ລາຍການສວນສະໜາມ ແລະ ເດີນສວນສະໜາມໃນພິທີລະນຶກເຖິງ 50 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 - 30 ເມສາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ປະທັບໃຈ ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 13.000 ຄົນ.
ລົດບັນຊາ ແລະ ຂະບວນລົດແຫ່ທຸງໄຊກອງທັບທັງໝົດ ເຄື່ອນຜ່ານແທ່ນພິທີ. ພາບ: VNA
ໃນຕອນເຊົ້າຂອງວັນທີ 30 ເມສາ, ຢູ່ເສັ້ນທາງ ເລຢວນ, ເຂດ 1 (ນະຄອນ ໂຮ່ຈີມິນ), ລາຍການສວນສະໜາມ ແລະ ເດີນສວນສະໜາມໃນພິທີລະນຶກເຖິງ 50 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 - 30 ເມສາ 2025) ໄດ້ຈັດຂຶ້ນຢ່າງສົມກຽດ ແລະ ສ້າງຄວາມປະທັບໃຈດ້ວຍການເຂົ້າຮ່ວມຂອງກຳລັງທະຫານ, ຕຳຫຼວດ ແລະ ພົນລະເຮືອນຫຼາຍກວ່າ 13.000 ຄົນ.
ຂະບວນລົດແຫ່ຮູບພາບປະທານ ໂຮ່ຈີມິນ. ພາບ: VNA
ກ້ອນກຳລັງແມ່ຍິງຮັກສາສັນຕິພາບ ເຄື່ອນຜ່ານແທ່ນພິທີ. ພາບ: VNA
ກ້ອນກຳລັງແມ່ຍິງນາຍຕຳຫຼວດຈະລາຈອນ ເຄື່ອນຜ່ານແທ່ນພິທີ. ພາບ: VNA
ເຂົ້າຮ່ວມພິທີ ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ; ບັນດາອະດີດການນຳພັກ, ລັດ; ບັນດານັກອາວຸໂສປະຕິວັດ, ແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດ, ນັກວິລະຊົນແຮງງານ, ບັນດານາຍທະຫານ, ຜູ້ຕາງໜ້າບັນດາອົງການຈັດຕັ້ງການເມືອງ, ໝູ່ຄະນະ, ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.
ຝ່າຍແຂກສາກົນຖືກເຊີນ, ມີທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ; ທ່ານປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ ກຳປູເຈຍ Samdech Techo Hun Sen; ທ່ານຮອງປະທານປະເທດ ກຸຍບາ Salvador Valdes Mesa; ທ່ານຮອງປະທານສະພາຕ່ຳ ສ.ເບລາຣຸດ Ipatau Vadzim; ທ່ານລັດຖະມົນຕີກະຊວງວຽກງານກ່ຽວກັບທະຫານອອກຈາກກອງທັບ ຈີນ ເຜີຍຈິນເຈຍ (Pei Jinjia); ຜູ້ຕາງໜ້າພັກການເມືອງຂອງຫຼາຍປະເທດ, ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ, ອົງການຈັດຕັ້ງສາກົນ; ພ້ອມດ້ວຍເພື່ອນມິດສາກົນທີ່ໄດ້ເຄີຍສະໜັບສະໜູນປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດຊາດ.
ກ່ອນຈັດພິທີສະເຫຼີມສະຫຼອງແມ່ນບັນດາລາຍການສະແດງສິລະປະພິເສດ. ລາຍການສະແດງຕີກອງງານບຸນດ້ວຍຫົວຂໍ້ “ບົດເພງແຫ່ງໄຊຊະນະຢ່າງສົມບູນ” ຂອງວິທະຍາຄານຕຳຫຼວດປະຊາຊົນ ຫວຽດນາມ ດ້ວຍກອງ 800 ຊະນິດ; ລາຍການໄດ້ສະແດງພ້ອມກັບການສະແດງສິລະປະປືນດ້ວຍຫົວຂໍ້ “ປະເທດຊາດເຕັມໄປດ້ວຍຄວາມປິຕິຊົມຊື່ນ”, ການຈັດແຖວເປັນພາບສິລະປະໂດຍຄະນະພິທີກອງທັບປະຕິບັດ ແລະ ລາຍການສະແດງສິລະປະໂດຍບັນດານັກສິລະປິນນະຄອນ ໂຮ່ຈີມິນ ສະແດງ.
ເວລາ 7 ໂມງ 00 ນາທີ, ພິທີສະເຫຼີມສະຫຼອງໄດ້ຈັດຂຶ້ນຢ່າງເປັນທາງການ ດ້ວຍພິທີເຄົາລົບທຸງຊາດ.
ໃນເວລາດຽວກັນ, ຢູ່ທ່າເຮືອ ແບັກດັ່ງ ໄດ້ຍິງປືນໃຫຍ່ 21 ລູກ ພ້ອມກັບເພງຊາດ ຫວຽດນາມ.
