• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ເວ​ທີ​ປາ​ໄສ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ ແລະ ສັງ​ຄົມ​ດີ​ຈີ​ຕອນ​ຄັ້ງ​ທີ III

ຫວຽດນາມໄດ້ກຳນົດ ພັດທະນາເສດຖະກິດດີຈີຕອນ ເພື່ອປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຍົກສູງສະມັດຕະພາບ, ຄວາມສາມາດແກ້ງແຍ້ງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: VOV)

ຕອນເຊົ້າວັນທີ 20 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານເວທີປາໄສແຫ່ງຊາດກ່ຽວກັບການພັດທະນາເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ ຄັ້ງທີ III ດ້ວຍຫົວຂໍ້ “ພັດທະນາເສດຖະກິດດີຈີຕອນ ສັງຄົມດີຈີຕອນຢ່າງຮອບດ້ານ, ກວມລວມບັນລຸໄດ້ເປົ້າໝາຍການເຕີບໂຕ GDP ຢູ່ລະດັບສອງຕົວເລກ ໃນໄລຍະ 2026 - 2030”.

ຢູ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ  ຫວຽດນາມໄດ້ກຳນົດ ພັດທະນາເສດຖະກິດດີຈີຕອນ ເພື່ອປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຍົກສູງສະມັດຕະພາບ, ຄວາມສາມາດແກ້ງແຍ້ງ; ສ້າງສັງຄົມດີຈີຕອນກວມລວມ, ວັດທະນະທຳມະນຸດ; ຍົກສູງຄຸນນະພາບຊີວິດການເປັນຢູ່, ຄວາມຍຸຕິທຳໃນການເຂົ້າເຖິງການບໍລິການ, ຮັດແຄບໄລຍະຫ່າງໃນການພັດທະນາ, ເສີມຂະຫຍາຍສີສັນວັດທະນະທຳໃນສະພາບແວດລ້ອມດີຈີຕອນ; ດ້ວຍຈິດໃຈ “ເສດຖະກິດດີຈີຕອນແມ່ນກຳລັງໜູນ, ສັງຄົມດີຈີຕອນແມ່ນພື້ນຖານ, ມະນຸດເປັນໃຈກາງ”.

ບົນພື້ນຖານນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີເວທີປາໄສຕ້ອງກຳນົດຢ່າງຈະແຈ້ງໜ້າທີ່, ມາດຕະການຈຸດສຸມ, ບຸກທະລຸເພື່ອຊຸກຍູ້ການພັດທະນາເສດຖະກິດີຈີຕອນຢ່າງແຮງ, ສັງຄົມດີຈີຕອນໃນໄລຍະຈະມາເຖິງເພື່ອເຮັດໃຫ້ເສດຖະກິດດີຈີຕອນແຊກຊືມເຂົ້າທຸກຂົງເຂດຂອງພື້ນຖານເສດຖະກິດ ກໍ່ຄືຊີວິດສັງຄົມຢ່າງແທ້ຈິງ, ຜ່ານນັ້ນ ແກ້ໄຂບັນດາຈຸດອຸດຕັນໃນການເຊື່ອມຕໍ່, ແບ່ງປັນຂໍ້ມູນ.

(ແຫຼ່ງຄັດຈາກ VOV)

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ທ່ານປະທານາທິບໍດີ Putin ຢືນຢັນວ່າ ເສດຖະກິດ ລັດເຊຍ ສືບຕໍ່ຮັກສາຄວາມສະຖຽນລະພາບ ໃນສະພາບການສາກົນສັບສົນ.

Top