• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາເສດຖະກິດທະເລຕ້ອງຮັບປະກັນຄວາມກົມກຽວດ້ານເສດຖະກິດ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ເລຫາຍບິ່ງ, ຮອງຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ ເນັ້ນໜັກວ່າ:ການປົກປັກຮັກສາທະເລ, ໝູ່ເກາະ ແລະ ພັດທະນາເສດຖະກິດແບບຍືນຍົງ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ
ທ່ານ ເລຫາຍບິ່ງ, ຮອງຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ (ພາບ:baotainguyenmoitruong.vn)

“ການພັດທະນາເສດຖະກິດທະເລ ຕ້ອງຮັບປະກັນລັກສະນະກົມກຽວທາງດ້ານເສດຖະກິດແຕ່ກໍ່ຕ້ອງບັນລຸໄດ້ບັນດາເປົ້າໝາຍຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ” - ນັ້ນແມ່ນຄຳເຫັນຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສຳມະນາ “ພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງ” ໂດຍຄະນະໂຄສະນາສຶກສາສູນກາງພັກ ສົມທົບກັບມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຈັດຂຶ້ນໃນຕອນເຊົ້າວັນທີ 5 ທັນວາ, ຢູ່ຮ່າໂນ້ຍ.

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ເລຫາຍບິ່ງ, ຮອງຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ ເນັ້ນໜັກວ່າ: ການປົກປັກຮັກສາທະເລ, ໝູ່ເກາະ ແລະ ພັດທະນາເສດຖະກິດແບບຍືນຍົງ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ. ທ່ານກ່າວວ່າ:

“ການພັດທະນາເສດຖະກິດທະເລ ມີບົດບາດບໍ່ໜ້ອຍໃຫ້ແກ່ການຫັນບັນດາເປົ້າໝາຍຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກໃຫ້ປະກົດຜົນເປັນຈິງ. ມະຕິ 36 ປີ 2018 ກ່ຽວກັບ “ຍຸດທະສາດການພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045” ໄດ້ວາງອອກເປົ້າໝາຍສັງລວມ ກໍ່ຄືບັນດາເປົ້າໝາຍລະອຽດ, ເພື່ອແນໃສ່ນຳ ຫວຽດນາມ ກາຍເປັນປະເທດເຂັ້ມແຂງທາງທະເລ, ມີການພັດທະນາ ພື້ນຖານເສດຖະກິດທະເລແບບຍືນຍົງ, ປອດໄພ. ຫວ່າງແລ້ວນີ້, ກົມການເມືອງໄດ້ປະກາດໃຊ້ບັນດາມະຕິກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃຫ້ແກ່ບັນດາເຂດທີ່ກ່ຽວຂ້ອງເຖິງທະເລ. ມະຕິທັງໝົດເຫຼົ່ານີ້ ລ້ວນແຕ່ມີບັນດາເປົ້າໝາຍລະອຽດທີ່ສຸດ”.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top