• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…
ພາບປະກອບ: ກະຊວງອຸດສາຫະກຳ ແລະ ການຄ້າ
ໃນຂອບເຂດງານຕະຫຼາດນັດ ລະດູໃບໄມ້ຫຼົ່ນ 2025, ກົມສົ່ງເສີມການຄ້າ (ກະຊວງການຄ້າ) ຈະສົມທົບກັບຫ້ອງການການຄ້າ ຫວຽດນາມ ປະຈຳຢູ່ນິວຊີແລນ ແລະ ສະພາດຳເນີນທຸລະກິດ ອາຊຽນ - ນິວຊີແລັນ (ANZBC) ຈັດຂຶ້ນກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ເຊື່ອມຕໍ່ການແລກປ່ຽນການຄ້າ ລະຫວ່າງ ວິສາຫະກິດ ຫວຽດນາມ - ນິວຊີແລນ. ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ… ຢູ່ກອງປະຊຸມ, ຄະນະຈັດຕັ້ງຈະສັບຊ້ອນສະຖານທີ່ ເຊື່ອມຕໍ່ ວິສາຫະກິດ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສອງປະເທດ ແລກປ່ຽນໂດຍກົງ(B2B), ຊອກຫາຄູ່ຮ່ວມມື, ແບ່ງປັນຂໍ້ມູນ ແລະ ບັນດາຂໍ້ຕົກລົງໃນການຮ່ວມມື.

(ແຫຼ່ງຄັດຈາກ VOV)

ຈີນ​ກ່າວ​ເຕືອນ​ຈະ​ໂຕ້​ຕອບ​ພາຍຫຼັງ EU ລົງ​ໂທດ​ວິ​ສາ​ຫະ​ກິດ

ຈີນ​ກ່າວ​ເຕືອນ​ຈະ​ໂຕ້​ຕອບ​ພາຍຫຼັງ EU ລົງ​ໂທດ​ວິ​ສາ​ຫະ​ກິດ

ໂດຍໂຕ້ຕອບຕໍ່ຖະແຫຼງການຂອງ EU, ໃນວັນດຽວກັນ, ທ່ານໂຄສົກກະຊວງການຄ້າຈີນ ໄດ້ຊີ້ແຈ້ງວ່າ ປັກກິ່ງຍາມໃດກໍ່ຄັດຄ້ານຕໍ່ບັນດາຄຳສັ່ງລົງໂທດແບບພຽງລຳພັງຝ່າຍດຽວ ໂດຍບໍ່ອີງຕາມກົດໝາຍສາກົນ ແລະ ບໍ່ໄດ້ຮັບການໃຫ້ສັດຕະຍາບັນ ຈາກ ສປຊ.

Top