ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສາທາລະນະລັດ ສິງກະໂປ Lawrence Wong ແລະ ພັນລະຍາ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 25 ຫາວັນທີ 26 ມີນາ.
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສາທາລະນະລັດ ສິງກະໂປ Lawrence Wong (ພາບ: VOV)
ຕອນເຊົ້າວັນທີ 26 ມີນາ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສາທາລະນະລັດ ສິງກະໂປ Lawrence Wong ແລະ ພັນລະຍາ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 25 ຫາວັນທີ 26 ມີນາ.
ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີສອງທ່ານໄດ້ດຳເນີນການພົບປະເຈລະຈາ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Lawrence Wong ພ້ອມກັນຢ້ຽມຊົມງານວາງສະແດງພາບຖ່າຍກ່ຽວກັບປະເທດຊາດ, ປະຊາຊົນ ແລະ ການພົວພັນອັນດີງາມລະຫວ່າງ ຫວຽດນາມ - ສິງກະໂປ.
ທີ່ການເຈລະຈາ, ການນຳສອງທ່ານມີຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວພັດທະນາຢ່າງແຮງໃນການພົວພັນສອງຝ່າຍ, ພ້ອມທັງເຫັນດີເປັນເອກະພາບຕໍ່ບັນດາມາດຕະການ “ຕັດສິນໃຈ, ທັນການ” ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງບາດກ້າວບຸກທະລຸໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ສອງຝ່າຍເປັນເອກະພາບຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ປັບປຸງ ການຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບກ່ວາອີກ. ນາຍົກລັດຖະມົນຕີສອງຝ່າຍໃຫ້ຄຳໝັ້ນສັນຍາເພີ່ມທະວີການຕິດພັນເສດຖະກິດ ແລະ ເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງອື່ນໆຄື: ການສຶກສາ, ບຳລຸງສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ…
ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີ ໄດ້ເປັນສັກຂີພິຍານພິທີເຊັນເອກະສານຮ່ວມມືລະຫວ່າງສອງປະເທດ, ໃນນັ້ນມີຈົດໜາຍສະແດງເຈດຈຳນົງກ່ຽວກັບການຮ່ວມມືສ້າງໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ບັນດາຂໍ້ຕົກລົງໃນຂົງເຂດການຄ້າໄຟຟ້າພະລັງງານລົມ, ການຊຳລະຂ້າມແດນ ນຳໃຊ້ລະຫັດ QR, ພັດທະນາດີຈີຕອນ ແລະ ນະວັດຕະກຳ, ການພົບປະແລກປ່ຽນປະຊາຊົນ.
(ແຫຼ່ງຄັດຈາກ VOV)