• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຍົກສູງຄວາມສາມາດແຂ່ງຂັນ ບືນຕົວຂຶ້ນສູ່ລະດັບພາກພື້ນ ແລະ ສາກົນ

ຕອນບ່າຍວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງຂະບວນການນັກທຸລະກິດໜຸ່ມຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງກ່າວຄຳເຫັນທີ່ພິທີ

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຢືນຢັນວ່າ: ຖັນແຖວນັກທຸລະກິດ ແລະ ປະຊາຄົມວິສາຫະກິດຫວຽດນາມ ແມ່ນກຳລັງຜະລິດວັດຖຸຕົ້ນຕໍຂອງພື້ນຖານເສດຖະກິດຫວຽດນາມ, ແມ່ນໜຶ່ງໃນບັນດາປັດໄຈທີ່ມີຄວາມໝາຍຕັດສິນຄວາມສຳເລັດຂອງການປະຕິບັດເປົ້າໝາຍຫັນເປັນອຸດສາຫະກຳ ແລະ ທັນສະໄໝຢ່າງມີໄຊ, ສ້າງບາດກ້າວບຸກທະລຸໃນ. ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ລັດຖະບານຈະສືບຕໍ່ພ້ອມກັບສະມາຄົມນັກທຸລະກິດໜຸ່ມຫວຽດນາມ ສືບຕໍ່ພັດທະນາຢ່າງແຂງແຮງ.

ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ຢູ່ຮ່າໂນ້ຍ, ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ “ປ່ຽນໃໝ່ ແລະ ບໍ່ປ່ຽນແປງ”. ບັນດາຜູ້ແທນໄດ້ສະເໜີບັນດາວິທີແກ້ໄຂເພື່ອແນໃສ່ເສີມຂະຫຍາຍກຳລັງແຮງຮ່ວມສຳພັນ ເຄືອຂ່າຍນັກທຸລະກິດໜຸ່ມ ຫວຽດນາມ ແລະ ເຄືອຂ່າຍນັກທຸລະກິດໜຸ່ມໃນທົ່ວໂລກ. 

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top