• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດພິຈາລະນາປັບປຸງບັນດາລະບຽບການກ່ຽວກັບການປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ ສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ

ທີ່ການປຶກສາຫາລືຢູ່ຕາມໜ່ວຍ ກ່ຽວກັບຮ່າງມະຕິ, ບັນດາສະມາຊິກສະພາແຫ່ງຊາດໄດ້ສະແດງຄວາມເຫັນດີເຫັນພ້ອມກັບການປັບປຸງ ແລະ ເພີ່ມເຕີມ ເພື່ອຮັບປະກັນປະສິດທິຜົນໃນການ ປ່ອນບັດໄວ້ວາງໃຈ.
  ບັນດາ ສ.ສ.ຊ ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ XV  

ຕອນບ່າຍວັນທີ 30 ພຶດສະພາ, ບັນດາ ສ.ສ.ຊ ທີ່ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ XV, ໄດ້ຮັບຟັງ ການສະເໜີຮ່າງມະຕິວ່າດ້ວຍການ ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ ສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ (ປັບປຸງ) ຫົວໜ້າຄະນະວຽກງານ ສ.ສ.ຊ ທ່ານນາງ ຫງວຽນທິແທງ ໃຫ້ຮູ້ວ່າ:

    “ການຮຽບຮຽງຮ່າງມະຕິເພື່ອແນໃສ່ຜັນຂະຫຍາຍບັນດາແຜນນະໂຍບາຍ ແລະ ແນວທາງຂອງກົມການເມືອງກ່ຽວກັບວຽກງານບຸກຄະລາກອນ ແລະ ການປ່ອນບັດໄວ້ວາງໃຈສຳລັບຕຳແໜ່ງການນຳ ຄຸ້ມຄອງໃນລະບົບການເມືອງໃຫ້ເປັນລະບອບກົດໝາຍ. ຮັບປະກັນລັກສະນະຄົບຊຸດຂອງລະບົບກົດໝາຍໃນສະພາບທີ່ໃນຊຸມປີມໍ່ໆມານີ້ ສະພາແຫ່ງຊາດໄດ້ປັບປຸງ ແລະ ເພີ່ມເຕີມກົດໝາຍຈຳນວນໜຶ່ງທີ່ມີບັນດາເນື້ອໃນກ່ຽວຂ້ອງເຖິງການປ່ອນບັດໄວ້ວາງໃຈຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນ. ສະນັ້ນ, ການສ້າງຮ່າງມະຕິເພື່ອພິຈາລະນາ, ປະກອບຄຳເຫັນ ແລະ ຮັບຮອງທີ່ກອງປະຊຸມຄັ້ງທີ 5 ແມ່ນຈຳເປັນທີ່ສຸດ ເພື່ອຜັນຂະຫຍາຍວຽກງານ ປ່ອນບັດໄວ້ວາງໃຈທີ່ກອງປະຊຸມສະໄໝສາມັນຄັ້ງທີ 6, ສະພາແຫ່ງຊາດ ຊຸດທີ XV ແລະ ກອງປະຊຸມເມື່ອທ້າຍປີ 2023 ຂອງ ສະພາປະຊາຊົນທຸກຂັ້ນ.

       ທີ່ການປຶກສາຫາລືຢູ່ຕາມໜ່ວຍ ກ່ຽວກັບຮ່າງມະຕິ, ບັນດາສະມາຊິກສະພາແຫ່ງຊາດໄດ້ສະແດງຄວາມເຫັນດີເຫັນພ້ອມກັບການປັບປຸງ ແລະ ເພີ່ມເຕີມ ເພື່ອຮັບປະກັນປະສິດທິຜົນໃນການ ປ່ອນບັດໄວ້ວາງໃຈ.

 

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top