ນິງຖ້ວນ - ສີຂຽວໃນ "ທະເລຊາຍ"

ສາລະຄະດີ

ນິງຖ້ວນ - ສີຂຽວໃນ "ທະເລຊາຍ"

ບັນດານິຄົມໝາກອາງຸ່ນ ສຸກທີ່ມີໝາກດົກໜາ, ບັນດາທົ່ງນາ ຫວ້ານຫາງແຂ້ ແລະ ບັນດາທົ່ງນາໜໍ່ໄມ້ ຝຣັ່ງຂຽວ ປົກຄຸມ ເຕັມພື້ນທີ່ ດິນແດນແຫ້ງແລ້ງ, ປົກຄຸມທັງພື້ນຊາຍຂາວ… ໄດ້ສ້າງເປັນພາບ ແຫ່ງ ກະສິກຳ ທີ່ເຕັມໄປດ້ວຍ ພະລັງຊີວິດ ຂອງ ແຂວງ ນິງຖ້ວນ, ສະຖານທີ່ໄດ້ຮັບຂະໜານນາມວ່າ ເປັນ “ທະເລຊາຍນ້ອຍ”ຂອງ ຫວຽດນາມ. ບັນດາຜະລິດຕະພັນກະເສດ ສະເພາະ ທີ່ມີຊື່ສຽງນີ້ ບໍ່ພຽງແຕ່ ຊ່ວຍໃຫ້ແຂວງ ນິງຖ້ວນ “ຫັນເປັນສີຂຽວ” ເຂດດິນແຫ້ງແລ້ງ ຍ້ອນຖືກແສງແດດເຜົາໄໝ້ ເທົ່ານັ້ນ, ແຕ່ນັບມື້ ນັບມີບົດບາດ ສຳຄັນຍິ່ງຂຶ້ນ ໃນການພັດທະນາເສດຖະກິດ ຂອງ ທ້ອງຖິ່ນອີກດ້ວຍ.
ບັນດານິຄົມໝາກອາ​ງຸ່ນ​ ສຸກທີ່ມີໝາກດົກໜາ, ບັນດາທົ່ງນາ ຫວ້ານຫາງແຂ້​ ​ແລະ ບັນດາ​ທົ່ງ​ນາໜໍ່ໄມ້ ຝຣັ່ງຂຽວ ປົກຄຸມ ເຕັມພື້ນທີ່ ດິນແດນແຫ້ງ​ແລ້ງ, ​ປົກ​ຄຸມທັງພື້ນຊາຍ​ຂາວ… ໄດ້​ສ້າງ​ເປັນພາບ ແຫ່ງ ກະສິກຳ ທີ່ເຕັມໄປດ້ວຍ ພະລັງຊີວິດ ​ຂອງ ​ແຂວງ ນິງ​ຖ້ວນ, ສະຖານທີ່​ໄດ້​ຮັບ​ຂະໜານນາມວ່າ ເປັນ “ທະ​ເລ​ຊາຍ​ນ້ອຍ”ຂອງ​ ຫວຽດນາມ. ບັນດາ​ຜະລິດ​ຕະພັນ​ກະ​ເສດ​ ສະ​ເພາະ ທີ່​ມີ​ຊື່​ສຽງ​ນີ້​ ບໍ່​ພຽງ​ແຕ່ ​ຊ່ວຍ​ໃຫ້​ແຂວງ ນິງຖ້ວນຫັນເປັນສີຂຽວ” ​ເຂດ​ດິນ​ແຫ້ງ​ແລ້ງ ຍ້ອນ​ຖືກແສງ​ແດດ​ເຜົາໄໝ້ ​ເທົ່າ​ນັ້ນ, ແຕ່​ນັບມື້ ນັບມີ​ບົດບາດ​ ສຳຄັນ​ຍິ່ງຂຶ້ນ ​ໃນ​ການ​ພັດທະນາ​ເສດຖະກິດ ​ຂອງ ​ທ້ອງ​ຖິ່ນອີກດ້ວຍ.
ເຂດປູກຕົ້ນອາງຸ່ນ​ ເອົາໝາກໄໝ້ ຢູ່ແຂວງ ນິງຖ້ວນ. ພາບ: ກົງດາດ/VNP

