• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປິດງານບຸນ Festival ທະເລ ຍາຈາງ - ແຄງຮ່ວາ 2023

ລາຍການສະແດງສິລະປະໃນຄ່ຳຄືນປິດງານບຸນ ແມ່ນການສົມທົບລະຫວ່າງສິລະປະພື້ນເມືອງ ແລະ ສິລະປະຍຸກສະໄໝ, ສະແດງໃຫ້ເຫັນແຂວງ ແຄງຮ່ວາ ທີ່ມີບັນດາຄວາມສາມາດບົ່ມຊ້ອນດ້ານເສດຖະກິດ - ການທ່ອງທ່ຽວ
(ຄ່ຳຄືນປິດງານບຸນ Festival ທະເລ ຍາຈາງ - ແຄງຮ່ວາ 2023)

ຕອນຄ່ຳວັນທີ 06 ມິຖຸນາ, ຢູ່ສະໜາມຫຼວງ 2/4, ນະຄອນ ຍາຈາງ, ຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ ໄດ້ຈັດພິທີປິດງານບຸນ Festival ທະເລ ຍາຈາງ - ແຄງຮ່ວາ 2023. ຄ່ຳຄືນປິດດ້ວຍຫົວຂໍ້ “ແຄງຮ່ວາ - ສາມັກຄີມຸ່ງໄປເຖິງອະນາຄົດ” ໄດ້ປິດງານບຸນເຊິ່ງຈັດຂຶ້ນເປັນເວລາ 4 ວັນ ດ້ວຍ 70 ລາຍການທີ່ດຶງດູດໃຈ, ມີຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ດິງວັນທ້ຽວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ, ຫົວໜ້າຄະນະຈັດງານບຸນ Festival ທະເລ ຍາຈາງ - ແຄງຮ່ວາ 2023, ຢືນຢັນວ່າ:

“ດ້ວຍຫົວຂໍ້ “ແຄງຮ່ວາ - ຄາດຫວັງແຫ່ງການພັດທະນາ”, ງານບຸນ Festival ທະເລ ຍາຈາງ - ແຄງຮ່ວາ ຄັ້ງທີ 10 ປີ 2023 ໄດ້ແນະນຳຕໍ່ປະຊາຊົນ ແລະ ແຂກທ່ອງທ່ຽວກ່ຽວກັບເຂດດິນແດນທີ່ເຕັມໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອ, ຂະຫຍັນຂັນເຄື່ອນໃນການເຊື່ອມໂຍງ ແລະ ພັດທະນາ; ສິວິໄລ, ເປັນມິດ ແລະ ຮັກແພງແຂກຄົນ. ພວກເຮົາສາມາດຢັ້ງຢືນໄດ້ວ່າ ງານບຸນ Festival ທະເລ ຍາຈາງ - ແຄງຮ່ວາ 2023 ບັນລຸຜົນສຳເລັດຢ່າງຈົບງາມ”.

ລາຍການສະແດງສິລະປະໃນຄ່ຳຄືນປິດງານບຸນ ແມ່ນການສົມທົບລະຫວ່າງສິລະປະພື້ນເມືອງ ແລະ ສິລະປະຍຸກສະໄໝ, ສະແດງໃຫ້ເຫັນແຂວງ ແຄງຮ່ວາ ທີ່ມີບັນດາຄວາມສາມາດບົ່ມຊ້ອນດ້ານເສດຖະກິດ - ການທ່ອງທ່ຽວ, ບັນດາຄຸນຄ່າທີ່ເປັນເອກະລັກສະເພາະທາງດ້ານຊີວິດ, ວັດທະນະທຳ, ຈິດໃຈ ແລະ ຄວາມອາດສາມາດຂອງປະຊາຊົນຢູ່ດິນແດນ ແຄງຮ່ວາ.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top