• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ບານ ອາ​ເມ​ລິ​ກາ​ ອ​າດຈະຕ້ອງ​ປິດ​ປະ​ຕູ​ໃນ​ທ້າຍ​ອາ​ທິດ

ການເຈລະຈາກ່ຽວກັບຂໍ້ຕົກລົງເພື່ອແນໃສ່ສະກັດກັ້ນເລື່ອງລັດຖະບານ ປິດປະຕູໃນທ້າຍອາທິດນີ້ລະຫວ່າງ ພັກປະຊາທິປະໄຕ ແລະ ພັກສາທາລະນະສືບຕໍ່ຕົກເຂົ້າສູ່ສະພາບການຈົນຕາແຈ.
ສຳນັກງານລັດຖະສະພາ ອາເມລິກາ ຢູ່ Washington, D.C (ພາບ: Reuters)
ລັດຖະບານ ອາເມລິກາ ອາດຈະຕ້ອງປິດປະຕູໃນທ້າຍອາທິດນີ້ ເມື່ອບັນດາສະມາຊິກພັກລັດຖະສະພາປະຊາທິປະໄຕ ໄດ້ປະຕິເສດຂໍ້ສະເໜີຂອງ ທ່ານປະທານສະພາຕ່ຳ Kevin McCarthy ເຊິ່ງຮຽກຮ້ອງໃຫ້ທ່ານປະທານາທິບໍດີ ອາເມລິກາ Joe Biden ເຂົ້າຮ່ວມການເຈລະຈາ. ການເຈລະຈາກ່ຽວກັບຂໍ້ຕົກລົງເພື່ອແນໃສ່ສະກັດກັ້ນເລື່ອງລັດຖະບານ ປິດປະຕູໃນທ້າຍອາທິດນີ້ລະຫວ່າງ ພັກປະຊາທິປະໄຕ ແລະ ພັກສາທາລະນະສືບຕໍ່ຕົກເຂົ້າສູ່ສະພາບການຈົນຕາແຈ. ໃນອາທິດນີ້, ທ່ານ McCarthy ໄດ້ຊອກຫາວິທີການສ້າງຄວາມກົດດັນຕໍ່ທ່ານປະທານາທິບໍດີ Joe Biden ຂະນະທີ່ ສະພາຕ່ຳ ແລະ ສະພາສູງ ອາເມລິກາ ເດີນໄປຕາມສອງທິດທີ່ກົງກັນຂ້າມກັນ ໃນຍຸດທະສາດເພື່ອແນໃສ່ສະກັດກັ້ນເລື່ອງ ລັດຖະບານປິດປະຕູ. ກ່ອນໜ້ານັ້ນ, ສະພາສູງ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍເລື່ອນເວລາປິດປະຕູລັດຖະບານ ໄປໃນວັນທີ 17 ພະຈິກ, ພ້ອມທັງ ຢຸດຕິຊົ່ວຄາວການສະໜອງແຫຼ່ງງົບປະມານ ຢູ່ລະດັບໃນປັດຈຸບັນ ເພື່ອມີເວລາຕື່ມອີກໃຫ້ແກ່ການເຈລະຈາ ແລະ ສະໜອງເງິນເປັນຈຳນວນນັບ ຕື້ USD ທີ່ອຸປະຖຳໃຫ້ແກ່ ຢູແກຼນ, ຊ່ວຍເຫຼືອໄພພິບັດ. ເຖິງຢ່າງໃດກໍ່ຕາມ, ມີສະມາຊິກລັດຖະສະພາພັກສາທາລະນະ ຫຼາຍທ່ານຢູ່ ສະພາຕ່ຳ ຖືວ່າຮ່າງກົດໝາຍສະບັບນີ້ ບໍ່ມີຄວາມໝາຍອີກ ຍ້ອນວ່າ ສະພາຕ່ຳພວມຍົກອອກມາດຕະການຊົ່ວຄາວໃນນັ້ນມີຮ່າງກົດໝາຍ ວ່າດ້ວຍຊາຍແດນ ແລະ ຫຼຸດ່ຜ່ອນການໃຊ້ຈ່າຍຂອງລັດຖະບານ ຢ່າງແຮງ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top