ຫັນເປັນສີຂຽວ ເຂດ "ທະເລຊາຍ" ດ້ວຍພືດກະສິກໍາ ສະເພາະ

ນິງຖ້ວນ ຕັ້ງຢູ່ຊາຍຝັ່ງທະເລ ພາກກາງຕອນໃຕ້, ໄດ້ຖືວ່າ ເປັນເຂດ “ທະເລຊາຍນ້ອຍ” ຂອງ ຫວຽດນາມ ເນື່ອງຈາກ ພູມສັນຖານ ເປັນ ທະເລຊາຍ, ມີປະລິມານນໍ້າຝົນຕົກໜ້ອຍຕໍ່ປີ ເຮັດໃຫ້ເກີດ ໄພ ແຫ້ງແລ້ງ ແລະ ແດດຮ້ອນຕະຫຼອດປີ. ​ເນື້ອ​ທີ່​ດິນເປັນ​​ທະ​ເລຊາຍ ທັງໝົດ ​ຢູ່​ແຂວງ ​ນິງຖ້ວນ​ ມີ 41.021 ​ເຮັກຕາ, ກວມ 12,21% ຂອງ​ເນື້ອ​ທີ່​ດິນ​ທຳ​ມະ​ຊາດ​ຂອງ​ແຂວງ.

ຈາກ​ສະພາບ​ດິນ​ຟ້າ​ອາກາດ ທີ່ບໍ່ເອື້ອອຳນວຍ, ປະຊາຊົນ​ ຢູ່​ທີ່​ນີ້​ໄດ້​ຫັນ​ເປັນທ່າໄດ້ປຽບ ໂດຍການປູກ​ອາງຸ່ນ, ​ເປັນ​ພືດ​ທີ່​ມີຄວາມ​ທົນ ທານ ຕໍ່ແດດ ແລະ ແຫ້ງແລ້ງໄດ້ດີ. ເພາະສະ​ນັ້ນ, ຈາກ​ແຜ່ນ​ດິນ ທີ່ມີສະພາບອາກາດທີ່ໂຫດຮ້າຍ, ນິງຖ້ວຍ ໂດຍບັງເອີນ ໄດ້ກາຍ ເປັນດິນແດນ ​ທີ່ເໝາະສົມກັບການປູກຕົ້ນອາງຸ່ນ. 


ຕົ້ນອາງຸ່ນ​ ໄດ້​ນຳ​ເຂົ້າມາ ຫວຽດນາມ​ ແຕ່​ປີ 1960 ​ແລະ​ ຖືກ​ປູກ​ຢູ່​ສູນ ຍາໂຮ໋, ປັດຈຸ​ບັນ​ ແມ່ນ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຝ້າຍ ​ແລະ ພັດທະນາ ​ກະສິກຳ ຍາໂຮ໋ (​ເມືອງ ນິງເຊີນ, ​ແຂວງ ນິງຖ້ວນ) ຈາກບັນດາແນວພັນ ອາງຸ່ນ ​ເຂດ​ຮ້ອນ ແລະ ​ເຂດອຸ່ນ​ ​ຈາກປະເທດ ​ໄທ, ສ ​ເກົາຫຼີ ແລະ ສ ອາເມລິກາ. ​ປັດຈຸ​ບັນ, ທົ່ວ​ແຂວງ ​ມີ​ເນື້ອ​ທີ່​ປູກ​ອາງຸ່ນ ​​ຫຼາຍປະ​ເພດ ​ປະມານ 1.365 ​ເຮັກຕາ, ​ໃນ​ນັ້ນ​ແນວພັນ ອາ​ງຸ່ນ​ ແບບ​ດັ້ງ​ເດີມ ​ແລະ ອາງຸ່ນຂຽວ NH01-48 ກວມ​ປະມານ 80% ຂອງ ​ເນື້ອ​ທີ່ທັງໝົດ. ສະ​ເລ່ຍ​ແຕ່ລະປີ, ນິງຖ້ວນ ​ສະໜອງ​ໝາກອາງຸ່ນ ອອກສູ່ຕະຫຼາດ​ ​ປະມານ 33.800 ​ໂຕນ, ​ໃນ​ນັ້ນ​ໝາກ​ອາງຸ່ນ​ ສົດ​ກວມ 80% ຍອດ​ຜະລິດ​ຕະພັນ.

ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ເຂົ້າໃນການປູກ ແລະ ບົວລະບັດ ອາງຸ່ນ.  ພາບ: ເລມິງ/VNP

ເທດສະການອາງຸ່ນ ແລະ ເຫຼົ້າແວງ​ ແມ່ນ​ງານ​ບຸນ​ປະ​ເພນີ​ ຂອງ​ແຂວງ ນິງຖ້ວນ, ​ໄດ້​ຈັດ​ຂຶ້ນ​ທຸກໆ 2 ປີ, ​ເພື່ອ​ສ້າງ​ເຄື່ອງໝາຍການຄ້າ​ຂອງ​ທ້ອງ​ຖິ່ນ, ​ໃນ​ນັ້ນ​ມີ​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ແມ່ນທ່າແຮງ ແລະ ມີລັກສະນະຈຳເພາະ, ນີ້ແມ່ນ ເຫດການ ວັດທະນະທຳ ເພື່ອແນ​ໃສ່​ເຊີດ​ຊູ​ຄວາມ​ງາມ​ດ້ານ​ວັດທະນະທຳ​ ຂອງ​ ບັນດາ​ເຜົ່າ​ໃນ​ແຂວງ. ປີນີ້, ງານ​ບຸນ​ ຈະ​ໄດ້ຈັດຂຶ້ນ ແຕ່​ວັນ​ທີ 13-18 ມິຖຸນາ, ຄາດ​ວ່າ​ ຈະ​ແມ່ນ​ງານ​ບຸນ ​ໃຫຍ່​ສຸດເທົ່າທ່ີເຄີຍຈັດມາ. 

ຜູ້ປູກອາງຸ່ນທີ່ມີຊື່ສຽງທີ່ສຸດຢູ່ ນິງຖ້ວນ ແມ່ນທ່ານ ຫງວຽນວັນມ້ອຍ, ເຈົ້າຂອງນິຄົມອາງຸ່ນ ບາມ້ອຍ ຢູ່ຕາແສງ ເຟືອກຖ້ວນ, ເມືອງ ນິງ ເຟືອກ. ເພິ່ນມີເນື້ອທີ່ປູກອາງຸ່່ນ ກິນໝາກ ແລະ ອາງຸ່ນ ເພື່ອການ ຜະລິດ ເຫຼົ້າແວງ 2 ເຮັກຕາ.  ໃນຊຸມປີມໍ່ໆ ມານີ້, ນິຄົມອາງຸ່ນ ຂອງ ເພິ່ນ ໄດ້ກາຍເປັນຈຸດໝາຍປາຍທາງ ເພື່ອການຢ້ຽມຢາມ ແລະ ເພີດເພີນກັບ ອາງຸ່ນ ທີ່ມີຊື່ສຽງ ສຳລັບນັກທ່ອງທ່ຽວ ທັງໃກ້ ແລະ ໄກ.

ຢູ່​ນິງຖ້ວນ ຍັງ​ມີ​ໝູ່​ບ້ານ​ອາ​ງຸ່ນ ​ຖ໋າຍ​ອານ ຢູ່​ຕາ​ແສງ​ ຫວິ໊ງ​ຫາຍ, ​ເມືອງ ​ນິງຫາຍ. ສະຖານທີ່ແຫ່ງນີ້ ມີເນື້ອທີ່ປູກອາງຸ່ນ ປະມານ 200 ເຮັກຕາ ຕັ້ງຢູ່ລຽບຕາມເສັ້ນທາງ 702, ສາຍທາງທ່ອງທ່ຽວ ແຄມ ທະເລ ຊຶ່ງຖືວ່າ ງາມທີ່ສຸດຢູ່ ຫວຽດນາມ, ແລ່ນຜ່ານ ປ່າສະຫງວນ ແຫ່ງຊາດ ນູຍຈົ໋ວ, ໄປເຖິງອ່າວ ຫວິ໊ງຮີ. ນີ້​ແມ່ນ​ໝູ່​ບ້ານອາງຸ່ນ ເພື່ອ ການບໍລິການທ່ອງ​ທ່ຽວ ​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ທ້ອງ​ຖິ່ນ ກັບບັນດາ​ສວນ​ໝາກອາງຸ່ນ ທີ່​ຂຽວ​ສົດ​ງົດ​ງາມ ແລະ ກວ້າງໃຫຍ່ໄພສານ ແລະ ບັນ ດາ ຄ້າງ ໝາກອາງຸ່ນ ສຸກເຕັມທີ່ ແກວ່ງໄກວໄປຕາມສາຍລົມ ຊຶ່ງ ສ້າງຄວາມ​ປະທັບໃຈ​ໃຫ້ກັບນັກ​ທ່ອງ​ທ່ຽວ.

