົງ, ມີຜູ້ອອກແຮງງານຫຼາຍຄົນຖືກຫວ່າງງານ, ລາຍຮັບຕົ້ນກໍ່ຖືກສູນເສຍໄປ… ສິ່ງດັ່ງກ່າວໄດ້ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງຜູ້ອອກແຮງງານ.
(ທ່ານນາງ ດິງທິງອັກຢຸງ, ສະມາຊິກສະພາແຫ່ງຊາດແຂວງ ຫາຍເຢືອງ)

ຕອນເຊົ້າວັນທີ 31 ພຶດສະພາ, ສະພາແຫ່ງຊາດ ຫວຽດນາມ ໄດ້ເລີ່ມຕົ້ນວາລະປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບການເສດຖະກິດ - ສັງຄົມເປັນເວລາ 2 ວັນ. ພ້ອມກັບບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດ, ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ເອົາໃຈໃສ່ເຖິງວຽກງານຮັບປະກັນຊີວິດສັງຄົມ, ການສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານໃນສະພາບເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

        ຕາມທ່ານນາງ ດິງທິງອັກຢຸງ, ສະມາຊິກສະພາແຫ່ງຊາດແຂວງ ຫາຍເຢືອງ ແລ້ວ, ພະຍາດໂຄວິດ-19 ໄດ້ເຮັດໃຫ້ຕະຫຼາດແຮງງານຫຼຸດລົງ, ມີຜູ້ອອກແຮງງານຫຼາຍຄົນຖືກຫວ່າງງານ, ລາຍຮັບຕົ້ນກໍ່ຖືກສູນເສຍໄປ… ສິ່ງດັ່ງກ່າວໄດ້ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງຜູ້ອອກແຮງງານ. ສະນັ້ນ, ຮຽກຮ້ອງຕ້ອງຜັນຂະຫຍາຍບັນດານະໂຍບາຍໜູນຊ່ວຍຜູ້ອອກແຮງງານຢ່າງທັນການ. ກໍ່ເຕື້ອງເຖິງບັນຫານີ້, ທ່ານນາງ ໂຕອາຍວາງ, ຄະນະສະມາຊິກສະພາແຫ່ງຊາດແຂວງ ຊອັກຈັງ, ຖືວ່າ, ປະຈຸບັນ ຫວຽດນາມ ໄດ້ເຂົ້າຮ່ວມປະຊາຄົມເສດຖະກິດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ເລື່ອງລົງນາມໃນບັນດາສັນຍາການຄ້າໄດ້ເປີດກາລະໂອກາດສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານຫຼາຍກວ່າ, ແຕ່ໄປພ້ອມກັນນັ້ນກໍ່ປະສົບກັບສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະແມ່ນອັດຕາຫວ່າງງານເພີ່ມຂຶ້ນ.

        ໃນຂະນະນັ້ນ, ທ່ານ ເຢືອງຄັກມາຍ, ສະມາຊິກສະພາແຫ່ງຊາດແຂວງ ດັກນົງ, ຖືວ່າ:

        “ລັດຖະບານຊີ້ນຳການສ້າງລະບົບນະໂຍບາຍ, ກົດໝາຍວ່າດ້ວຍການໜູນຊ່ວຍສັງຄົມໃຫ້ສົມບູນແບບ, ການພັດທະນາລະບົບປະກັນສັງຄົມຢ່າງຄົບຊຸດ, ເປັນຫຼາຍຮູບຫຼາຍແບບ… ລັດຈະອາດພິຈາລະນາໜູນຊ່ວຍກອງທຶນປະກັນສັງຄົມໂດຍສະໝັກໃຈ ເພື່ອສົ່ງເສີມການເຂົ້າຮ່ວມກອງກຸ່ມຜູ້ອອກແຮງງານນອກລະບົບ, ຊາວກະສິກອນ; ມີກົນໄກສົ່ງເສີມ, ສ້າງສະພາບແວດລ້ອມທີ່ສະດວກເພື່ອພັດທະນາບັນດາຮູບແບບຮັບປະກັນຊີວິດສັງຄົມເປັນຫຼາຍຮູບຫຼາຍແບບ ເພື່ອຮັບປະກັນການປະຕິບັດບັນດາສິດພື້ນຖານຂອງມະນຸດໃຫ້ນັບມື້ນັບດີກວ່າ.”

 

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top