ຈີນ ແລະ ອາເມລິກາ ຕ້ອງເລືອກເອົາການໂອ້ລົມສົນທະນາແທນທີການສູ້ຢັນກັນ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດແທນທີ່ແກ້ງແຍ້ງກັນໂດຍໄຮ້ຜົນປະໂຫຍດ.
ທ່ານນາຍົກລັດຖະມົນຕີ ຈີນ Li Qiang ໃຫ້ການຕ້ອນຮັບທ່ານ Steve Daines ສະມາຊິກສະພາສູງ ອາເມລິກາ (ພາບ: THX/TTXVN)
ນີ້ແມ່ນຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຈີນ Li Qiang ໃນການຕ້ອນຮັບທ່ານ Steve Daines ສະມາຊິກສະພາສູງ ອາເມລິກາ ແລະ ນັກທຸລະກິດອາເມລິກາ ຈຳນວນໜຶ່ງໃນວັນທີ 23 ເມສາ ຢູ່ນອກເວທີປາໄສພັດທະນາຈີນ 2025 ທີ່ໄດ້ດຳເນີນຢູ່ນະຄອນຫຼວງປັກກິ່ງ, ປະເທດຈີນ. ຕາມທ່ານ Li Qiang ແລ້ວ, ການພົວພັນລະຫວ່າງ ຈີນ ແລະ ອາເມລິກາ ໄດ້ກ້າວໄປເຖິງບາດລ້ຽວທີ່ສຳຄັນ, ດັ່ງນັ້ນ ຈີນຫວັງວາ ອາເມລິກາ ຈະຮ່ວມມືກັບຈີນ ເພື່ອຊຸກຍູ້ການພັດທະນາເປັນປົກກະຕິ ແລະ ຍືນຍົງຂອງການພົວພັນສອງຝ່າຍ, ເພີ່ມທະວີການຮ່ວມມືເພື່ອແກ້ໄຂບັນດາບັນຫາຄືການຂາດດຸນການຄ້າ.
ທ່ານ Steve Daines ແມ່ນສະມາຊິກລັດຖະສະພາອາເມລິກາ ຄົນທຳອິດທີ່ໄປຢ້ຽມຢາມປັກກິ່ງນັບແຕ່ເວລາທ່ານປະທານາທິບໍດີ Donald Trump ຂຶ້ນກຳອຳນາດໃນເດືອນມັງກອນຜ່ານມາ. ການພົບປະໄດ້ດຳເນີນໃນສະພາບການການພົວພັນສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກຊຸດໂຊມລົງໃນເວລາມໍ່ໆມານີ້, ເມື່ອທ່ານປະທານາທິບໍດີ Donald Trump ຈັດວາງອັດຕາພາສີລະດັບສູງຕໍ່ສິນຄ້າຈີນ ເຊິ່ງນາບຂູ່ເຖິງແງ່ຫວັງການຄ້າຂອງ ຈີນ.
(ແຫຼ່ງຄັດຈາກ VOV)