ນອກຈາກຕົ້ນອາງຸ່ນ, ໜໍ່ໄມ້ຝຣ່ັງ ແລະ ຫວ້ານຫາງແຂ້, ຕົ້ນໝາກ ແອັບເປິ້ນ ກໍ່ຖືວ່າ ເປັນແນວພັນພືດ ທີ່ສຳຄັນ ຂອງຂະແໜງ ກະສິກຳ ຂອງແຂວງ ນິງຖ້ວນ ຍ້ອນມີການຂະຫຍາຍຕົວ ທາງທຳມະຊາດ ທີ່ ເໝາະສົມ ກັບແຖບດິນແຫ່ງນີ້.

ປັດຈຸບັນ, ໜໍ່ໄມ້ຝຣັ່ງ ໄດ້ຖືວ່າ ເປັນພືດທີ່ຊ່ວຍ “ລົບລ້າງຄວາມ ອຶດ ຫີວ ແລະ ຫຼຸດຜ່ອນຄວາມທຸກຍາກ” ໃນທ້ອງຖີ່ນ ດ້ວຍຜົນຜະລິດ ແລະ ຄຸນນະພາບສູງ, ມີຕະຫຼາດຈຳໜ່າຍໃຫຍ່ ແລະ ອາຍຸການເກັບກ່ຽວໄດ້ເຖິງ 5 ປີ. ປັດຈຸ​ບັນ, ​ແຂວງ​ ນິງ​ຖ້ວນ ​ມີ​ເນື້ອ​ທີ່​ປູກ​ ໜໍ່​ໄມ້​ຝຣັ່ງ ກວ່າ 200 ​ເຮັກຕາ, ປູກ​ຫຼາຍ​ກວ່າ​ໝູ່​ ແມ່ນຢູ່​ເມືອງ ​ນິງເຟືອກ, ນິງຫາຍ, ຖ້ວນ​ບັກ, ນິງເຊີນ ​ແລະ ຟານ​ຣາງ - ​ທາບຈ່າມ.

ຫວ້ານຫາງແຂ້ ກໍເປັນພືດທີ່ປູກງ່າຍ ແລະ ບົວລະບັດງ່າຍ, ນັບແຕ່ ເວລາປູກ ຈົນເຖິງເວລາເກັບກ່ຽວ ແມ່ນຂ້ອນຂ້າງສັ້ນ ຊຶ່ງເໝາະສົມ ທີສຸດ ກັບສະພາບການປູກຝັງ ຂອງປະຊາຊົນ ຜູ້ມີທຶນໜ້ອຍ, ໃຊ້ ນ້ຳຫົດໜ້ອຍ ຢູ່ເຂດດິນມີສະພາບອາກາດທີ່ແຫ້ງແລ້ງ ແລະ ສະ ພາບອາກາດຮ້ອນ ຄື ນິງຖ້ວນ. ປັດຈຸ​ບັນ, ທົ່ວ​ແຂວງ​ມີ​ເນື້ອ​ທີ່​ປູກ ຫວ້ານຫາງແຂ້ ​ປະມານ 350 ​ເຮັກຕາ, ເນື້ອທີ່ປູກຕົ້ນຕໍ​​ ຢູ່​ຕາ​ແສງ​ ວັນ​ຫາຍ (​ນະຄອນ​ ຟານຣາງ-​ທາບ​ຈ່າມ), ເມືອງ ນິງເຟືອກ, ນິງ​ເຊີນ ​ແລະ ຖ້ວນ​ບັກ. ຕົ້ນຫວ້ານຫາງແຂ້ ໄດ້​ຮັບຮອງ​ວ່າ ເປັນໜຶ່ງ​ໃນ 12 ຜະ​ລິດ​ຕະ​ພັນ​ກະ​ສິ​ກໍາ ສະເພາະ​ຂອງ ນິງຖ້ວນ.

ນິງຖ້ວນ ຖື​ການ​ພັດທະນາ​ກະສິກຳ ນໍາໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ ຕິດພັນ​ກັບ​ອຸດສາຫະກຳ​ ປຸງ​ແຕ່ງ, ສົ່ງ​ອອກ ​ແລະ ພັດທະນາ​ການທ່ອງທ່ຽວ ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ​, ນຳ​ກະສິກຳ​ເຕັກ​ໂນ​ໂລ​ຊີສູງ​ ກາຍເປັນຂະແໜງເສດຖະກິດ ປາຍແຫຼມ ຂອງທ້ອງຖິ່ນ.

