ພາຍຫຼັງການສິດສອນຢູ່ ຫວຽດນາມ ມາເປັນເວລາ 5 ປີ, ນາງ May Cortazzi ໄດ້ປະກອບສ່ວນ ກໍ່ສ້າງນັກອອກແບບທີ່ມີຊື່ສຽງຂອງຂະແໜງແຟຊັ່ນ ຫວຽດນາມຢ່າງມີຜົນສໍາເລັດຄື: ນາງ ຫວູຕາລິງ, ທ້າວ ແຄລິ ບຸ່ຍ, ທ້າວ ເລີມຢາຄາງ… ພ້ອມນັ້ນກໍ່ຊ່ວຍເຮັດໃຫ້ສະພາບແວດລ້ອມການກໍ່ສ້າງ, ສິດສອນວິຊາອອກແບບຂອງ ສະຖາບັນອອກແບບ ແລະ ແຟຊັ່ນ ລອນດອນ ທີ່ ຮ່າໂນ້ຍ ກາຍເປັນມືອາຊີບ, ດຶງດູດຄວາມສົນໃຈຂອງວົງການແຟຊັ່ນພາຍໃນ ແລະ ສາກົນຢ່າງຫຼວງຫຼາຍ.
ຮຽນຈົບຂະແໜງວິຊາອອກແບບແຟຊັ່ນ-ມະຫາວິທະຍາໄລ Northumbria ແລະ ມີໃບປະກາສະນິຍະບັດປະລິນຍາໂທລົງເລິກຂະແໜງວິຊາອອກແບບແຟຊັ່ນ ຈາກມະຫາວິທະຍາໄລ Nottingham Trent ຂອງ ອັງກິດ, ນາງ May Cortazzi ໄດ້ເລືອກເອົາຮ່າໂນ່ຍເປັນບ່ອນດໍາລົງຊີວິດ ແລະ ເຮັດວຽກໃນຂົງເຂດອອກແບບແຟຊັນ.
ປະຈຸບັນ, ລາວດໍາລົງ ຕຳແໜ່ງເປັນ ຫົວໜ້າຂະແໜງວິຊາອອກແບບຂອງ ສະຖາບັນອອກແບບ ແລະ ແຟຊັ່ນ ລອນດອນ ແລະ ປະກອບສ່ວນຢ່າງມີຜົນສໍາເລັດເຂົ້າໃນການກໍ່ສ້າງບັນດານັກອອກແບບດີເດັ່ນຂອງ ຫວຽດນາມ.ກ່ອນທີ່ມາເຮັດວຽກຢູ່ ຫວຽດນາມ, ນາງ May Cortazzi ເຄີຍໄດ້ເຮັດວຽກຢູ່ບັນດາໂຮງຮຽນຂອງ ອັງກິດ, ອິນໂດເນເຊຍ ແລະ ໄທ ແຕ່ປີ 2004. ປີ 2010, ລາວຍ້າຍມາເຮັດວຽກຢູ່ ຫວຽດນາມ ຕາມຄຳເຊີນຂອງສະຖາບັນອອກແບບ ແລະ ແຟຊັ່ນ ລອນດອນ ທີ່ ຮ່າໂນ້ຍ ໂດຍຈຸດປະສົງຢາກຮູ້ຄວາມແຕກຕ່າງໃນຂະແໜງແຟຊັ່ນຢູ່ບັນດາປະເທດ ແລະ ກໍ່ຢາກພັດທະນາວຽກງານຂອງຕົນຂຶ້ນສູ່ລະດັບສູງກວ່າ.
ເມື່ອຫາກໍ່ມາເຮັດວຽກທີ່ສະຖາບັນອອກແບບ ແລະ ແຟຊັ່ນ ລອນດອນ, ນາງ May Cortazzi ກໍ່ປະສົບຄວາມຫຍຸ້ງຍາກຫຼາຍປະການ. ເພາະສະນັ້ນໃນໄລຍະເວລາສັ້ນໆ, ລາວຈໍາຕ້ອງສ້າງຄວາມຄຸ້ນເຄີຍກັບສະພາບແວດລ້ອມ ທັງ ຖ່າຍທອດ ຄວາມຮູ້ທີ່ດີທີສຸດໃຫ້ແກ່ນັກຮຽນຂອງຕົນ.
ນາງ May Cortazzi ໄດ້ຖ່າຍທອດບັນດາຄວາມຊຳນິຊຳນານ
ໃນການອອກແບບແຟຊັ່ນ ໃຫ້ແກ່ບັນດານັກສຶກສາ ຫວຽດນາມ.
