• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ຊົນ ກູ​ບາ Esteban Lazo Hernandez ຢ້ຽມ​ຢາມ ຫວຽດ​ນາມ

ທ່ານ Esteban Lazo Hernandez ກຳມະການກົມການເມືອງ, ປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກູບາ ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 24 – 28 ກັນຍາ.
ທ່ານປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກູບາ Esteban Lazo Hernandez (ພາບ: TTXVN)

ໂດຍໄດ້ຮັບຄຳເຊີນຂອງການນຳພັກ ແລະ ລັດ ຫວຽດນາມ, ວັນທີ 24 ກັນຍາ,  ທ່ານ  Esteban Lazo Hernandez ກຳມະການກົມການເມືອງ, ປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກູບາ ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນການນຳ ກູບາ Fidel Castro ໄປຍັງເຂດປົດປ່ອຍພາກໃຕ້ ຫວຽດນາມ ຄົບຮອບ 50 ປີ (9/1973 – 9/2023). ການຢ້ຽມຢາມດັ່ງກ່າວ ໄດ້ດຳເນີນແຕ່ວັນທີ 24 – 28 ກັນຍາ.

ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ລາຮາບານາ ກ່ອນດຳເນີນການຢ້ຽມຢາມດັ່ງກ່າວ, ທ່ານເລຂາທິການສະພາແຫ່ງຊາດ ແລະ ສະພາແຫ່ງລັດ ກູບາ Homero Acosta Álvarez ຢັ້ງຢືນວ່າ: ການພົວພັນລະຫວ່າງ ຫວຽດນາມ ແລະ ກູບາ ແມ່ນສາຍພົວພັນທີ່ພິເສດ. ທ່ານເລຂາທິການສະພາແຫ່ງຊາດ ແລະ ສະພາແຫ່ງລັດ ກູບາ Homero Acosta Álvarez  ກໍຊິແຈ້ງວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານ ປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກູບາ  ໄດ້ປະຕິບັດໃນໂອກາດທັງສອງປະເທດ ພ້ອມກັນສະເຫຼີມສະຫຼອງເຫດການ ການນຳ Fidel Castro ເດີນທາງມາຢາມເຂດປົດປ່ອຍຢູ່ ກວາງຈິ, ຫວຽດນາມ ຄົບຮອບ 50 ປີ, ເຊິ່ງເປັນຈຸດເວລາປະຫວັດສາດ, ສ້າງຂີດໝາຍແກ່ການພັດທະນາຂອງສາຍພົວພັນພິເສດ, ຫາຍາກ ລະຫວ່າງສອງປະເທດ.

ທ່ານເລຂາທິການສະພາແຫ່ງຊາດ ແລະ ສະພາແຫ່ງລັດ ກູບາ Homero Acosta Álvarez  ຢັ້ງຢືນວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo ຄັ້ງນີ້ ແມ່ນອີກບາດກ້າວໜຶ່ງສືບຕໍ່ປະກອບສ່ວນໃຫ້ແກ່ໄມຕີຈິດມິດຕະພາບລະຫວ່າງສອງຊາດ; ແມ່ນໂອກາດເພື່ອສືບຕໍ່ເພີ່ມທະວີການພົວພັນລະຫວ່າງລັດຖະສະພາສອງປະເທດ, ພ້ອມທັງຊຸກຍູ້ການຮ່ວມມື, ແລກປ່ຽນເສດຖະກິດ - ການຄ້າສອງຝ່າຍ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top