ຫັນ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີສູງ​ ເປັນ​ຂະແໜງເສດຖະກິດ ປາຍແຫຼມ

ແຂວງ ນິງຖ້ວນ ພວມຍູ້ແຮງ ການນໍາໃຊ້ເຕັກໂນໂລຊີສູງ ເຂົ້າໃນ ການຜະລິດກະສິກຳ ເພື່ອສ້າງເປັນເຂດ ແລະ ໂຄງການທີ່ມີ ຂອບ ຂະໜາດ, ຜະລິດອອກ ບັນດາປະເພດສິນຄ້າກະສິກຳ ມີຄຸນນະ ພາບສູງ ຕອບສະໜອງ ຄວາມຕ້ອງການຂອງຕະຫຼາດ; ຫັນ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີສູງ ເປັນຂະແໜງເສດຖະກິດປາຍແຫຼມ ຂອງທ້ອງຖິ່ນ.

 ທ່ານ ເລຮວ່ຽນ, ຮອງປະທານ ຄະນະກຳມະການ ປະຊາຊົນ ແຂວງ ນິງຖ້ວນ ໃຫ້ຮູ້ວ່າ ການພັດທະນາກະສິກຳນຳໃຊ້ເຕັກໂນໂລຊີສູງ ແລະ ຫັນເປັນດີຈີຕອນ ໃນຂະແໜງກະສິກຳ ແມ່ນທ່າອຽງຕົ້ນຕໍ ແລະ ຈຳເປັນຢ່າງຍິ່ງ ເຂົ້າໃນການເຊື່ອມໂຍງ.


ເພື່ອ​ໃຫ້ບັນລຸ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ, ​ແຂວງ ນິງຖ້ວນ ສຸມ​ໃສ່​ເຖິງ​ການ​ລະດົມ​ບັນດາແຫຼ່ງກຳລັງແຮງ ​ເພື່ອຜັນຂະຫຍາຍ​ປະຕິບັດ​ຫຼາຍ​ກຸ່ມ​ວຽກ​ງານ ​ແລະ ວິທີ​ແກ້​ໄຂ. ນັ້ນ​ແມ່ນ, ​ເພີ່ມ​ທະວີ​ການ​ໂຄສະນາ ເຜີຍແຜ່ ກ່ຽວກັບ​ພັດທະນາ​ກະສິກຳ​ ດ້ວຍ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີສູງ; ສ້າງ​ກົນ​ໄກ ​ແລະ ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ ​ແລະ ຊ່ວຍໜູນ​ພັດທະນາ​ກະສິກຳ ນໍາໃຊ້​ເຕັກ​ໂນ​ໂລ​ຊີສູງ. ພ້ອມ​ກັນ​ນັ້ນ, ລົງທຶນ​ເຂົ້າ​ພື້ນຖານ​ວັດຖຸ, ເຕັກນິກ ​ຂອງ ​ບັນດາ​ເຂດ​ຜະລິດ ​ແລະ ​ເຂດ​ກະສິກຳ​ເຕັກ​ໂນ​ໂລ​ຊີສູງ; ເພີ່ມທະວີ​ການ​ຄົ້ນ​ຄວ້າ, ​ຄັດ​ເລືອກ​ແນວ​ພັນ ​ແລະ​ ບັນດາຂັ້ນຕອນ, ​ເຕັກ​ໂນ​ໂລ​ຊີການຜະລິດ. ພ້ອມດຽວກັນ ນິງຖ້ວນຍັງ ຊຸກຍູ້ຢ່າງແຂງແຮງ ​ພັດທະນາ ​ການ​ປຸງ​ແຕ່ງ​​, ​ເຊື່ອມ​ໂຍງ​ການ​ຜະລິດ, ຊຸກຍູ້​ການ​ຄ້າ, ​ເປີດ​ກວ້າງ​ຕະຫຼາດ ຈຳໜ່າຍສິນຄ້າ; ພັດທະນາ ແຫຼ່ງ ຊັບພະຍາກອນມະນຸດ ເພື່ອຮັບໃຊ້ການຜະລິດ ກະສິກໍາ ເຕັກໂນໂລຊີສູງ; ຍົກສູງ​ປະສິດທິ​ຜົນ​ການ​ດຶງ​ດູດ, ​ນຳ​ໃຊ້ບັນດາ ແຫຼ່ງກຳລັງແຮງ ແລະ ​ເລັ່ງລັດ​ ​ການ​ຫັນ​ເປັນ​ດີ​ຈີ​ຕອນ ກັບ​ບັນດາ​ການ​ເຄື່ອນ​ໄຫວ​ພັດທະນາ​ກະສິກຳ ​ນໍາໃຊ້​ເຕັກ​ໂນ​ໂລ​ຊີສູງ.​