ນາງ May Cortazzi ແນະນໍານັກສຶກ ອອກແບບຜ່ານບັນດາບົດຝຶກຫັດໃນຊົ່ວໂມງຮຽນ.
ນາງ May Cortazzi ກວດກາບັນດາບົດຝຶກຫັດກ່ຽວກັບການອອກແບບ ໃຫ້ນັກສຶກສາ.
ນາງ May Cortazzi ກວດກາບັນດາຊຸດອອກແບບ
ໂດຍນັກສຶກສາປະຕິບັດຕາມການແນະນຳຂອງລາວ.
ນາງ May Cortazzi ເປັນລູກຄ້າທີ່ມັກມາຊື້ຜະລິດຜົນຊຸດອອກແບບໂດຍນັກສຶກສາຂອງລາວເອງ.
ນາງ May Cortazzi ຍັງຊ່ວຍເຫຼືອດ້ານແນວຄວາມຄິດໃຫ້ນັກສຶກສາໃນການ
ອອກແບບບັນດາຊຸດໂສ້ງເສື້ອທີ່ສະແດງໃນພິທີປ້ອງກັນບົດຈົບຊັ້ນຂອງຕົນ.
ນາງ May Cortazzi ໃຫ້ຄໍາປຶກສາແກ່ນັກຮຽນກ່ຽວກັບວິທີທີ່ຈະຂາຍໄດ້
ຜະລິດຕະພັນຂອງຕົນ ຢູ່ທີ່ບັນດາລາຍການຂອງສະຖາບັນ.
ນາງ May Cortazzi ໃຫ້ຄໍາປຶກສາແກ່ນັກຮຽນຂອງຕົນກ່ຽວກັບການຈັດວາງເຄື່ອງຂອງສິນຄ້າ
ໃນຮ້ານຂາຍເຄ່ືອງຂອງຕົນ ຢູ່ ທີ່ບັນດາງານວາງສະແດງ ຜະລິດຕະພັນໂດຍສະຖາບັນຈັດຂຶ້ນ.
ລາວໄດ້ຈັດຕັ້ງບັນດາງານວາງສະແດງ ແລະ ງານປ້ອງກັນບົດ
ຈົບຊັ້ນໃຫ້ແກ່ບັນດານັກສຶກສາ.
ບັນດາງານວາງສະແດງ ແລະ ງານປ້ອງກັນບົດຈົບຊັ້ນ ໂດຍນາງ May Cortazzi ຈັດຕັ້ງ
ເປັນໂອກາດເພື່ອໃຫ້ນັກສຶກສາຂະແໜງການອອກແບບ ຫວຽດນາມ ສະແດງຄວາມສາມາດ
ແລະ ການເຕີບໃຫຍ່ຂອງຕົນ.
ນາງ May Cortazzi ເປັນຜູ້ປະກອບສ່ວນເຂົ້າໃນການ ກໍ່ສ້າງຢ່າງມີຜົນສຳເລັດບັນດານັກອອກແບບ
ທີ່ມີຊື່ສຽງຂອງວົງການແຟຊັ່ນ ຫວຽດນາມ.
