• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຢັດ 448.000 kWh ພາຍຫຼັງ 1 ຊົ່ວ​ໂມງ​ໄດ້​ມອດ​ໄຟ​ຕອບ​ສະ​ໜອງ​ໂມງ​ເພື່ອ​ໜ່ວຍ​ໂລກ 2025

ປີ 2024, ໂດຍໄດ້ຕອບສະໜອງໂມງເພື່ອໜ່ວຍໂລກ, ພາຍຫຼັງ 1 ຊົ່ວໂມງ, ທົ່ວປະເທດໄດ້ປະຢັດປະລິມານການຜະລິດໄຟຟ້າແມ່ນ 428.000 kWh.
(ພາບ: qdnd.vn)
ຕາມຂ່າວຈາກບໍລິສັດໝູນໃຊ້ລະບົບໄຟຟ້າ ແລະ ຕະຫຼາດໄຟຟ້າແຫ່ງຊາດ (NSMO),  ພາຍຫຼັງໄດ້ມອດໄຟ 1 ຊົ່ວໂມງຕອບສະໜອງໂມງເພື່ອໜ່ວຍໂລກ 2025 (ແຕ່  20h30 ຫາ 21h30 ວັນທີ 22 ມີນາປີ 2025), ທົ່ວປະເທດໄດ້ປະຢັດປະລິມານພະລັງງານແມ່ນ 448.000 kWh. ເຫດການໂມງເພື່ອໜ່ວຍໂລກ ເພື່ອແນໃສ່ຕອບສະໜອງ ແລະ ຮຽກຮ້ອງການເຂົ້າຮ່ວມຂອງທຸກຊັ້ນໃນສັງຄົມ ພ້ອມກັນກະທຳ ເພື່ອກ້າວໄປເຖິງພື້ນຖານເສດຖະກິດສີຂຽວ. ປີ 2024, ໂດຍໄດ້ຕອບສະໜອງໂມງເພື່ອໜ່ວຍໂລກ, ພາຍຫຼັງ 1 ຊົ່ວໂມງ, ທົ່ວປະເທດໄດ້ປະຢັດປະລິມານການຜະລິດໄຟຟ້າແມ່ນ 428.000 kWh. ຕາມການຕີລາຄາຂອງກະຊວງອຸດສາຫະກຳການຄ້າ ຫວຽດນາມ, ປະຈຸບັນ, ຂົງເຂດພະລັງງານ ປະກອບສ່ວນປະມານ 70% ຈຳນວນອາຍພິດເຮືອນແກ້ວທັງໝົດ. ຖ້າບັນດາທ້ອງຖິ່ນ, ວິສາຫະກິດ, ປຊຊ ບໍ່ມີການກະທຳອັນຂ້ຽວຂາດເພື່ອຫລຸດອັດຕາອາຍພິດເຮືອນແກ້ວ, ຫວຽດນາມ ຍາກທີ່ຈະບັນລຸເປົ້າໝາຍກ່ຽວກັບການຫລຸດອັດຕາອາຍເສຍລົງສູນໃນປີ 2050 ຄືດັ່ງຄຳໝັ້້ນສັນຍາໄດ້.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top