ຫວ່າງ​ມໍ່ໆ​ ມາ​ນີ້, ​ແຂວງ ​ນິງຖ້ວນ​ ໄດ້​ນໍາໃຊ້​​ນະ​ໂຍບາຍ​ບຸລິມະສິດ ຫຼາຍຢ່າງ ​ເພື່ອ​ດຶງ​ດູດ ​ແລະ ​ຊ່ວຍເຫຼືອບັນດາ​ວິ​ສາ​ຫະກິດ​, ສະຫະ ກອນກະສິກຳ ຊຸກຍູ້​ຢ່າງແຂງແຮງ ການ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ ເຂົ້າ ການ​ຜະລິດ ​ໄດ້​ມາດຕະຖານ VietGAP, GlobalGAP, ISO, ISO/IEC 17025, HACCP, ຜະລິດ​ຕະພັນ ​ກະ​ເສດ​ປອດ​ສານພິດ... ພົ້ນເດັ່ນແມ່ນຮູບ​ແບບ​ການ​ຜະ​ລິດ​ ໜໍ່​ໄມ້​ຝຣັ່ງ​ຂຽວ​ ຂອງ ​ນິຄົມກະ​ສິ​ກຳ​ປອດ​ສານ​ພິດ ຕຽນ​ຕ໋ຽນ, ສະ​ຫະ​ກອນ ​ຕ໋ວນ​ຕູ໋ (ເມືອງ ນິງເຟືອກ); ​ການ​ຜະ​ລິດ​ເຫຼົ້າ​ແວງ ​ຂອງ ​ບໍ​ລິ​ສັດ Ladora Farm ຈຳ​ກັດ (ເມືອງ ນິງເຊີນ); ​ການ​ປູກ​ໝາກ​ແຕງ “ເມລອນ”​  ເຕັກ​ໂນ​ໂລ​ຊີ​ສູງ ​ຂອງ​ສະ​ຫະ​ກອນ​ກະ​ສິ​ກໍາ​ເຕັກ​ໂນ​ໂລ​ຊີ​ສູງ​ ພາກ​ກາງ ຕອນ​ໃຕ້ (ເມືອງ ບ໋າກອ໋າຍ​)​.

ຂະບວນການສະກັດນ້ຳໝາກອາງຸ່ນ ແລະ ຜະລິດ ເຫຼົ້າແວງ ຢູ່ນິຄົມອາງຸ່ນ ບາມ້ອຍ. ພາບ: ກົງດາດ/VNP

ຜະລິດຕະພັນເຫຼົ້າແວງ, ນ້ຳເຊື່ອມ, ໝາກອາງຸ່ນ ສຳເລັດຮູບ, ໝາກອາງຸ່ນແຫ້ງ ໄດ້ຜະລິດ ຈາກເຂດ ປູກໝາກອາງຸ່ນ ຢູ່ ນິງຖ້ວນ. ພາບ: ກົງດາດ/VNP

ພິ​ເສດ, ບໍລິສັດ​ຫຸ້ນ​ສ່ວນ​ອາຫານ ແກ໋ງດົ່ງຫວຽດ (VietFarm) ​ແມ່ນ​ວິ​ສາ​ຫະກິດ ​ແຖວ​ໜ້າ​ຂອງ​ ຫວຽດນາມ ​ຜະລິດ, ປຸງແຕ່ງ ແລະ ສົ່ງ ອອກສະເພາະຫວ້ານຫາງແຂ້. ວິສາຫະກິດນີ້ ໄດ້ຂຸດຄົ້ນ ຢ່າງມີປະ ສິດທິຜົນ ແລະ ຍົກລະດັບຄຸນຄ່າ ຂອງ ຫວ້ານຫາງແຂ້ ຍ້ອນມີ ພື້ນ ທີ່ວັດຖຸດິບ ຫວ້ານຫາງແຂ້ ກວ່າ 200 ເຮັກຕາ ໄດ້ຮັບການຢັ້ງຢືນ ຈາກ VietGAP, GlobalGAP ແລະ ໂຮງງານ ປຸງແຕ່ງຫວ້ານຫາງ ແຂ້ ໃຫຍ່ທີ່ສຸດ ຫວຽດນາມ ຕັ້ງຢູ່ເຂດ ອຸດສາຫະກຳ ແທງຫາຍ, ນະ ຄອນ ຟານຣາງ-ທາບຈ່າມ ດ້ວຍຕ່ອງໂສ້ ແລະ ເຕັກໂນໂລຊີ ການ ຜະລິດ ທີ່ທັນສະໄໝ ໄດ້ມາດຕະຖານສາກົນ FSSC 22000. ຜະລິດຕະພັນຂອງ VietFarm ໄດ້ມີໜ້າຢູ່ກວ່າ 20 ປະເທດ ໃນໂລກ.

