ມາ ເມືອງ ເມືອງແຕ່ ເພີດເພີນກັບ ຍຳ ຍອດແຂມ ອ່ອນ

ເຫດການ ແລະ ບັນຫາ

ມາ ເມືອງ ເມືອງແຕ່ ເພີດເພີນກັບ ຍຳ ຍອດແຂມ ອ່ອນ

ຍຳຍອດ ແຂມ ອ່ອນ ແມ່ນເຍື່ອງອາຫານພື້ນເມືອງ ທຳມະດາສາມັນ ຂອງຊາວເຜົ່າ ກົ໋ງ ຢູ່ເມືອງ ເມືອງແຕ່, ແຂວງ ລາຍເຈົາ. ລາຍການອາຫານນີ້ ແມ່ນເຮັດຈາກຍອດອ່ອນ ຂອງ ຕົ້ນແຂມ, ເປັນພືດ ທີ່ເກີດຕາມທຳມະຊາດ ຢູ່ເຂດພູສູງ ທາງທິດຕາເວັນ ຕົກສ່ຽງເໜືອ.

ອາຫານການກິນ ​ຂອງ​ ຊາວ​ເຜົ່າ ກົ໋ງ ສຸດທີ່ລະອຽດອ່ອນ ແລະ ມີຄວາມຫຼາກຫຼາຍ​ ດ້ວຍເຍື່ອງອາຫານຕ່າງໆ ເຊ່ັນ: ບັນດາປະເພດເຂົ້າໜົມ, ຍຳ, ປາ​ແຫ້ງ, ຊີ້ນ​ແຫ້ງ ​ເຮັດ​ສົ້ມ​ ຫຼື ຂາງໄຟ ເພື່ອເກັບ​ຮັກສາ. ໃນນັ້ນ ຍຳຍອດແຂມອ່ອນ ອາດຈະແມ່ນລາຍການອາຫານ ທ່ີແປກ ຂອງ ຊາວເຜົ່າ ກົ໋ງ. ຕາມການບອກເລົ່າ ຂອງ ​ຜູ້​ເຖົ້າ​ຜູ້ແກ່ ໃຫ້ຮູ້ວ່າ ​ໃນ​ເມື່ອ​ກ່ອນ, ​ເມື່ອໄປເຮັດ​ໄຮ່, ຊາວ​ເຜົ່າ ກົ໋ງ ມັກ​ເກັບເອົາ​ ຍອດແຂມ ​ມາ​ກິນ. ເມື່ອຄ່ອຍໆ ລື້ງກິນແລ້ວ ເຂົາເຈົ້າເອົາກັບບ້ານ, ໜຶ້ງໃຫ້ສຸກ ແລະ ປົນກັບໝາກກອກນໍ້າ, ຜັກຫອມ ເພື່ອສ້າງເປັນລາຍການອາຫານ ທີ່ເປັນເອກະລັກ. 

ສ່ວນປະກອບຫຼັກໃນການປຸງແຕ່ງ ເຍື່ອງອາຫານ ຍຳຍອດແຂມອ່ອນ ມີຍອດແຂມອ່ອນ, ໝາກກອກນໍ້າ, ຜັກຫອມປ້ອມ... 

ຍອດແຂມອ່ອນ ທີ່ໃຊ້ໃນການເຮັດ ຍຳ.

ເພື່ອ​ເຮັດຍຳ ຍອດແຂມອ່ອນ, ຊາວ​ເຜົ່າ​ ກົ໋ງ ມັກ​ເລືອກ ແລະ ເດັດ​ເອົາ​ໜໍ່ແຂມ ມີສີຂຽວ​​ອ່ອນ ແລ້ວລ້າງໃຫ້ສະອາດ, ແຊ່ນໍ້າເກືອຈາງໆ ເພື່ອລະລາຍຄວາມຝາດ ຂອງແຂມ. ຫຼັງຈາກນັ້ນຕັກອອກ, ລ້າງນໍ້າ ແລ້ວນຳໄປໜຶ້ງໃຫ້ສຸກ.  


ສ່ວນປະສົມເພື່ອເຮັດ ຍຳຍອດແຂມອ່ອນ ໄດ້ປຸງແຕ່ງຈາກ ນໍ້າປາ, ນໍ້າຕານ, ນໍ້າໝາກນາວ, ​ໝາກ​ເຜັດ, ກະ​ທຽມ,... ຕາມສັດສ່ວນ​ພໍກິນ. ແຂມອ່ອນ ຫຼັງ​ຈາກໜຶ້ງສຸກ ແລ້ວກໍ່ເອົາລົງໝໍ້ກະທະ ພ້ອມກັບສ່ວນປະສົມ, ໃສ່ຜັກຫອມ, ໝາກຖົ່ວດິນຂົ້ວ ແລະ ຄົນໃຫ້ເຂົ້າກັນ.

