• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອ​ບຫຼຽນ​ກາ​ລະ​ນຶກ ​ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ​ໃຫ້​ແກ່​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ຫວຽດ​ນາມ

ເຖິງວ່າດຳລົງຕຳແໜ່ງໃດ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍ່ຈະຍັງຄົງສືບຕໍ່ມີຄວາມສົນໃຈ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ລາວ - ຫວຽດນາມ.
ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ມອບຫຼຽນກາລະນຶກ ໃຫ້ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ (ພາບ: qdnd.vn)

ຕອນຄ່ຳວັນທີ 28 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊາດ” ໃຫ້ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ເພື່ອແນໃສ່ເຊີດຊູບັນດາການປະກອບສ່ວນຂອງ ທ່ານໃນການປັບປຸງ ແລະ ເພີ່ມທະວີການພົວພັນສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ.

ຕາມທ່ານ ຟານແອັງເຊີນແລ້ວ, ບັນດາບາດກ້າວພັດທະນາສຳຄັນໃນການພົວພັນລະຫວ່າງ ຫວຽດນາມ - ລາວ ກໍ່ຄືການພົບປະແລກປ່ຽນປະຊາຊົນໃນ 4 ປີ ຜ່ານມາລ້ວນແຕ່ມີການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ແລະ ການສົມທົບກັນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງ ສະຖານທູດ ລາວ ປະຈຳ ຫວຽດນາມ. ທ່ານປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຟານແອັງເຊີນເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ເຖິງວ່າດຳລົງຕຳແໜ່ງໃດ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍ່ຈະຍັງຄົງສືບຕໍ່ມີຄວາມສົນໃຈ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ລາວ - ຫວຽດນາມ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top