ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກນີ້ແມ່ນເຫດການການເມືອງສຳຄັນ, ເຊິ່ງພໍ່ແມ່ປະຊາຊົນໄດ້ຕັ້ງຄວາມຫວັງຫຼາຍຢ່າງກ່ຽວກັບໄລຍະຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ນຳປະເທດຊາດສືບຕໍ່ພັດທະນາ.
(ຄະນະກວດກາລະຫວ່າງຂະແໜງຂອງສູນກາງ ກວດກາການປະຕິບັດວຽກງານຢູ່ແຂວງ ດົ່ງທາບ)
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ ແລະ ຢູ່ ລາວ ເວົ້າສະເພາະ ຍາມໃດກໍ່ມຸ່ງໄປເຖິງປະເທດຊາດ, ຕິດຕາມ ແລະ ຕັ້ງຄວາມຫວັງຫຼາຍຢ່າງກ່ຽວກັບການປ່ຽນແປງໃນແຕ່ລະມື້ຂອງບ້ານເກີດເມືອງນອນ, ປະເທດຊາດ. ສຳລັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ລາວ, ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກນີ້ແມ່ນເຫດການການເມືອງສຳຄັນ, ເຊິ່ງພໍ່ແມ່ປະຊາຊົນໄດ້ຕັ້ງຄວາມຫວັງຫຼາຍຢ່າງກ່ຽວກັບໄລຍະຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ນຳປະເທດຊາດສືບຕໍ່ພັດທະນາ.
ຄູໜຸ່ມ ເຈືອງວັນເຟືອງ, ຜູ້ທີ່ໄດ້ປະຕິບັດງານຢູ່ ລາວ ເປັນເວລາເກືອບ 15 ປີ ແລະ ທ່ານ ຟ້າມວັນຮຸ່ງ, ປະທານສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສຢູ່ ລາວ, ແບ່ງປັນວ່າ:
“ດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຕັ້ງຫວັງຢ່າງໃຫຍ່ຫຼວງ, ຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ຈະວາງອອກຫຼາຍຍຸດທະສາດທີ່ຖືກຕ້ອງ, ສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດ ແລະ ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ. ຜ່ານນັ້ນ, ກໍ່ຍົກລະດັບປະເທດ ຫວຽດນາມ ບົນເວທີສາກົນ”.
“ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ມີຄວາມປິຕິຊົມຊື່ນ ແລະ ປາດຖະໜາວ່າ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກທີ່ຈະມາເຖິງນີ້ ຈະບັນລຸຜົນສຳເລັດຢ່າງຈົບງາມ, ທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນຈະນັບມື້ນັບໄດ້ຮັບການຍົກສູງຂຶ້ນ”.
(ແຫຼ່ງຄັດຈາກ VOV)