ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ຕິດຕາມບັນດາບັນຫາທີ່ກ່ຽວຂ້ອງເຖິງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງໃກ້ຊິດ; ພັດທະນາເສດຖະກິດ, ສ້າງບັນດານະໂຍບາຍໜູນຊ່ວຍບັນດາວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນຈາກ ອາເມລິກາ.
ທ່ານ ຫວູຮົ່ງແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບທ່ານ Ted Osius ປະທານສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (ພາບ: TTXVN)
“ບັນດາວິສາຫະກິດ ອາເມລິກາ ກຽມພ້ອມເປີດກວ້າງການລົງທຶນຢູ່ ຫວຽດນາມ” ນີ້ແມ່ນຄຳຢັ້ງຢືນຂອງທ່ານ Ted Osius ປະທານສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ທັງເປັນຜູ້ອຳນວຍການໃຫຍ່ USABC, ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ຫວຽດນາມ, ໃນການພົບປະກັບທ່ານ ຫວູຮົ່ງແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໃນຕອນບ່າຍວັນທີ 19 ມີນາ, ຢູ່ຮ່າໂນ້ຍ. ທ່ານ Ted Osius ໃຫ້ຮູ້ວ່າ ບັນດາຂົງເຂດເຊິ່ງວິສາຫະກິດ ອາເມລິກາ ປາດຖະໜາ ແລະ ກຽມພ້ອມລົງທຶນ, ເປີດກວ້າງການຮ່ວມມືຢູ່ ຫວຽດນາມ ແມ່ນການຫັນເປັນດີຈີຕອນສີຂຽວ, ເຕັກໂນໂລຢີ, ນະວັດຕະກຳ, ເສດຖະກິດດີຈີຕອນ, AI, ການຄ້າເອເລັກໂຕນິກ, ການພັດທະນາແບບຍືນຍົງ… ຜູ້ຕາງໜ້າບັນດາວິສາຫະກິດ ອາເມລິກາ ປາດຖະໜາວ່າ ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ ຈະສືບຕໍ່ປະຕິຮູບລະບອບລະບຽບການບໍລິຫານ, ຂຸດຄົ້ນສະພາບແວດລ້ອມດຳເນີນທຸລະກິດຢ່າງສຸດຂີດ, ໜູນຊ່ວຍ, ອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດຫຼາຍກວ່າອີກ, ໃນນັ້ນ ມີບັນດາວິສາຫະກິດຂອງ ອາເມລິກາ.
ສ່ວນທ່ານ ຫວູຮົ່ງແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ຕິດຕາມບັນດາບັນຫາທີ່ກ່ຽວຂ້ອງເຖິງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງໃກ້ຊິດ; ພັດທະນາເສດຖະກິດ, ສ້າງບັນດານະໂຍບາຍໜູນຊ່ວຍບັນດາວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນຈາກ ອາເມລິກາ. ພ້ອມກັບບັນດາແຫຼ່ງກຳລັງຈາກງົບປະມານແຫ່ງຊາດ, ຫວຽດນາມ ປາດຖະໜາວ່າຈະລະດົມໄດ້ແຫຼ່ງກຳລັງຈາກວິສາຫະກິດ, ນັກລົງທຶນຕ່າງປະເທດຕື່ມອີກ, ໃນນັ້ນ ມີບັນດາວິສາຫະກິດທີ່ເປັນສະມາຊິກຂອງ USABC, ເຂົ້າຮ່ວມຍຸດທະສາດພັດທະນາເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງຂອງ ຫວຽດນາມ ໃນຊຸມປີຕໍ່ໄປ.
(ແຫຼ່ງຄັດຈາກ VOV)