ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີຢຸງ ໃຫ້ຮູ້ວ່າ ລັດຖະບານ ເຫັນໄດ້ທຸກຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດແຕ່ທ້າຍປີ 2022. ໝາກຜົນການເຕີບໂຕໃນຊຸມເດືອນຕົ້ນປີນີ້ ແມ່ນຕັ້ງໜ້າ.
ທ່ານນາງ ຫງວຽນທິຮົ່ງ ຜູ້ວ່າການທະນາຄານແຫ່ງລັດ ອະພິປາຍ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງວຽກງານບໍລິຫານເສດຖະກິດ (ພາບ: TTXVN)
“ລັດຖະບານ ຫວຽດນາມ ຈະແກ້ໄຂສິ່ງກີດຂວາງເພື່ອປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ”. ນີ້ແມ່ນຄຳຢັ້ງຢືນຂອງລັດຖະມົນຕີບາງທ່ານໃນວາລະປຶກສາຫາລືໃນຕອນເຊົ້າວັນທີ 1 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2022 ແລະ ຊຸມເດືອນຕົ້ນປີ 2023 ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ທ່ານນາງ ຫງວຽນທິຮົ່ງ ຜູ້ວ່າການທະນາຄານແຫ່ງລັດ, ທ່ານ ໂຮ່ດຶກເຟິກ ລັດຖະມົນຕີກະຊວງການເງິນ, ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ອະພິປາຍ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງວຽກງານບໍລິຫານເສດຖະກິດ ເຊິ່ງບັນດາສະມາຊິກສະພາແຫ່ງຊາດມີຄວາມສົນໃຈ.
ເມື່ອເວົ້າເຖິງການພັດທະນາຂອງພື້ນຖານເສດຖະກິດ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີຢຸງ ໃຫ້ຮູ້ວ່າ ລັດຖະບານ ເຫັນໄດ້ທຸກຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດແຕ່ທ້າຍປີ 2022. ໝາກຜົນການເຕີບໂຕໃນຊຸມເດືອນຕົ້ນປີນີ້ ແມ່ນຕັ້ງໜ້າ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານໃຫ້ຮູ້ວ່າ:
“ລັດຖະບານຈະສືບຕໍ່ຕິດຕາມສະພາບການຢ່າງແໜ້ນແຟ້ນ, ແກ້ໄຂສິ່ງກີດຂວາງເພື່ອປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ. ກ່ຽວກັບໂຄງການເປົ້າໝາຍແຫ່ງຊາດ, ລັດຖະບານຈະຊີ້ນຳການປ່ອຍເງິນໂດຍໄວ. ກ່ຽວກັບຄວາມຫຍຸ້ງຍາກຂອງວິສາຫະກິດ, ລັດຖະບານ ຈະຄົ້ນຄວ້າມາດຕະການ, ນະໂຍບາຍທີ່ແຮງກວ່າ ແລະ ມີປະສິດທິຜົນກວ່າເພື່ອໜູນຊ່ວຍວິສາຫະກິດໃນໄລຍະຈະມາເຖິງ”.
ກໍໃນວາລະປຶກສາຫາລືດັ່ງກ່າວ, ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ ກໍ່ໄດ້ອະພິປາຍກ່ຽວກັບການສ້າງແຜນງົບປະມານ, ການຄຸ້ມຄອງການເຄື່ອນໄຫວດຳເນີນທຸລະກິດກ່ຽວກັບການປະກັນຊີວິດ…/.
(ແຫຼ່ງຄັດຈາກ VOV)