ນັກຖ່າຍຮູບ Thomas Billhardt ແລະ “ພົບພໍ້ ຫວຽດນາມ”

ເພື່ອນມິດ ກັບ ຫວຽດນາມ

ນັກຖ່າຍຮູບ Thomas Billhardt ແລະ “ພົບພໍ້ ຫວຽດນາມ”

ບັນດາ​ຮູບ​ຖ່າຍ​ຂອງ​ນັກ​ຖ່າຍຮູບ ​ເຢຍລະ​ມັນ Thomas Billhardt ຖ່າຍກ່ຽວກັບ ຮ່າ​ໂນ້ຍ ​ໃນ​ຊຸມ​ປີ 1965 - 1975 ​ໄດ້ສ້າງ​ຊື່​ສຽງ​ໄປ​ທົ່ວ​ໂລກ. ຊົມຮູບ​ພາບ ​ຂອງ​ເພິ່ນ ຢູ່​ງານ​ວາງ​ສະ​ແດງ​ ໃນ​ຫົວ​ຂໍ້​  “ພົບພໍ້ ຫວຽດ​ນາມ” ຊຶ່ງຫາກໍ່ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ ໂຮ່ຈີ​ມິນ ໄດ້ເຮັດ​ໃຫ້​ຊາວ​ ຫວຽດນາມ ​ຮຸ້ນຕ່າງໆ ​ຮັກ​ແພງ​ ສັນຕິພາບ ​ໃນ​ທຸກ​ວັນນີ້.

ບັນດາ​ຮູບ​ຖ່າຍ​ຂອງ​ນັກ​ຖ່າຍຮູບ ​ເຢຍລະ​ມັນ Thomas Billhardt ຖ່າຍກ່ຽວກັບ ຮ່າ​ໂນ້ຍ ​ໃນ​ຊຸມ​ປີ 1965 - 1975 ​ໄດ້ສ້າງ​ຊື່​ສຽງ​ໄປ​ທົ່ວ​ໂລກ. ຊົມຮູບ​ພາບ ​ຂອງ​ເພິ່ນ ຢູ່​ງານ​ວາງ​ສະ​ແດງ​ ໃນ​ຫົວ​ຂໍ້​  “ພົບພໍ້ ຫວຽດ​ນາມ” ຊຶ່ງຫາກໍ່ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ ໂຮ່ຈີ​ມິນ ໄດ້ເຮັດ​ໃຫ້​ຊາວ​ ຫວຽດນາມ ​ຮຸ້ນຕ່າງໆ ​ຮັກ​ແພງ​ ສັນຕິພາບ ​ໃນ​ທຸກ​ວັນນີ້.

ນັກຖ່າຍຮູບ Thomas Billhardt ທີ່ງານວາງສະແດງຮູບພາບ “ພົບພໍ້ ຫວຽດ​ນາມ” ຢູ່ນະຄອນ ໂຮ່ຈີມິນ. ພາບ: ເອກະສານ

ນັກຖ່າຍຮູບ Thomas Billhardt ເກີດເມື່ອປີ 1937 ຢູ່ ນະຄອນ Chemnitz, ເຢຍລະມັນ. ເພິ່ນເປັນທ່ີຍອມຮັບວ່າ ເປັນນັກຖ່າຍຮູບເອກະສານ ທີ່ໂດດເດັ່ນທີ່ສຸດ ຂອງ ຍຸກສາທາລະນະລັດ ປະຊາທິ ປະໄຕ ເຢຍລະມັນ. ບັນດາຮູບ​ພາບ​ຂອງ​ເພິ່ນ​ໄດ້​ມີ​ການ​ປະ​ກອບ​ສ່ວນສຳ​ຄັນ​ ເພື່ອ​ສະ​ແດງ​ໃຫ້​ໂລກ​ເຫັນ​ເຖິງ​ ຄວາມ​ໂຫດຮ້າຍ​ຂອງ​ສົງ​ຄາມ​ ຫວຽດ​ນາມ (1965 - 1975).

