• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຕິດຕາມກວດກາສູງສຸດກ່ຽວກັບການນຳໃຊ້ແຫຼ່ງກຳລັງປ້ອງກັນ, ຕ້ານໂຄວິດ - 19

ບົດລາຍງານຂອງກຳມາທິການ ສັງຄົມຂອງສະພາແຫ່ງຊາດ ໄດ້ສະແດງໃຫ້ເຫັນວ່າ: ໃນໄລຍະແຕ່ປີ 2020 – 2022, ຫວຽດນາມ ໄດ້ລະດົມຈຳນວນເງິນປະມານ 230. 000 ຕື້ດົ່ງ (ເທົ່າກັບ 9,8 ຕື້ໂດລາສະຫະລັດ).
  ພາບປະກອບ  

ເລື່ອງລະດົມ, ຄຸ້ມຄອງ ແລະ ນຳໃຊ້ບັນດາແຫຼ່ງກຳລັງຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດ ໂຄວິດ -19; ເລື່ອງປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການແພດຮາກຖານ, ການແພດປ້ອງກັນ ແມ່ນເນື້ອໃນທີ່ສະພາແຫ່ງຊາດ ປຶກສາຫາລື ໃນວັນທີ 29 ພຶດສະພາ. ກອງປະຊຸມໄດ້ຈັດຂຶ້ນໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ນີ້ແມ່ນຫົວຂໍ້ຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ໂດຍຜູ້ມີສິດເລືອກຕັ້ງ ແລະ ສະມາຊິກສະພາແຫ່ງຊາດ ມີຄວາມສົນໃຈຫຼາຍທີ່ສຸດ.

        ບົດລາຍງານຂອງກຳມາທິການ ສັງຄົມຂອງສະພາແຫ່ງຊາດ ໄດ້ສະແດງໃຫ້ເຫັນວ່າ: ໃນໄລຍະແຕ່ປີ 2020 – 2022, ຫວຽດນາມ ໄດ້ລະດົມຈຳນວນເງິນປະມານ 230. 000 ຕື້ດົ່ງ (ເທົ່າກັບ 9,8 ຕື້ໂດລາສະຫະລັດ) ເພື່ອຮັບໃຊ້ໂດຍກົງໃຫ້ວຽກງານປ້ອງກັນ, ຕ້ານໂລກລະບາດ ແລະ ປະຕິບັດບັນດານະໂຍບາຍໝູນຊ່ວຍສັງຄົມ. ຫວຽດນາມ ໄດ້ຮັບວັກຊິນກັນໂຄວິດ - 19 ເກືອບ 260 ລ້ານໂດສ. ມີນັກອາສາສະໝັກນັບລ້ານຄົນ, ພິເສດແມ່ນຖັນແຖວພະນັກງານ ແພດໝໍ, ພະນັກງານ, ນັກຮົບກຳລັງປະກອບອາວຸດ ໄດ້ເຂົ້າຮ່ວມແນວໜ້າປ້ອງກັນ, ຕ້ານໂລກລະບາດ.

        ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານ ຫງວຽນເລີນຮ້ຽວ, ສະມາຊິກສະພາແຫ່ງຊາດແຂວງ ບິ່ງດິ້ງ, ຖືວ່າ: ຫວຽດນາມ ຄວນພິຈາລະນາປະກາດສິ້ນສຸດໂລກລະບາດໂຄວິດ -19:

        “ທຳອິດແມ່ນເກືອບຄືວ່າອັດຕາຜູ້ມີອາການໜັກຍ້ອນໂຄວິດ -19 ບໍ່ມີແລ້ວ. ທີສອງແມ່ນ, ຫວຽດນາມ ບັນລຸອັດຕາການສັກວັກຊິນສູງ. ຕົ້ນເດືອນພຶດສະພາ, ອົງການອະນາໄມໂລກ (WHO) ໄດ້ປະກາດ ໂຄວິດ -19 ບໍ່ແມ່ນສະພາວະສຸກເສີນທົ່ວໂລກອີກແລ້ວ. ນີ້ແມ່ນ 3 ເງື່ອນໄຂຕັດສິນຊີ້ຂາດ, ຈຳເປັນ ເພື່ອໃຫ້ ຫວຽດນາມ ຫັນໂຄວິດ -19 ຈາກພະຍາດຕິດແປດໝວດ A ຫັນເປັນໝວດ B. ໝາຍຄວາມວ່າຈາກໝວດອັນຕະລາຍພິເສດ ມີຄວາມສາມາດຕິດແປດສູງ, ແຜ່ລາມອອກສູ່ວົງກ້ວາງ, ມີອັດຕາຜູ້ເສຍຊີວິດສູງ ໄປເປັນໝວດພະຍາດຕິດແປດເປັນອັນຕະລາຍ ມີຄວາມສາມາດຕິດແປດໄວ, ອາດເຮັດໃຫ້ເສຍຊີວິດ”.