ຍຳ ຍອດແຂມອ່ອນ ຈະມີລົດຊາດ ສົ້ມ, ຫວານ, ເຜັດ, ຫອມແຊບ ແລະ ກິນງ່າຍ. ອາຫານນີ້ ມັກຈະຖືກຮັບປະທານກັບ ເຂົ້າ ຫຼື ເຂົ້າປຸ້ນ. ນັກ​ທ່ອງ​ທ່ຽວ​ ທີ່​ມາ​ເມືອງ ເມືອງແຕ່ ​ຈະຮູ້ສຶກແປກໃຈ ແລະ ຕື່ນ​ເຕັ້ນ​ທີ່​ໄດ້​ຮູ້ຈັກ ​ແລະ ຊີມລາຍການ​ອາຫານ ​ທີ່​ເປັນ​ເອກະລັກ ສະ​ເພາະ​ນີ້.

ຍຳ ຍອດແຂມອ່ອນ ມັກຈະຖືກນໍາໃຊ້ເປັນອາຫານ ເລີ່ມຕົ້ນໃນງານລ້ຽງ. ອາຫານນີ້ບໍ່ພຽງແຕ່ແຊບ, ແຕ່ຍັງມີທາດບໍາລຸງ, ແກ້ຮ້ອນໃນ ແລະ ຂັບຖ່າຍສານພິດ ໃນຮ່າງກາຍ.

ເມືອງ ເມືອງແຕ່ ມີ 14 ຕາ​ແສງ, ຕົວ​ເມືອງ, ລວມ​ມີ 10 ຊົນ​ເຜົ່າ. ​ໃນ​ນັ້ນ, ຊົນເຜົ່າ ກົ໋ງ ແມ່ນ​ໜຶ່ງ​ໃນ 5 ຊົນ​ເຜົ່າ​ສ່ວນ​ໜ້ອຍ​ ທີ່​ປະສົບ​ກັບ ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ​ໄດ້​ດຳລົງ​ຊີວິດ ເຕົ້າໂຮມກັນ​ຢູ່​ ຕາ​ແສງ​ນ້ຳຄາວ ມີ 220 ຄອບຄົວ, ພົນລະເມືອງ 1.000 ກວ່າ​ຄົນ. ​ເຖິງ​ວ່າ​ປະຊາກອນ​ ມີ​ໜ້ອຍ​ກໍ່ຕາມ, ​ແຕ່​ບັນດາ​ຄຸນຄ່າ​ ວັດທະນະທຳ, ຮີດຄອງ​ປະ​ເພນີ ​ແລະ ພິ​ເສດ​ ແມ່ນ​ບັນດາລາຍການອາຫານ​ພື້ນ​ເມືອງ​ ຂອງ​ ​ເຜົ່າ​ ກົ໋ງ ລ້ວນ​ແຕ່​ໄດ້​ຮັບ​ການ​ຮັກສາ.

ບົດ ແລະ ພາບ: ກົງດາດ - ແປໂດຍ: ບິກລຽນ

ຫວຽດນາມ ສ້າງຂີດໝາຍປະຫວັດສາດ ດ້ວຍສົນທິສັນຍາ ຮ່າໂນ້ຍ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ

ຫວຽດນາມ ສ້າງຂີດໝາຍປະຫວັດສາດ ດ້ວຍສົນທິສັນຍາ ຮ່າໂນ້ຍ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ

ພິທີລົງນາມ ແລະ ກອງປະຊຸມສຸດຍອດ ສົນທິສັນຍາ ຂອງ ອົງ ການ ສະຫະປະຊາຊາດ ວ່າດ້ວຍການຕ້ານ ອາດຊະຍາກຳ ທາງ ໄຊເບີ (ສົນທິສັນຍາ ຮ່າໂນ້ຍ) ພາຍໃຕ້ຫົວຂໍ້: “ຕ້ານອາດຊະຍາກຳ ທາງໄຊເບີ, ແບ່ງປັນ ຄວາມຮັບຜິດຊອບ, ມຸ່ງສູ່ອະນາຄົດ” ໄດ້ຈັດ ຂຶ້ນຢ່າງສົມກຽດ ທີ່ສູນປະຊຸມແຫ່ງຊາດ ຮ່າໂນ້ຍ ໃນວັນທີ 25 – 26 ຕຸລາ 2025. ເຫດການໃນຄັ້ງນີ້ ມີການເຂົ້າຮ່ວມ ຂອງ ພະນະ ທ່ານ António Guterres ເລຂາທິການໃຫຍ່ ອົງການສະຫະປະ ຊາຊາດ ພ້ອມດ້ວຍຜູ້ແທນກວ່າ 2.500 ທ່ານ ທ່ີມາຈາກ 119 ປະ ເທດ ແລະ ເຂດແຄ້ວນ, ພ້ອມດ້ວຍ ອົງການຈັດຕັ້ງສາກົນ ແລະ ວິສາຫະກິດ ເຕັກໂນໂລຊີ ແຖວໜ້າໂລກ ກວ່າ 100 ແຫ່ງ ເຊິ່ງ ສ້າງຂີດໝາຍ ປະຫວັດສາດ ໃນການຮ່ວມມືທົ່ວໂລກ ກ່ຽວກັບ ຄວາມໝັ້ນຄົງ ທາງໄຊເບີ.

Top