• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ຮຽກ​ຮ້ອງ​ອິດ​ສະ​ລາ​ແອັນ ຢຸດ​ຕິ​ການ​ມີ​ໜ້າ​ແບບ​ຜິດ​ກົດ​ໝາຍ​ຢູ່​ເຂດ​ດິນ​ແດນ ປາ​ແລັດ​ສະ​ຕິນ​ຖືກ​ຢຶດ​ຄອງ

ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິຮຽກຮ້ອງອິດສະລາແອັນ ຢຸດຕິການມີໜ້າແບບຜິດກົດໝາຍຂອງປະເທດນີ້ ຢູ່ເຂດດິນແດນ ປາແລັດສະຕິນຖືກຢຶດຄອງ.
ກອງປະຊຸມຂອງ ສະມັດຊາໃຫຍ່ ສປຊ

ດ້ວຍບັດເຫັນດີ 124, ບັດຄ້ານ 14 ບັດ ແລະ ບັດຂາວ 43 ບັດ, ວັນທີ 18 ກັນຍາ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິຮຽກຮ້ອງອິດສະລາແອັນ ຢຸດຕິການມີໜ້າແບບຜິດກົດໝາຍຂອງປະເທດນີ້ ຢູ່ເຂດດິນແດນ ປາແລັດສະຕິນຖືກຢຶດຄອງ. ມະຕິໄດ້ຮຽກຮ້ອງອິດສະລາແອັນປະຕິບັດກົດໝາຍສາກົນ ແລະ ຖອນບັນດາກຳລັງທະຫານອອກຈາກເຂດນີ້, ຢຸດຕິທຸກການເຄື່ອນໄຫວສ້າງເຂດຕັ້ງຖີ່ນຖານຄົງທີ່ໃໝ່, ຍົກຍ້າຍປະຊາຊົນ ຢູ່ເຂດຕັ້ງຖິ່ນຖານຄົງທີ່ໃໝ່ ອອກຈາກເຂດດິນແດນຖືກຢຶດຄອງ ແລະ ມ້າງສ່ວນໜຶ່ງຂອງຝາກັ້ນ ໂດຍອິດສະລາແອັນກໍ່ສ້າງຢູ່ພາຍໃນເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນຖືກຢຶດຄອງ. ມະຕິກໍ່ຮຽກຮ້ອງໃຫ້ອິດສະລາແອັນອະນຸຍາດໃຫ້ ປະຊາຊົນ ປາແລັດສະຕິນ ທີ່ເສຍເຮືອນປະຊານໃນວິວັດການຢຶດຄອງໄດ້ກັບເມືອບ້ານເກີດເມືອງນອນຂອງຕົນ ພ້ອມທັງ ຊົດເຊີຍຄວາມຜົນເສຍຫາຍໂດຍ ວິວັດການຢຶດຄອງກໍ່ຂຶ້ນ. ມະຕິສະບັບນີ້ ໄດ້ຍົກອອກມາພາຍຫຼັງທີ່ເດືອນກໍລະກົດ ສານຍຸທິຕຳສາກົນ ໄດ້ຖືວ່າ ເລື່ອງອິດສະລາແອັນ ຮັກສາການມີໜ້າຢູ່ເຂດ ປາແລັດສະຕິນຖືກຢຶດຄອງ ແມ່ນຜິດກົດໝາຍ ແລະ ທຸກປະເທດມີຄວາມຮັບຜິດຊອບ ບໍ່ຍອມຮັບການຢຶດຄອງທີ່ແກ່ຍາວໃນຫຼາຍທົດສະວັດຄືແນວນີ້.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ​ອະ​ນາ​ຄົດ ຢູ່ ອາ​ເມ​ລິ​ກາ ແລະ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ກູ​ບາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ​ອະ​ນາ​ຄົດ ຢູ່ ອາ​ເມ​ລິ​ກາ ແລະ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ກູ​ບາ

ນັບແຕ່ວັນທີ 21 – 27 ກັນຍາ 2024, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກຄອມມູນິດ ຫວຽດນາມ, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ ສປຊ ຊຸດທີ 79 ແລະ ເຮັດວຽກຢູ່ ອາເມລິກາ.

Top