• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນບຸນວິສາຂະບູຊາ 2023: ສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ - ປອງດອງຊາດ

ທ່ານນາງ ຫງວຽນທິທູຮ່າ ຝາກຄຳອວຍພອນພະອາຈານ ທິກທ້ຽນຟາບ ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນ ຕ້ອນຮັບວັນບຸນວິສາຂະບູຊາ ຢ່າງສະຫງົບ, ມ່ວນຊື່ນ, ຜາສຸກ
ທ່ານນາງ ຫງວຽນທິທູຮ່າ ຝາກຄຳອວຍພອນພະອາຈານ ທິກທ້ຽນຟາບ ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນ ຕ້ອນຮັບວັນບຸນວິສາຂະບູຊາ ຢ່າງສະຫງົບ, ມ່ວນຊື່ນ, ຜາສຸກ (ພາບ:L.H/thanhuytphcm.vn)

ຕອນບ່າຍວັນທີ 26 ພຶດສະພາ, ຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານນາງ ຫງວຽນທິທູຮ່າ, ຮອງປະທານ ທັງເປັນເລຂາທິການ, ນຳໜ້າໄດ້ໄປຢ້ຽມຢາມ, ອວຍພອນຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນນ ຢູ່ຫ້ອງການ II ສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ແລະ ພະອາຈານ ທິກທ້ຽນຟາບ, ຮອງປະທານຜູ້ປະຈຳການສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ, ເນື່ອງໃນໂອກາດວັນບຸນວິສາຄະບູຊາ ພສ 2567 - ຄສ 2023.

ທ່ານນາງ ຫງວຽນທິທູຮ່າ ຝາກຄຳອວຍພອນພະອາຈານ ທິກທ້ຽນຟາບ ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນ ຕ້ອນຮັບວັນບຸນວິສາຂະບູຊາ ຢ່າງສະຫງົບ, ມ່ວນຊື່ນ, ຜາສຸກ. ທ່ານນາງ ຫງວຽນທິທູຮ່າ ເນັ້ນໜັກວ່າ:

“ບັນດາຜູ້ມີຍົດສັກຕຳແໜ່ງ ພ້ອມກັບພໍ່ແມ່ປະຊາຊົນ, ພຸດທະສາສະນິກກະຊົນ ໄດ້ຮ່ວມເດີນທາງ, ປະກອບສ່ວນຫຼາຍຢ່າງ. ພວກເຮົາໄດ້ປະຕິບັດທິດນຳ ທັງປະຕິບັດວຽກງານສາສະໜາເປັນຢ່າງດີ, ທັງເຂົ້າຮ່ວມຕັ້ງໜ້າເຂົ້າວຽກງານປ້ອງກັນ, ຕ້ານໂລກລະບາດ, ຊ່ວຍປິ່ນປົວພະຍາດ, ເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ເຂົ້າຮ່ວມຂະບວນການກູ້ສົນໃຫ້ເປັນຢ່າງດີ, ຮັບປະກັນຊີວິດສັງຄົມ”

ເນື່ອງໃນໂອກາດນີ້, ວັດແຫ່ງຕ່າງໆຢູ່ຫຼາຍແຂວງ, ນະຄອນ ໃນທົ່ວປະເທດກໍ່ໄດ້ຈັດການເຄື່ອນໄຫວຂ່ຳນັບຮັບຕ້ອນວັນບຸນວິສາຂະບູຊາ 2023 ຢ່າງສົມກຽດ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top