• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ຫວຽດນາມ ໄດ້ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດ, ເປີດກຳລັງໜູນ ແລະ ກາລະໂອກາດໃໝ່ ເພື່ອຍາດແຍ່ງການໜູນຊ່ວຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ (ພາບ: TTXVN)  

ໃນຊຸມເດືອນຕົ້ນປີ 2023, ພວກເຮົາໄດ້ເຫັນມີການເຄື່ອນໄຫວພົວພັນຕ່າງປະເທດຢ່າງຟົດຟື້ນຂອງບັນດາການນຳພັກ ແລະ ລັດ ຫວຽດນາມ. “ຫວຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນ ແລະ ພ້ອມກັບໂລກຮ່ວມແຮງຮ່ວມໃຈແກ້ໄຂບັນດາບັນຫາທົ່ວໂລກ”, ແມ່ນສານທີ່ຍາມໃດບັນດາການນຳ ຫວຽດນາມ ກໍ່ຢັ້ງຢືນໃນບັນດາການເຄື່ອນໄຫວພົວພັນກັບຕ່າງປະເທດສຳຄັນນີ້. ສິ່ງດັ່ງກ່າວສະແດງໃຫ້ເຫັນທີ່ຕັ້ງບົດບາດໃໝ່ຂອງ ຫວຽດນາມ ໃນສະພາບພູມສາດການເມືອງໂລກ ພວມມີການຜັນແປຫຼາຍຢ່າງ.

        ການເດີນທາງໄປຢ້ຽມຢາມປະເທດ ສປປ.ລາວ ຢ່າງເປັນທາງການໃນເດືອນ ເມສາ, ການເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມພິທີຂຶ້ນຄອງລາຊະບັນລັງຂອງເຈົ້າຊີວິດ ອັງກິດ III ໃນເດືອນ ພຶດສະພາ ຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ; ການເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງເດືອນ ພຶດສະພາ 2023 ແລະ ກ່ອນໜ້ານັ້ນແມ່ນເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໃນເດືອນ ເມສາ; ການເດີນທາງໄປຢ້ຽມຢາມ ສ.ກຸຍບາ, ສ.ອັກຊັງຕິນ, ສ.ອູຣູກວາຍຕາເວັນອອກ ຢ່າງເປັນທາງການ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃນເດືອນ ເມສາ … ແມ່ນບັນດາຂີດໝາຍພິເສດຂອງ ຫວຽດນາມ ຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນໃນປີ 2023. ຜ່ານບັນດາການເດີນທາງຢ້ຽມຢ້າມສຳຄັນດັ່ງກ່າວ, ຫວຽດນາມ ໄດ້ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດ, ເປີດກຳລັງໜູນ ແລະ ກາລະໂອກາດໃໝ່ ເພື່ອຍາດແຍ່ງການໜູນຊ່ວຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.

  ຫວຽດນາມ - ລາວ ຈະສືບຕໍ່ຮຽງບ່າຮຽງໄຫຼ່ພັດທະນາໃຫ້ເຮັ່ງມີເຂັ້ມແຂງ (ພາບ: TTXVN)  

ສານກ່ຽວກັບເລື່ອງ ຫວຽດນາມ ພ້ອມກັບບັນດາປະເທດສ້າງໂລກແຫ່ງສັນຕິພາບ

        ໃນບັນດາການເຄື່ອນໄຫວການຕ່າງປະເທດພົ້ນເດັ່ນດັ່ງກ່າວ, ຍາມໃດບັນດາການນຳ ຫວຽດນາມ ກໍ່ໄດ້ເນັ້ນໜັກເຖິງສານກ່ຽວກັບປະເທດ ຫວຽດນາມ ພ້ອມກັບບັນດາປະເທດສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ. ສຳລັບການໄປຢ້ຽມຢາມປະເທດ ສປປ.ລາວ ໃນເດືອນ ເມສາ ຜ່ານມາ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ມີການເຄື່ອນໄຫວ 20 ລາຍການ, ໃນນັ້ນມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ຢືນຢັນເລື່ອງສະຫງວນບຸລິມະສິດສູງສຸດໃຫ້ແກ່ສາຍພົວພັນແບບພິເສດ ຫວຽດນາມ - ລາວ, ດ້ວຍສານທີ່ວ່າ “ຫວຽດນາມ - ສປປ.ລາວ: ຈະສືບຕໍ່ຮຽງບ່າຮຽງໄຫຼ່ພັດທະນາໃຫ້ເຮັ່ງມີເຂັ້ມແຂງ”. ຕໍ່ຈາກນັ້ນ, ດ້ວຍການເຄື່ອນໄຫວ 40 ລາຍການທີ່ກອງປະຊຸມສຸດຍອດ G7 ເປີດກວ້າງ ເຊິ່ງຈັດຂຶ້ນຢູ່ນະຄອນ Hiroshima (ຍີ່ປຸນ), ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ເນັ້ນໜັກເຖິງຫຼາຍສານສຳຄັນຂອງ ຫວຽດນາມ. ນັ້ນແມ່ນ, ຊຸກຍູ້ການພົວພັນຄູ່ຮ່ວມມືທົ່ວໂລກຢ່າງແທດຈິງ, ບັນລຸປະສິດທິຜົນກວ່າ, ຍົກສູງຄວາມສາມັກຄີສາກົນ, ຢືດໝັ້ນຮ່ວມມືຫຼາຍຝ່າຍ; ພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັບຄວາມດຸ່ນດ່ຽງ, ສອດຄ່ອງ; ພ້ອມແລ້ວທີ່ຈະພ້ອມກັບສະຫະປະຊາຊາດ ແລະ ບັນດາປະເທດອື່ນ ແກ້ໄຂບັນຫາທົ່ວໂລກ… ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ໃຫ້ຮູ້ວ່າ:

