• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢັ້ງ​ຢືນ​ອິດ​ທິ​ພົນ​ຊື່​ສຽງ​ຂ​ອງ ຫວຽດ​ນາມ ກ່ຽວ​ກັບ​ການ​ຝືກອ​ົບ​ຮົບ​ຮັກ​ສາ​ສັນ​ຕິ​ພາບ​ໃນ​ພາກ​ພື້ນ

ພິທີໄຂຊຸດຝືກອົບຮົບນາຍທະຫານເປັນເສນາທິການ ສປຊ ປີ 2026 ໂດຍການາດາໜູນຊ່ວຍ(UNSOC 2026) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ມັງກອນ ຢູ່ຮ່າໂນ້ຍ.
ບັນດາຜູ້ແທນເຂົ້າຮ່ວມພິທີໄຂຊຸດຝືກອົບຮົບ (ພາບ: QDND)

ໂດຍໄດ້ດຳເນີນແຕ່ວັນທີ 3 – 30 ມັງກອນ, UNSOC 2026 ມີການເຂົ້າຮ່ວມການສອນຂອງຖັນແຖນຄູອາຈານຫວຽດນາມ ພ້ອມກັບການໜູນຊ່ວຍປະກອບຄຳເຫັນຂອງບັນດາຄູອາຈານ ການາດາ ແລະ ການເຂົ້າຮ່ວມຮ່ຳຮຽນຂອງບັນດານັກສຳມະນາກອນສາກົນມາຈາກ ຫວຽດນາມ ແລະ ບັນດາປະເທດໃນຂອບເຂດໂຄງການຮ່ວມມືບຳລຸງສ້າງດ້ານການທະຫານປ້ອງກັນຊາດ - MTCP ແມ່ນ ບັງກາລະເທດ, ຟີຊີ, ອິນໂດເນເຊຍ, ມາເລເຊຍ, ມົງໂກນ, ເນປານ, ປາກິດສະຖານ, ຟີລິບປິນ, ໄທ, ຕີມໍແລັດສະເຕີ. ນອກຈາກນັ້ນ, ໃນຊຸດຝືກອົບຮົບຄັ້ງນີ້ຍັງມີການເຂົ້າຮ່ວມຂອງບັນດານາຍທະຫານກອງທັບປະຊາຊົນລາວ ໂດຍກະຊວງປ້ອງກັນປະເທດ ຫວຽດນາມ ເຊື້ອເຊີນ.

ກ່າວຄຳເຫັນທີ່ພິທີໄຂຊຸດຝືກອົບຮົບ, ທ່ານພົນຈັດຕະວາ ຟ້າມແມັ້ງທັ້ງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ເນັ້ນຫນັກວ່າ ວິວັດການກະກຽມ ແລະ ຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕີພາບ ສປຊ ໃນເວລາກ່ວາ 11 ປີຜ່ານມາ, ຫວຽດນາມ ຍາມໃດກໍ່ໄດ້ຮັບການຊ່ວຍເຫຼືອອັນລ້ຳຄ່າຂອງການາດາ ແລະ ສປຊ.

ສ່ວນທ່ານເອກອັກຄະລັດຖະທູດ ການາດາປະຈຳ ຫວຽດນາມ ເນັ້ນໜັກວ່າ ນັບແຕ່ເວລາ ຫວຽດນາມ ແລະ ການາດາ ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍຂົງເຂດຮັກສາສັນຕິພາບ ເມື່ອປີ 2023, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດນັບມື້ນັບຈະແຈ້ງ ເມື່ອເປັນເຈົ້າພາບຈັດຫຼາຍຊຸກຝືກອົບຮົມໂດຍ ການາດາໜູນຊ່ວຍ, ຢັ້ງຢືນອິດທິພົນຊື່ສຽງ, ຖານະບົດບາດຂອງ ຫວຽດນາມ ກ່ຽວກັບການຝືກອົບຮົບການຮັກສາສັນຕີພາບ ໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top