• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລຸ້ນ​ໜຸ່ມ​ຈະ​ສືບ​ຕໍ່​ຂຽນ​ບັນ​ດາ​ໜ້າ​ປະ​ຫວັດ​ສາດ​ແຫ່ງ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ - ຈີນ

ການພັດທະນາທີ່ມີສະຖຽນລະພາບ, ຍືນຍົງຍາວນານຂອງການພົວພັນສອງພັກ, ສອງປະເທດແມ່ນຄວາມມຸ່ງຫວັງ, ຜົນປະໂຫຍດໂດຍພື້ນຖານຂອງສອງຊາດ, ເໝາະສົມກັບທ່າອ່ຽງໃຫຍ່ຂອງຍຸກສະໄໝ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມຖ່າຍຮູບກັບບັນດາຜູ້ແທນເຂົ້າຮ່ວມການພົບປະ

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950 - 2025) ແລະ ປີພົບປະແລກປ່ຽນມະນຸດສະທຳ ຫວຽດນາມ - ຈີນ (2025), ຕອນເຊົ້າວັນທີ 20 ມີນາ, ຢູ່ຫໍມິດຕະພາບ ຫວຽດນາມ - ຈີນ (ຮ່າໂນ້ຍ), ກະຊວງການຕ່າງປະເທດໄດ້ສົມທົບກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຈັດລາຍການພົບປະນັກຮຽນ, ນັກສຶກສາຫວຽດນາມ - ຈີນລຸ້ນຕ່າງໆ. ມີຜູ້ແທນຫວຽດນາມ ແລະ ຈີນ ປະມານ 800 ຄົນເຊິ່ງແມ່ນນັກສຶກສາລຸ້ນຕ່າງໆເຂົ້າຮ່ວມ.

ເຂົ້າຮ່ວມແລະ ກ່າວຄຳເຫັນຊີ້ນຳທີ່ລາຍການ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກວ່າການພັດທະນາທີ່ມີສະຖຽນລະພາບ, ຍືນຍົງຍາວນານຂອງການພົວພັນສອງພັກ, ສອງປະເທດແມ່ນຄວາມມຸ່ງຫວັງ, ຜົນປະໂຫຍດໂດຍພື້ນຖານຂອງສອງຊາດ, ເໝາະສົມກັບທ່າອ່ຽງໃຫຍ່ຂອງຍຸກສະໄໝ. ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຕໍ່ການຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າ, ຕັດສິນໃຈພ້ອມກັບພັກ, ລັດ ຈີນພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນທີ່ມີຄວາມໝາຍຍຸດທະສາດ. ທ່ານເລຂາທິການໃຫຍ່ ໂຕເລິມເນັ້ນໜັກວ່າ:

ລຸ້ນໜຸ່ມຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກການນຳສອງພັກ, ສອງລັດ ແລະ ໄດ້ຕັ້ງຄວາມຫວັງຈະກາຍເປັນແຫຼ່ງກຳລັງສືບຕໍ່ມູນເຊື້ອມິດຕະພາບ, ນຳມາເຊິ່ງກຳລັງຊີວິດທີ່ແຮງກ້າ ແລະ ອະນາຄົດທີ່ໄສແຈ້ງໃຫ້ແກ່ການພົວພັນ ຫວຽດນາມ - ຈີນ. ຕົວຈິງສະແດງໃຫ້ເຫັນວ່າ, ນ້ຳໃຈຂອງປະຊາຊົນສອງປະເທດໄດ້ປຸກລຸກ ແລະ ຮັກສາກໍ່ເລີ່ມຈາກລຸ້ນໜຸ່ມ, ລຸ້ນໜຸ່ມສອງປະເທດຕ້ອງຍົກສູງຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບປະຫວັດສາດອັນຍາວນານທີ່ມີຄວາມໝາຍສຳຄັນຂອງລະດັບຍຸດທະສາດການພົວພັນ ຫວຽດນາມ - ຈີນ, ຮູ້ສຶກເປັນກຽດ ແລະ ມີຄວາມຮັບຜິດຊອບໃນການສືບຕໍ່ນຳການພົວພັນສອງປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມຂອງພວກເຮົາພັດທະນາຂຶ້ນສູ່ລະດັບສູງໃໝ່.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ໂອຕາ​ລີ ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ໂອຕາ​ລີ ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືຍົກສູງການແລກປ່ຽນການຄ້າ ແລະ ການລົງທຶນສອງຝ່າຍ.

Top