ທ່ານກໍ່ຖະແຫຼງວ່າ ລັດເຊຍ ຈະມີບັນດາການກະທຳໂຕ້ຕອບໃນກໍລະນີ ອີຢູ ຮີບຄືນຊັບສິນທີ່ຖືກອາຍັດຂອງປະເທດນີ້.
ທ່ານນາງ Maria Zakharova, ໂຄສົກກະຊວງການຕ່າງປະເທດ ລັດເຊຍ (ພາບ: ກະຊວງການຕ່າງປະເທດ/REUTERS)
ວັນທີ 12 ກັນຍາ, ທ່ານນາງ Maria Zakharova, ໂຄສົກກະຊວງການຕ່າງປະເທດ ລັດເຊຍ ຖະແຫຼງວ່າ ລັດເຊຍ ຖະແຫຼງຈະຕອບຄືນບັນດາຄຳສັ່ງລົງໂທດໃໝ່ ທີ່ອາດຈະເລີ່ມມີແຕ່ສະຫະພາບ ເອີລົບ (ອີຢູ) ຢ່າງສົມເຫດສົມຜົນ. ທ່ານກໍ່ຖະແຫຼງວ່າ ລັດເຊຍ ຈະມີບັນດາການກະທຳໂຕ້ຕອບໃນກໍລະນີ ອີຢູ ຮີບຄືນຊັບສິນທີ່ຖືກອາຍັດຂອງປະເທດນີ້.
ກ່ອນໜ້ານັ້ນ, ໃນວັນດຽວກັນ ທ່ານ Kaja Kallas, ຜູ້ຕາງໜ້າຂັ້ນສູງຂອງ ອີຢູ ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ອີຢູ ໄດ້ແຈ້ງໃນສື່ສັງຄົມ X ວ່າ ອີຢູ ໄດ້ສຳເລັດບ້ວງລົງໂທດທີ 19 ສຳລັບ ລັດເຊຍ. ພ້ອມກັນນັ້ນ, ອີຢູ ກໍ່ຕໍ່ກຳນົດເວລາບັນດາມາດຕະການລົງໂທດຕື່ມອີກ 6 ເດືອນ ສຳລັບ 2.500 ສ່ວນບຸກຄົນ ແລະ ອົງການຂອງ ລັດເຊຍ ທີ່ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ.
(ແຫຼ່ງຄັດຈາກ VOV)