• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາ CEPA: ໄມ້ງັດຊຸກຍູ້ເສດຖະກິດ, ການຄ້າ ຫວຽດນາມ - UAE

ໜຶ່ງໃນບັນດາຈຸດສຸມເຊິ່ງ 2 ຝ່າຍໄດ້ເປັນເອກະພາບຊຸກຍູ້ໃນໄລຍະຈະມາເຖິງແມ່ນ ສັນຍາການຄ້າເສລີ (FTA) ດ້ວຍຊື່ທີ່ວ່າ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ລະຫວ່າງ ຫວຽດນາມ ແລະ UAE.

2 ຝ່າຍໄດ້ເປັນເອກະພາບຊຸກຍູ້ໃນໄລຍະຈະມາເຖິງແມ່ນ ສັນຍາການຄ້າເສລີ (ພາບ: moit.gov.vn)

ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ, ວັນທີ 05 ມິຖຸນາ, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນໂດຍທ່ານລັດຖະມົນຕີຜູ້ຮັບຜິດຊອບການຄ້າຕ່າງປະເທດຂອງກະຊວງເສດຖະກິດບັນດາປະເທດ ສະຫະລັດອາຣັບເອັມມີເຣດ (UAE) Thani bin Ahmed Al Zeyoudi ນຳໜ້າ, ໄດ້ໄປ ຫວຽດນາມ ເພື່ອປຶກສາຫາລືກ່ຽວກັບທິດທາງຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງ 2 ປະເທດ.

ໜຶ່ງໃນບັນດາຈຸດສຸມເຊິ່ງ 2 ຝ່າຍໄດ້ເປັນເອກະພາບຊຸກຍູ້ໃນໄລຍະຈະມາເຖິງແມ່ນ ສັນຍາການຄ້າເສລີ (FTA) ດ້ວຍຊື່ທີ່ວ່າ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ລະຫວ່າງ ຫວຽດນາມ ແລະ  UAE. ທີ່ການເຮັດວຽກ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮົ່ງຢຽນ ໄດ້ສະເໜີໃຫ້ຊຸກຍູ້ການເຈລະຈາສັນຍາ CEPA ຫວຽດນາມ - UAE. ເປັນເອກະພາບບາງເນື້ອໃນສຳຄັນໂດຍໄວ ເພື່ອມານະພະຍາຍາມກ້າວໄປເຖິງເປົ້າໝາຍລົງນາມໃນເອກະສານຢ່າງໄວເທົ່າທີ່ໄວໄດ້, ນຳມາເຊິ່ງກາລະໂອກາດ ແລະ ປະສິດທິຜົນຢ່າງແທດຈິງໃຫ້ແກ່ວິສາຫະກິດ 2 ປະເທດ. ຫວຽດນາມ ຮຽກຮ້ອງໃຫ້ບັນດາວິສາຫະກິດ UAE ຄົ້ນຄວ້າ, ລົງທຶນໃສ່ບາງຂົງເຂດຢູ່ ຫວຽດນາມ, ຄື: ພະລັງງານທົດແທນ; ພະລັງງານສະອາດ; ອຸດສາຫະກຳເຄມີ; ກໍ່ສ້າງເຂດອຸດສາຫະກຳຢູ່ບາງເຂດເສດຖະກິດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຂອງ ຫວຽດນາມ…

ສ່ວນທ່ານ Thani bin Ahmed Al ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ; UAE ພ້ອມແລ້ວທີ່ຈະສົມທົບກັບ ຫວຽດນາມ ເພື່ອຊຸກຍູ້ວິວັດການເຈລະຈາ, ກ້າວໄປເຖິງການລົງນາມໃນສັນຍາ CEPA ໃຫ້ສຳເລັດໂດຍໄວ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top