ໃນຊຸມປີມໍ່ໆມານີ້, ບັນດານັກວິທະຍາສາດ ຂອງສະຖາບັນ ຄົ້ນຄວ້າ ຝ້າຍ ແລະ ພັດທະນາກະສິກຳ ຍາໂຮ໋ ໄດ້ປະສົບ ຄວາມສໍາເລັດ ໃນການປະສົມແນວພັນອາງຸ່ມໃໝ່ ຈຳນວນໜຶ່ງ ເຊັ່ນ: NH01-48, NH01-152, Black-Queen ແລະ ລ່າສຸດ ແມ່ນແນວພັນ ອາງຸ່ນ ບໍ່ມີແກ່ນ NH04- 102 ໄດ້ປູກທົດລອງ ຢ່າງມີປະສິດທິຜົນ. ແນວພັນ ອາງຸ່ນ ຫຼາຍຊະນິດ ໄດ້ຖືກປູກ ຢູ່ທົ່ວໄປ ຢູ່ເຂດເພາະປູກຈຳນວນໜຶ່ງ ຂອງ ແຂວງ ນິງຖ້ວນ ໄດ້ຮັບຄວາມນິຍົມ ແລະ ຜະລິດຢ່າງກວ້າງ ຂວາງ ຈາກ ຊາວກະສິກອນ, ເຮັດໃຫ້ກົນໄກແນວພັນ ອຸດົມສົມບູນ ຍິ່ງຂຶ້ນ ແລະ ຕອບສະໜອງ ຄວາມຕ້ອງການ ທີ່ນັບມື້ນັບສູງ ຂອງ ຕະຫຼາດ ແລະ ຜູ້ບໍລິໂພກ.


ຕາມ​ການ​ສຳ​ຫຼວດ​ ຂອງ​ ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະ ບົດ​ແຂວງ, ມູນ​ຄ່າ​ການ​ຜະລິດ ​ຕໍ່​ເນື້ອ​ທີ່​ລົງທຶນ​ຜະລິດ​ກະສິກຳ 1 ​ເຮັກຕາ​ ດ້ວຍການນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ ບັນລຸ​ປະມານ 600 ລ້ານ​ດົ່ງ/​ເຮັກຕາ/ປີ, ​ໃນ​ນັ້ນ​ມີ​ຮູບ​ແບບຈຳນວນໜຶ່ງ ຄື ປູກໝາກແຕງ “ເມລອນ”, ໜໍ່ໄມ້ຝຣັ່ງຂຽວ ບັນລຸກວ່າ 1 ຕື້ດົ່ງ/ເຮັກຕາ/ປີ.

ການປະສົມ​ປະສານ​ຢ່າງ​ມີ​ປະສິດທິ​ຜົນ​ ລະຫວ່າງ​ລັດ, ນັກວິທະຍາ ສາດ, ​ວິ​ສາ​ຫະກິດ ​ແລະ ຊາວ​ກະສິກອນ ໃນການໝູນ​ໃຊ້​ວິທະຍາ ສາດ​ເຕັກ​ໂນ​ໂລ​ຊີສູງ ​ໃນ​ການ​ຜະລິດ​ກະສິກຳ ​ໄດ້​ສ້າງບາດກ້າວ ກະໂດດຂັ້ນ ​ໃຫ້​ແກ່ຂະແໜງການ​​ກະສິກຳ ​ທີ່​ມີ​ລັກສະນະ​ສະ​ເພາະ​ຂອງ ນິງຖ້ວນ, ​ຈາກນັ້ນ ມຸ່ງໄປເຖິງການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ຍົກສູງຄຸນຄ່າ ຜະລິດຕະພັນກະສິກຳ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ປັບ​ປຸງ​ຊີ​ວິດ​ການເປັນຢູ່ ແລະ ສ້າງຮັ່ງຄຸນມີໃຫ້​ຊາວ​ກະ​ສິ​ກອນ ອີກດ້ວຍ. 