        “ສຳລັບບັນຫາຫຼາຍຝ່າຍ, ຫວຽດນາມ ໄດ້ປະກອບສ່ວນກ່ຽວກັບວິທີສຳຜັດກັບບັນດາວິທີການແກ້ໄຂທີ່ມີຄວາມໝາຍສຳຄັນ ຈາກແງ່ມູມແມ່ນປະເທດພວມພັດທະນາ ແລະ ພື້ນຖານເສດຖະກິດພວມມີການຫັນປ່ຽນ, ຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ຮອບດ້ານ. ບັນດາວິທີສຳຜັດ ແລະ ຂໍ້ສະເໜີຂອງນາຍົກລັດຖະມົນຕີຍົກອອກມາທີ່ກອງປະຊຸມ ໄດ້ຮັບການຕີລາຄາສູງຈາກຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ, ປະກອບສ່ວນສ້າງວິທີສຳຜັດຢ່າງດຸ່ນດ່ຽງ ເພື່ອແກ້ໄຂສິ່ງທ້າທາຍທົ່ວໂລກ, ໂດຍສະເພາະແມ່ນໃນບັນຫາທັນຍາຫານ, ສາທາລະນະສຸກ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານເພື່ອປົກປັກຮັກສາສິ່ງແວດລ້ອມ”.

ທ່ານ David Hurley ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ (ພາບ: TTXVN)

ສິ່ງພິສູດກ່ຽວກັບປະເທດ ຫວຽດນາມ ພັດທະນາ, ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ

        ບັນດາການພົວພັນຕ່າງປະເທດສຳຄັນອື່ນໆຂອງບັນດາການນຳພັກ, ລັດ ຫວຽດນາມ, ຢູ່ພາຍໃນປະເທດ, ໃນໄລຍະຜ່ານມາ, ກໍພິສູດໃຫ້ເຫັນກ່ຽວກັບເລື່ອງ ຫວຽດນາມ ພວມພັດທະນາ ແລະ ເຊື່ອມໂຍງເຂົ້າທົ່ວໂລກຢ່າງເລິກເຊິ່ງ, ກວ້າງຂວາງ. ໃນເດືອນ ເມສາ ຜ່ານມາ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕ້ອນຮັບ ແລະ ພົບປະເຈລະຈາກັບ ທ່ານ David Hurley ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ  ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ກໍໃນເດືອນ ເມສາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ກໍ່ຕ້ອນຮັບທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala ແລະ ຄະນະຜູ້ແທນຂັ້ນສູງສ.ເຊັກໂກ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ບັນດາການຢ້ຽມຢາມ ຫວຽດນາມ ຂອງຫຼາຍຄະນະຜູ້ແທນຂັ້ນສູງມາຈາກຫຼາຍປະເທດ. ໃນບັນເຫດການດັ່ງກ່າວ, ການນຳ ຫວຽດນາມ ຍາມໃດກໍ່ເນັ້ນໜັກເຖິງສານທີ່ວ່າ ຫວຽດນາມ ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ, ບັນລຸປະສິດທິຜົນ. ທ່ານ Saadi Salama, ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ:

        “ກ່ອນນີ້, ຜູ້ໃດກໍ່ຮູ້ຈັກ ຫວຽດນາມ ຜ່ານສົງຄາມ, ແຕ່ປະຈຸບັນ ທຸກຄົນກໍ່ຢາກຊອກຮູ້ ຫວຽດນາມ ຜ່ານການພັດທະນາກ່ຽວກັບເສດຖະກິດ - ສັງຄົມ ແລະ ຜ່ານການທ່ອງທ່ຽວທີ່ດີທີ່ສຸດ. ສະນັ້ນ, ຫວຽດນາມ ພວມຄ່ອຍໆກາຍເປັນສະຖານທີ່ໄດ້ຮັບການເລືອກເຟັ້ນທີ່ສຳຄັນສຳລັບຊາວຕ່າງປະເທດຫຼາຍຄົນ, ແລະ ເຂົາເຈົ້າໄປບໍ່ວ່າແຫ່ງໃດໃນທົ່ວໂລກນີ້ກໍ່ລ້ວນແຕ່ຄຳວ່າ ຫວຽດນາມ ໄປນຳເພື່ອແນະນຳ ແລະ ໂຄສະນາໃຫ້ແກ່ເພື່ອນມິດຂອງເຂົາເຈົ້າ”.

        ໃນໂລກທີ່ມີການຜັນປ່ຽນຫຼາຍຢ່າງຄືໃນປະຈຸບັນ, ບັນດາການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງຂອງບັນດາການນຳພັກ, ລັດ ຫວຽດນາມ ໃນໄລຍະຜ່ານມາ, ໄດ້ສົ່ງສານກ່ຽວກັບ ຫວຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ບັນລຸປະສິດທິຜົນ ແລະ ພວມພ້ອມກັບບັນດາປະເທດສ້າງໂລກແຫ່ງສັນຕິພາບ. ປະກອບສ່ວນສຳຄັນເຂົ້າໃນສ້າງພາບພົດ ແລະ ຍົກສູງທີ່ຕັ້ງ, ບົດບາດຂອງ ຫວຽດນາມ ໃນເວທີສາກົນ, ປົກປ້ອງ ແລະ ຊຸກຍູ້ບັນດາຜົນປະໂຫຍດອັນຊອບທຳຂອງປະເທດຊາດ, ປະກອບສ່ວນຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ຢ່າງແຮງ.

 

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top