ຫວຽດນາມ ແລະ ອາເມລິກາ ມີຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບຜົນປະໂຫຍດຍຸດທະສາດ ແລະ ເສດຖະກິດ, ກໍຄືມີໂຄງສ້າງເສດຖະກິດເພີ່ມເຕີມໃຫ້ແກ່ກັນ.
ທ່ານຮອງລັດຖະມົນຕີ ກາວແອັງຕວັນ (ພາບ: TTXVN)
ໃນຂອບເຂດການໄປປະຕິບັດງານຢູ່ ອາເມລິກາ, ວັນທີ 14 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ກາວແອັງຕວັນ ໄດ້ເຮັດວຽກກັບທ່ານ Robert Kaproth, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການເງິນ, ຮັບຜິດຊອບດ້ານການຄ້າສາກົນ, ຢູ່ສຳນັກງານກະຊວງການເງິນ ອາເມລິກາ.
ທ່ານຮອງລັດຖະມົນຕີ ກາວແອັງຕວັນ ເນັ້ນໜັກວ່າ, ຫວຽດນາມ ແລະ ອາເມລິກາ ມີຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບຜົນປະໂຫຍດຍຸດທະສາດ ແລະ ເສດຖະກິດ, ກໍຄືມີໂຄງສ້າງເສດຖະກິດເພີ່ມເຕີມໃຫ້ແກ່ກັນ. ຕາມນັ້ນແລ້ວ, ຫວຽດນາມ ມີຄວາມຕ້ອງການຢ່າງໃຫຍ່ຫຼວງຕໍ່ບັນດາຜະລິດຕະພັນເຕັກໂນໂລຊີສູງ, ພະລັງງານ, ອຸປະກອນການບິນ ແລະ ຜະລິດຕະພັນກະເສດຈາກ ອາເມລິກາ. ໃນຂະນະນັ້ນ, ຜະລິດຕະພັນບໍລະໂພກຜະລິດຢູ່ ຫວຽດນາມ ດ້ວຍລາຄາທີ່ເໝາະສົມພວມນັບມື້ນັບກາຍເປັນການ ເລືອກເຟັ້ນຂອງຜູ້ບໍລິໂພກ ອາເມລິກາ. ສະນັ້ນ, ການພົວພັນຄູ່ຮ່ວມມືດ້ານເສດຖະກິດ - ການເງິນລະຫວ່າງ 2 ປະເທດຕ້ອງໄດ້ຍົກຂຶ້ນສູ່ລະດັບສູງໃໝ່.
ສ່ວນຝ່າຍ ອາເມລິກາ, ທ່ານ Robert Kaproth ຢືນຢັນວ່າ, ກະຊວງການເງິນ ອາເມລິກາ ປາດຖະໜາຢາກໃຫ້ບຸລິມະສິດເພີ່ມທະວີການພົວພັນ ແລະ ພ້ອມແລ້ວທີ່ຈະແກ້ໄຂບັນດາບັນຫາທີ່ຍັງຄົງຕົວໃນການພົວພັນດ້ານເສດຖະກິດ - ການເງິນກັບ ຫວຽດນາມ. ພ້ອມກັນນັ້ນ, ທ່ານກໍ່ຢ້ຳຄືນຄວາມວິຕົກກັງວົນຂອງຝ່າຍ ອາເມລິກາ ກ່ຽວກັບເລື່ອງເພີ່ມດຸນການຄ້າລະຫວ່າງ 2 ປະເທດໃນໄລຍະຜ່ານມາ.
(ແຫຼ່ງຄັດຈາກ VOV)