ຕໍ່ຈາກນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ອ່ານສູນທອນພົດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານເລຂາທິການໃຫຍ່ ຢືນຢັນວ່າ, ການປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ແມ່ນບັນດາຂີດໝາຍອັນສະຫງ່າລາສີທີ່ສຸດ ໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເປັນຂີດໝາຍສິ້ນສຸດການຕໍ່ສູ້ອົງອາດກ້າແກ່ນ, ພິລະອາດຫານເປັນເວລາ 30 ປີແຫ່ງການຍາດເອົາເອກະລາດ, ເສລີພາບ, ທ້ອນໂຮມປະເທດຊາດເປັນເອກະພາບ, ຢຸດຕິແອກປົກຄອງເປັນເວລາກວ່າເຄິ່ງສະຕະວັດຂອງລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່. ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ, ຈົດຈຳ ແລະ ຮູ້ບຸນຄຸນຕໍ່ບັນດາການນຳປະຕິວັດລຸ່ນກ່ອນ, ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ, ແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດ, ບັນດາທະຫານເຈັບປ່ວຍ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ກໍຄືຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ… ທີ່ໄດ້ອຸທິດສ່ວນ, ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍພາກໃຕ້ ຫວຽດນາມ ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະລາດ. ທ່ານເລຂາທິການໃຫຍ່ ກໍ່ຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງຈາກເພື່ອນມິດສາກົນ, ບັນດາກຳລັງກ້າວໜ້າ ແລະ ປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ ທີ່ມີຕໍ່ພາລະກິດຕໍ່ສູ້, ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບຂອງປະຊາຊົນ ຫວຽດນາມ. ທ່ານເລຂາທິການໃຫຍ່ ໂຕເລິມ, ຢືນຢັນວ່າ:
“ຊຸມເດືອນປີຈະຜ່ານພົ້ນໄປ, ແຕ່ໄຊຊະນະຂອງປະຊາຊົນ ຫວຽດນາມ ຈະໄດ້ຈົດເຂົ້າໃນປະຫວັດສາດຂອງຊາດ ຫວຽດນາມ ຕະຫຼອດໄປ ຄືດັ່ງສັນຍາລັກອັນໃສແຈ້ງຂອງລັດທິວິລະຊົນປະຕິວັດ, ແມ່ນໄຊຊະນະຂອງຄວາມຊອບທຳ, ໄຊຊະນະຂອງຄຸນນະທາດ, ພູມປັນຍາ ຫວຽດນາມ, ຂອງນ້ຳໃຈຮັກຊາດອັນເຕັມປ່ຽມ; ຄວາມຄາດຫວັງມີເອກກະລາດ, ເສລີພາບ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ດ້ວຍສັດຈະທຳ ປະເທດ ຫວຽດນາມ ແມ່ນໜຶ່ງ, ຊາດ ຫວຽດນາມ ແມ່ນໜຶ່ງ, ເປັນຂີດໝາຍຢັ້ງຢືນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ໄດ້ປະຕິບັດຄວາມປາດຖະໜາ ແລະ ຄຳບອກເຕືອນອັນຈິງໃຈທີ່ສຸດຂອງປະທານ ໂຮ່ຈີມິນ ທີ່ສັ່ງໄວ້ວ່າ: ປະຕິບັດສຳເລັດພາລະກິດປົດປ່ອຍພາກໃຕ້ ຫວຽດນາມ ຢ່າງສົມບູນ, ທ້ອນໂຮມປະເທດຊາດພາກໃຕ້ - ພາກເໜືອ ເປັນຄອບຄົວໜຶ່ງ”.
ໃນຍຸກສະໄໝປະຈຸບັນ, ທ່ານເລຂາທິການໃຫຍ່ ຢືນຢັນວ່າ, ພາຍຫຼັງທ້ອນໂຮມປະເທດຊາດເປັນເອກະພາບເປັນເວລາ 50 ປີ, ເກືອບ 40 ປີແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່, ປະເທດ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ, ສ້າງບັນດາຜົນງານທີ່ຍິ່ງໃຫຍ່ມີຄວາມໝາຍປະຫວັດສາດ, ສ້າງສາພາລະກິດອັນຫຼວງ, ກຳລັງບົ່ມຊ້ອນ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງສາກົນຄືທຸກວັນນີ້.