ຜະລິດ​ຕະ​ພັນ​ຊາ​ ໜໍ່ໄມ້ຝຣັ່ງ​ ໄດ້ມາດ​ຕະ​ຖານ Vietgap ໄດ້​ປູກ​ຢູ່ ນິງ​ຖ້ວນ. ພາບ: ກົງດາດ/VNP

ນິງຖ້ວນ ​​ວາງເປົ້າໝາຍ​ ​​ໄລຍະ 2021-2025, ລະດັບ​ການເຕີບ​ໂຕ​ ຂອງ​ມູນ​ຄ່າ​ການ​ຜະລິດ​ກະສິກຳ​ ນຳໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ​ຕ້ອງ​ບັນລຸ 30-40%/ປີ. ສູ້​ຊົນ​ຮອດ​ປີ 2025, ຈະ​ມີ 3-5 ​ເຂດ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ ດ້ວຍ​ເນື້ອ​ທີ່​ຜະລິດ​ກະສິກຳນຳໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ບັນລຸ 1.000 ​ເຮັກຕາ, ​ມູນ​ຄ່າ​​ຜະລິດ​ກະສິກຳ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ບັນລຸ 700 ລ້ານ​ດົ່ງ/​ເຮັກຕາ ​ແລະ ມີ​ໂຄງການ​ກະສິກຳ​ນຳໃຊ້ ເຕັກ​ໂນ​ໂລ​ຊີ​ສູງ​ ເຄື່ອນໄຫວທີ່​ມີ​ປະສິດທິ​ຜົນ ​ປະມານ 30 ​ໂຄງການ, ​ໃນ​ນັ້ນ ໃນ​ແຕ່ລະ​ເມືອງ​ ມີ 4-6 ​ໂຄງການ, ​ໂດຍໃຫ້​ບຸລິມະສິດ​ຄັດເລືອກ ພັດທະນາ ​ຜະລິດ​ຕະພັນ​ສະ​ເພາະ​ທີ່​ມີ​ທ່າ​ແຮງເພື່ອ​ສົ່ງ​ອອກ.

ບົດ: ເຊີນເຫງ້ຍ - ພາບ: ເລມິງ, ກົງດາດ - ແປໂດຍ: ບິກລຽນ

ດ້ຽນບຽນ - ສູນການທ່ອງທ່ຽວແຫ່ງໃໝ່ ຂອງ ພາກ ຕາເວັນຕົກສ່ຽງເໜືອ

ດ້ຽນບຽນ - ສູນການທ່ອງທ່ຽວແຫ່ງໃໝ່ ຂອງ ພາກ ຕາເວັນຕົກສ່ຽງເໜືອ

ເມື່ອ 70 ປີກ່ອນ, ຊື່ ດ້ຽນບຽນ ໄດ້ປະກົດຂຶ້ນ ຢ່າງສະຫວ່າງສະໄຫວ ໃນແຜນທີ່ໂລກ ດ້ວຍໄຊຊະນະ ປະຫວັດສາດ ດ້ຽນບຽນຝູ ທີ່ “ສະໜັ່ນຟ້າ ສະເທືອນດິນ” (ວັນທີ 07/5/1954 – ວັນທີ 07/5/2024). ປັດຈຸບັນ, ດ້ຽນບຽນ ເປັນທ່ີຮູ້ວ່າ ແມ່ນສູນການທ່ອງທ່ຽວ ທີ່ພົ້ນເດັ່ນແຫ່ງໃໝ່ ຂອງ ພາກຕາເວັນຕົກສ່ຽງເໜືອ ດ້ວຍທ່າແຮງ ດ້ານການທ່ອງທ່ຽວ ປະຫວັດສາດ-ວັດທະນະທຳທາງໃຈ, ທ່ອງທ່ຽວຊີວະພາບ, ສຳຫຼວດທິວທັດທຳມະຊາດ ແລະ ທ່ອງທ່ຽວ ພັກຜ່ອນເພື່ອ ສຸຂະພາບ, ບັນເທິີງ ແລະ ການດູແລສຸຂະພາບ.

Top