• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູນ ອາຊຽນ - ສ ເກົາຫຼີ ຈຳໜ່າຍ ວີດີໂອ ໂຄສະນາການທ່ອງທ່ຽວ ຫວຽດນາມ, ກຳປູເຈຍ, ອິນໂດເນເຊຍ

ດ້ວຍຫົວຂໍ້ “ການຢ້ຽມຢາມວັດທະນະທຳ ແລະ ສະຖາປັດຕະຍາກຳ”, ບັນດາວີດີໂອ ທີ່ຜະລິດໃນປີນີ້ ໄດ້ສຸມໃສ່ແນະນຳບັນດາສະຖາປັດຕະຍາກຳ ແລະ ແບບແຜນການດຳລົງຊີວິດຂອງ ຫວຽດນາມ
ພາບວັດ ບ໋າຍດີີ້ງ (ພາບ: ສູນ ອາຊຽນ - ສ ເກົາຫຼີ)

ວັນທີ 28 ກັນຍາ, ສູນສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ສ ເກົາຫຼີ ໄດ້ຈຳໜ່າຍບັນດາວີດີໂອ ໂຄສະນາການທ່ອງທ່ຽວ ອາຊຽນ ເນື່ອງໃນໂອກາດວັນທ່ອງທ່ຽວໂລກ (27 ກັນຍາ). ບັນດາວີດີໂອ ເພື່ອແນໃສ່ແນະນຳ ອາຊຽນ ຄືດັ່ງຊັບພະຍາກອນວັດທະນະທຳ ແລະ ທ່ອງທ່ຽວ ຫຼາຍຮູບແບບຂອງພາກພື້ນ, ພ້ອມທັງຊຸກຍູ້ການຮ່ວມມືໃນຂົງເຂດການທ່ອງທ່ຽວລະຫວ່າງ ອາຊຽນ ແລະ ສ ເກົາຫຼີ. ດ້ວຍຫົວຂໍ້ “ການຢ້ຽມຢາມວັດທະນະທຳ ແລະ ສະຖາປັດຕະຍາກຳ”, ບັນດາວີດີໂອ ທີ່ຜະລິດໃນປີນີ້ ໄດ້ສຸມໃສ່ແນະນຳບັນດາສະຖາປັດຕະຍາກຳ ແລະ ແບບແຜນການດຳລົງຊີວິດຂອງ ຫວຽດນາມ, ກຳປູເຈຍ ແລະ ອິນໂດເນເຊຍ. ແຕ່ລະວີດີໂອ ລ້ວນແຕ່ໄດ້ແນະນຳສະຖາປັດຕະຍາກຳ ຢູ່ 2 ນະຄອນຂອງແຕ່ລະປະເທດ.

ວີດີໂອກ່ຽວກັບ ຫວຽດນາມ ໄດ້ເຕື້ອງເຖິງສະຖາປັດຕະຍາກຳ ແລະ ແບບແຜນການດຳລົງຊີວິດຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ນິງບິ່ງ, ບັນດາສະຖານທີ່, ຄື: ໂຮງລະຄອນໃຫຍ່ ແລະ ໂບດໃຫຍ່ ຕະຫຼອດຮອດ ຫໍພິພິທະພັນ ຮ່າໂນ້ຍ, ໂບດ ຟາດຢ້ຽມ ແລະ ວັດ ບ໋າຍດີ໊ງ.   

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top