ໂດຍມີຄວາມເອກອ້າງທະນົງໃຈຕໍ່ປະຫວັດສາດທີ່ສະຫງ່າລາສີຂອງຊາດ, ດ້ວຍຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ບັນດາການອຸທິດສ່ວນເສຍສະຫຼະຊີວິດຂອງນັກຮົບ, ພໍ່ແມ່ປະຊາຊົນໃນທົ່ວປະເທດ. ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ:
ໂດຍຮັບຮູ້ກຳລັງແຮງອັນຍິ່ງໃຫຍ່ຂອງປະຊາຊົນ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງເລິກເຊິ່ງນັ້ນ, ຫວຽດນາມ ໄດ້ມີການເຊື່ອມຊືມຢ່າງເລິກເຊິ່ງ, ປະຕິບັດທັດສະນະປະຊາຊົນເປັນກົກ, ມະນຸດເປັນໃຈກາງ, ເປັນເຈົ້າຂອງ, ເປັນເປົ້າໝາຍຂອງພາລະກິດແຫ່ງການສ້າງສາພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດຢ່າງສະເໝີຕົ້ນສະເໝີປາຍ; ຜັນຂະຫຍາຍນະໂຍບາຍກົມກຽວ, ປອງດອງຊາດຢ່າງເຂັ້ມແຂງ ດ້ວຍຈິດໃຈພວກເຮົາລ້ວນແຕ່ມີສາຍເລືອດລູກຫຼານ ຫວຽດນາມ, ລ້ວນແຕ່ແມ່ນອ້າຍນ້ອງໃນຄອບຄົວດຽວກັນ.
ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຊາດ ຫວຽດນາມ ແມ່ນຊົນຊາດທີ່ຜ່ານຜ່າຄວາມເຈັດປວດ ແລະ ຄວາມເສຍຫາຍນາໆປະການຂອງສົງຄາມໃນອະດີດຕະການ ແລະ ກໍ່ຄືແມ່ນຊົນຊາດທີ່ໄດ້ຮັບຜົນອັນຍິ່ງໃຫຍ່ຈາກສັນຕິພາບ, ການຮ່ວມມືມິດຕະພາບ ໃນຊຸມທົດສະວັດທີ່ຜ່ານມາ.
ຫວຽດນາມ ມີຄວາມປາດຖະໜາຢາກພ້ອມກັບປະຊາຄົມສາກົນ ສ້າງອະນາຄົດແຫ່ງສັນຕິພາບ, ວັດທະນາຖາວອນ, ສາມັກຄີ, ພັດທະນາ. ພວກເຮົາຈະສືບຕໍ່ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດໃນໂລກເລິກເຊິ່ງກວ່າອີກ, ຍູ້ແຮງການປະຕິບັດທິດນຳທີ່ວ່າ “ຫວຽດນາມ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ”, ປ່ຽນແປງໃໝ່ກົນໄກ, ນະໂຍບາຍ, ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ເພື່ອນມິດສາກົນ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຜູ້ທີ່ຖືສີສັນວັດທະນະທຳ ຫວຽດນາມ ໃນຕົວ, ເຕີບໂຫຍ່ຢູ່ບັນດາປະເທດພັດທະນາ, ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບວິຊາການ ແລະ ການຄຸ້ມຄອງ, ມີການເຊື່ອມໂຍງກັບສາກົນຢ່າງເລິກເຊິ່ງ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຢູ່ ຫວຽດນາມ.
ພາຍຫຼັງບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ແມ່ນບົດກ່າວປາໄສຂອງຜູ້ຕາງໜ້າບັນດາກຳລັງທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ, ຜູ້ຕາງໜ້າລຸ້ນໜຸ່ມ ຫວຽດນາມ. ຖັດຈາກນັ້ນແມ່ນພິທີມອບນາມມະຍົດວິລະຊົນແຮງງານໃຫ້ແກ່ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ນະຄອນໂຮ່ຈີມິນ. ໂດຍທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມອບນາມມະຍົດອັນສູງສົ່ງນີ້.
ເວລາ 8 ໂມງ 00 ນາທີ: ລາຍການເດີນຂະບວນສວນສະໜາມໄດ້ເລີ່ມຂຶ້ນຢ່າງເປັນທາງການ. ເປີດສາກການເດີນຂະບວນສວນສະໜາມແມ່ນບັນດາກ້ອນກຳລັງທະຫານກອງທັບອາກາດປະຊາຊົນ ຫວຽດນາມ ວິລະຊົນ ດ້ວຍການສະແດງ, ຄື: ບິນປ່ອຍທຸງ, ເຮືອບິນສູ້ຮົບພົ່ນອາຍຮ້ອນຄວັນສີຕ່າງໆຢູ່ເທິງທ້ອງຟ້າ.
ກອງເດີນຂະບວນສວນສະໜາມມີການເຂົ້າຮ່ວມຂອງປະມານ 13.000 ຄົນ, ແບ່ງເປັນຫຼາຍກຸ່ມກ້ອນກຳລັງ, ເລີ່ມຈາກເສັ້ນທາງ ເລຢວນ, ໄປຜ່ານຜາມພິທີີຕໍ່ໜ້າຫໍທຳນຽບ ເອກະລາດ (ເມືອງ 1, ນະຄອນ ໂຮ່ຈີມີນ), ຫຼັງຈາກນັ້ນໄປຜ່ານຖະໜົນສາຍຕ່າງໆຂອງນະຄອນ ໂຮ່ຈີມິນ.