• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ປະ​ກາດ​ໃຊ້ໂຄງ​ການ​ແຫ່ງ​ຊາດ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ ແລະ ອຸ​ດ​ສາ​ຫະ​ກຳ​ຍຸດ​ທະ​ສາດ​ໂດຍ​ໄວ

ການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແມ່ນຄຳຮຽກຮ້ອງພາວະວິໄສ, ການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າຂອງ ຫວຽດນາມ; ຮຽກຮ້ອງການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນຕ້ອງຕິດພັນກັບການປະຕິບັດການ “ປະຕິວັດ” ກ່ຽວກັບການສັບຊ້ອນ, ປັບປຸງກົງຈັກໃຫ້ກະທັດລັດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນ (ພາບ: TTXVN)

ຕອນເຊົ້າວັນທີ 18 ມີນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຜນພັດທະນາຖານຂໍ້ມູນກ່ຽວກັບຊຸມຊົນ, ກຳນົດລະຫັດປະຈຳຕົວ ແລະ ການຢັ້ງຢືນທາງເອເລັກໂຕນິກເພື່ອຮັບໃຊ້ການຫັນເປັນດີຈີຕອນແຫ່ງຊາດໄລຍະ 2022 – 2025, ວິໄສທັດຮອດປີ  2030 (ແຜນຮ່າງ 06), ເປັນປະທານກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ.

        ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແມ່ນຄຳຮຽກຮ້ອງພາວະວິໄສ, ການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າຂອງ ຫວຽດນາມ; ຮຽກຮ້ອງການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນຕ້ອງຕິດພັນກັບການປະຕິບັດການ “ປະຕິວັດ” ກ່ຽວກັບການສັບຊ້ອນ, ປັບປຸງກົງຈັກໃຫ້ກະທັດລັດ; ຍູ້ແຮງການຫັນເປັນປະເທດດີຈີຕອນ; ຫຼຸດຜ່ອນ, ຫັນລະບຽບການບໍລິຫານເປັນງ່າຍດາຍ; ພັດທະນາພົນລະເມືອງດີຈີຕອນຢ່າງຮອບດ້ານ; ດ້ວຍຈິດໃຈປັບປຸງກົງຈັກກະທັດລັດ, ຖານຂໍ້ມູນເຊື່ອມຕໍ່, ການບໍລິຫານໂດຍອັດສະລິຍະ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສ້າງ ແລະ ຍື່ນປະກາດໃຊ້ໂຄງການແຫ່ງຊາດພັດທະນາເຕັກໂນໂລຢີ ແລະ ອຸດສາຫະກຳຍຸດທະສາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ອິນ​ເດຍ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນກ​ານ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຫວຽດ​ນາມ - ອິນ​ເດຍ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນກ​ານ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຕອນບ່າຍວັນທີ 17 ມີນາ, ຢູ່ New Delhi, ໃນຂອບເຂດການຢ້ຽມຢາມອິນເດຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍໄດ້ພົບປະກັບທ່ານປະທານສະພາຕ່ຳ ອິນເດຍ Om Birla.

Top