• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ປາແລັດສະຕິນ

ໃນຕະຫຼອດໄລຍະ 35 ປີຜ່ານມາ, ການພົວພັນມິດຕະພາບ ແລະ ຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ປາແລັດສະຕິນ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.
ທ່ານຮອງປະທານຄະນະກຳມະການ ຫວຽດນາມ ສາມັກຄີກັບປະຊາຊົນ ປາແລັດສະຕິນ ຫງວຽນກວາງຄາຍ (ພາບ: qdnd.vn)

ຕອນເຊົ້າວັນທີ 29 ພະຈິກ, ຢູ່ ຮ່າໂນ້ຍ, ຄະນະກຳມະການ ຫວຽດນາມ ສາມັກຄີກັບປະຊາຊົນ ປາແລັດສະຕິນ ໄດ້ສົມທົບກັບສະຖານທູດແຫ່ງລັດ ປາແລັດສະຕິນ ປະຈຳ ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ປາແລັດສະຕິນ ນະຄອນ ຮ່າໂນ້ຍ ຈັດພິທີ ສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ປາແລັດສະຕິນ (1988 - 2023) ແລະ ວັນສາກົນສາມັກຄີກັບປະຊາຊົນ ປາແລັດສະຕິນ (29 ພະຈິກ).

ທີ່ເຫດການ, ທ່ານຮອງປະທານຄະນະກຳມະການ ຫວຽດນາມ ສາມັກຄີກັບປະຊາຊົນ ປາແລັດສະຕິນ ຫງວຽນກວາງຄາຍ, ໃຫ້ຮູ້ວ່າ, ໃນຕະຫຼອດໄລຍະ 35 ປີຜ່ານມາ, ການພົວພັນມິດຕະພາບ ແລະ ຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ປາແລັດສະຕິນ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ບໍ່ມີການນຳປະເທດໃດໄດ້ມາຢ້ຽມຢາມ ຫວຽດນາມ ເປັນ 10 ຄັ້ງຄືທ່ານອະດີດປະທານ Yasser Arafat - ການນຳຜູ້ຍິ່ງໃຫຍ່ຂອງປະຊາຊົນ ປາແລັດສະຕິນ.

ເນື່ອງໃນໂອກາດວັນສາກົນສາມັກຄີກັບປະຊາຊົນ ປາແລັດສະຕິນ (29 ພະຈິກ), ທ່ານ ຫງວຽນກວາງຄາຍ ໄດ້ອ່ານໂທລະເລກຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສົ່ງເຖິງທ່ານເລຂາທິການໃຫຍ່ສະຫະປະຊາຊາດ, ປະທານຄະນະກຳມະການຂອງສະຫະປະຊາຊາດ ກ່ຽວກັບການປະຕິບັດບັນດາສິດບໍ່ອາດແຊກແຊງໄດ້ຂອງປະຊາຊົນ ປາແລັດສະຕິນ ແລະ ປະທານາທິບໍດີແຫ່ງລັດ ປາແລັດສະຕິນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top