ເຖິງວ່າ ເປັນອາຈານຜູ້ໜຶ່ງທີ່ເອົາໃຈຍາກໃນເວລາສິດສອນນັກຮຽນ,
ແຕ່ນອກຊົ່ວໂມງ ສອນລາວກໍ່ເປັນ ເພື່ອນຜູ້ໜຶ່ງຂອງບັນດານັກສຶກສາ. |
ນາງ May Cortazzi ເຄີຍໄດ້ຮັບຫຼາຍລາງວັນໃນຂະແໜງ
ອຸດສາຫະກຳແຟຊັ່ນ ຄື: ລາງວັນວິສາຫະກິດສີຂຽວ ໂດຍ ຫ້ອງການການຄ້າ Derbyshire ມອບໃຫ້, ລາງວັນນັກທຸລະກິດມີຄວາມປະດິດສ້າງ
Nottingham ໂດຍສະພານະຄອນ Nottingham ມອບໃຫ້ ແລະ ລາງວັນນັກທຸລະກິດແຟຊັ່ນ ອັງກິດ ໂດຍສະພາ ອັງກິດ ມອບໃຫ້. |
ດ້ວຍ ປະສົບການຂອງຕົນ, ລາວໄດ້ຖ່າຍທອດບັນດາຄວາມຊຳນິຊຳນານໃນການອອກແບບແຟຊັ່ນ ໃຫ້ແກ່ບັນດານັກສຶກສາຂະແໜງແຟຊັ່ນ ຫວຽດນາມ. ທຳອິດລາວແນະນຳເຖິງປະຫວັດຄວາມເປັນມາຂອງຂະແໜງແຟຊັ່ນໂລກ, ວັດທະນະທຳແຟຊັ່ນ ເພື່ອໃຫ້ນັກສຶກສາມີການສັງເກດລວມ. ຫຼັງຈາກນັ້ນ ລາວຈຶ່ງສອນບັນດາຄວາມຊຳນິຊຳນານ, ການຄົ້ນຄວ່າທ່າອ່ຽງແຟຊັ່ນ ບໍ່ພຽງແຕ່ເທິງເວທີສະແດງເທົ່ານັ້ນຫາກຍັງຢູ່ທ້ອງຖະໜົນເພື່ອໃຫ້ນັກຮຽນເສີມຂະຫຍາຍຄວາມສາມາດຂອງຕົນໃນການຄາດຄະເນບັນດາທ່າອ່ຽງ, ພ້ອມນັ້ນກໍ່ຊອກຮູ້ການຕະຫຼາດເພື່ອຂາຍໄດ້ຜະລິດຕະພັນຂອງຕົນດ້ວຍລາຍຈ່າຍຕຳ່ທີ່ສຸດ.
ພິເສດ, ເມື່ອເຮັດວຽກຢູ່ສະຖາບັນອອກແບບ ແລະ ແຟຊັ່ນ ລອນດອນ, ລາວປະສົບຜົນສຳເລັດໃນການຈັດຕັ້ງບັນດາງານວາງສະແດງ ແລະ ພິທີປ້ອງກັນບົດຈົບຊັ້ນໃຫ້ແກ່ນັກສຶກສາ. ດ້ວຍບົດຮຽນກ່ຽວກັບການຈັດຕັ້ງງານວາງສະແດງສາກົນ ແລະ ການສະແດງເທິງເວທີ Catwalk, ນາງ May Cortazzi ເປັນຜູ້ແນະນຳ ແລະ ຊີ້ນຳບັນດາລາຍການປ້ອງກັນບົດຈົບຊັ້ນ
ຂອງນັກສຶກສາທີ່ຮຽນຢູ່ສະຖາບັນອອກແບບ ແລະ ແຟຊັ່ນ ລອນດອນ.
ເມື່ອເວົ້າເຖິງທີ່ລະນຶກແລະສິ່ງທີ່ຄວນຈົດຈໍາທີ່ສຸດຂອງຕົນໃນເວລາເຮັດວຽກຢູ່ສະຖາບັນ, ນາງ May Cortazzi ໃຫ້ຮູ້ວ່າ ນັ້ນແມ່ນເລື່ອງທີ່ລາວໄດ້ແນະນຳ ນັກສຶກສາ 5 ຄົນຈັດຕັ້ງງານວາງສະແດງ ແລະ ປ້ອງກັນ ບົດຈົບຊັ້ນ ເມ່ືອປີ 2015. ສຳລັບລາວ, ນີ້ແມ່ນໄລຍະທາງທີ່ເຕັມໄປດ້ວຍຄວາມຮູ້ສຶກ ເມື່ອເລີ່ມດ້ວຍການກະກຽມຮ່ວມກັບນັກສຶກສາຈົນເຖິງເວລາສິ້ນສຸດລາຍການ. ລາວໄດ້ຊ່ວຍເຫຼືອນັກສຶກສາກະກຽມຈັດຕັ້ງລາຍການເປັນເວລາໜຶ່ງປີ, ນັບຕັ້ງແຕ່ການສ້າງແນວຄວາມຄິດ,ອອກແບບຈົນເຖິງການຖ່າຍທໍາວິດີໂອ ໂຄສະນາ, ແນວຄວາມຄິດໃນການສະແດງໃນງານວາງສະແດງ ແລະ ປ້ອງກັນບົດຈົບຊັ້ນ. ສິ້ນສຸດ ລາຍການດ້ວຍ 5 ຊຸດອອກແບບຂອງນັກສຶກສາ 5 ຄົນໄດ້ຖືກຄັດເລືອກເອົາໄປວາງສະແດງທີ່ ສັບປະດາແຟຊັ່ນ ຫວຽດນາມ.
ບົດ: ເງິນຮ່າ - ພາບ: ແຄງລອງ