ທີ່ກອງປະຊຸມ, ສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືນະໂຍບາຍກ່ຽວກັບສາທາລະນະສຸກຂັ້ນຮາກຖານ, ການແພດສຳຮອງ. ຕາມບົດລາຍງານຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍສາທາລະນະສຸກຮາກຖານ, ການແພດສຳຮອງຂອງກຳມາທິການສັງ ຂອງສະພາແຫ່ງຊາດໄລຍະ 2018 – 2022. ປະຈຸບັນ, ເຄືອຂ່າຍສາທາລະນະສຸກຂັ້ນຮາກຖານໄດ້ພັດທະນາຢ່າງກວ້າງແຂວງໃນທົ່ວປະເທດ.

        ກ່າວຄຳເຫັນທີ່ວາລະປຶກສາຫາລື, ມີສະມາຊິກສະພາແຫ່ງຊາດຫຼາຍທ່ານ ໄດ້ຕີລາຄາບົດບາດສຳຄັນຂອງສາທາລະນະສຸກຂັ້ນຮາກຖານ ຍ້ອນນີ້ແມ່ນແນວໜ້າໃນການປ້ອງກັນພະຍາດ, ເບິ່ງແຍງດູແລສຸຂະພາບ. ນອກຈາກແຫຼ່ງການເງິນແລ້ວ, ບັນດາສະມາຊິກສະພາແຫ່ງຊາດ ກໍ່ເອົາໃຈໃສ່ເຖິງແຫຼ່ງຊັບພະຍາກອນມະນຸດຂອງການແພດສຳຮອງ ເມື່ອແຫຼ່ງຊັບພະຍາກອນມະນຸດຮັບໃຊ້ການແພດສຳຮອງບັນລຸໄດ້ພຽງ 42% ຄວາມຕ້ອງການ. ອະພິປາຍໃນວາລະປຶກສາຫາລືກ່ຽວກັບການລົງທຶນໃຫ້ແກ່ການແພດສຳນອງ ແລະ ສາທາລະນະສຸກຂັ້ນຮາກຖານ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ດ່າວຮົ່ງລານ ໃຫ້ຮູ້ວ່າ:

        “ກະຊວງສາທາລະນະສຸກໄດ້ສ້າງສຳເລັດສຳເນົາເອກະສານຕາມຄຳສັ່ງຊີ້ນຳພັດທະນາສາທາລະນະສຸກຂັ້ນຮາກຖານໃນສະພາບການໃໝ່ ເພື່ອຮັບໃຊ້ຄວາມຕ້ອງການ ເພີ່ມທະວີປັບປຸງລະບົບສາທາລະນະສຸກຂັ້ນຮາກຖານ, ການແພດສຳຮອງ. ມາຮອດປະຈຸບັນ, ສຳເນົາເອກະສານນີ້ພວມໄດ້ກະກຽມຍືນສະເໜີຕໍ່ຄະນະເລຂາ ເພື່ອຈັດກອງປະຊຸມ ແລະ ຮັບຮອງເອົາໃນເດືອນ ມິຖຸນາ 2023 ດ້ວຍຫຼາຍເນື້ອໃນກ່ຽວຂ້ອງເຖິງຮູບແບບຈັດຕັ້ງອົງຈັກ, ກ່ຽວຂ້ອງເຖິງກົນໄກຜັນຂະຫຍາຍການປະຕິບັດ, ປັບປຸງແຫຼ່ງຊັບພະຍາກອນມະນຸດ”.

 

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ຕອນບ່າຍວັນທີ 22/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດມາຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2024

Top