ໃນ​ຊຸມ​ປີ​ ຮ້າຍ​ແຮງ​ທີ່​ສຸດ​ ຂອງ​ສົງ​ຄາມ​ຕ້ານ ​ອາ​ເມ​ລິ​ກາ ​ຢູ່​ ຫວຽດ​ນາມ, ລະ​ເບີດ​ໄດ້​ກະ​ແຈກ​ກະ​ຈາຍ​ຢູ່​ທົ່ວ​ສະ​ໜາມ​ຮົບ​ ຈາກ​ເໜືອເຖິງ​ໃຕ້. ທ່ານ Thomas Billhardt ​ໄດ້​ມາ​ ຫວຽດນາມ ເຖິງ 7 ຄັ້ງ ​ແລະ ບັນດາ​ຮູບ​ພາບ​ ທີ່​ຖ່າຍ​ໃນ​ໄລຍະ​ນີ້ ​ໄດ້​ລົງ​ພິມ​ໃນ​ວາລະສານ​ກ່ຽວກັບ ຮູບພາບຫຼາຍ​ສະບັບ​ ດ້ວຍ​ບັນດາຄວາມໝາຍເຫດ ​ຕ້ານ​ສົງ ຄາມ​ຄື: ນັກ​ບິນ​ໃນ​ຊຸດ​ນອນ pyjama” (1968), “ຄວາມປາດຖະ ໜາ ສັນຕິພາບ: ຫວຽດນາມ” (1973), “ຮ່າໂນ້ຍ - ວັນກ່ອນ ສັນຕິ ພາບ” (1973) ແລະ “ບັນດາໃບໜ້າ ຂອງ ຫວຽດນາມ” (1978).


ຊາວ ຫວຽດນາມ ໃນໄລຍະສົງຄາມ ໄດ້ຖືກຖ່າຍ ໂດຍ Thomas ເປັນທໍາມະຊາດຫຼາຍ. ​ນັ້ນແມ່ນ​ຮູບ​ເດັກນ້ອຍ​ສີ່​ຄົນ ​ນັ່ງ​ຢູ່​ໃຕ້ຂຸມ​ຫຼົບ​ລະ​ເບີດ, ​ຮອຍຍິ້ມ ກອງຫຼອນຍິງ​, ເດັກນ້ອຍ ຂີ່​ລົດສາມລໍ້​ຖີບ, ເດັກ​ຊາຍ​ເປືອຍຕົວ​ອາບ​ນ້ຳ​ເທິງແມ່​ນ້ຳ, ທະຫານ ​ຫວຽດນາມ ​ຖື​ປືນ​ເທິງບ່າ, ຖະໜົນຫົນທາງຖືກທຳລາຍຢ່າງໜັກໜ່ວງ ຈາກສົງຄາມ... ທັງໝົດສິ່ງເຫຼົ່ານີ້ ລ້ວນແຕ່ສວຍງາມ, ລຽບງ່າຍ ແລະ ອ່ອນໂຍນ, ສະ ທ້ອນເຖິງທັດສະນະໃນແງ່ດີ ແລະ ຄວາມອົງອາດກ້າແກ່ນຂອງຊາວ ຫວຽດນາມ ທີ່ປະເຊີນໜ້າ ກັບສົງຄາມ.

ກັບມາ ຫວຽດນາມ ໃນ​ປີ 2023, ນັກຖ່າຍຮູບ Thomas Billhardt ເຖິງ​ວ່າ​ອາຍຸຈະ​ສູງ ​ກໍ່ຕາມ, ​ແຕ່​ເພິ່ນຍັງ​ມີ​ຄວາມ​ຄ່ອງ​ແຄ້ວ ​ແລະ ​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ​ ໃນ​ການ​ເຂົ້າ​ຮ່ວມ​ງານພົບປະສົນທະນາ​ກັບ​ປະຊາຊົນ​ ຮ່າ​ໂນ້ຍ. ​ເບິ່ງ​ຄື​ວ່າ ​ເມື່ອ​ເວົ້າ​ເຖິງ ​ຫວຽດນາມ, ​ໂດຍ​ອ້າງ​ເຖິງ​ບັນດາ​ຮູບ​ພາບ​ປະຫວັດສາດ​ຂອງ​ ຮ່າ​ໂນ້ຍ ​ໃນ​ຊຸມ​ປີ 1965 - 1975, ນັກ​ຖ່າຍຮູບ​ Thomas Billhardt ເບິ່ງ​ຄື​ວ່າ “​ມີໄຟ”. ທ່ານ Thomas Billhardt ແບ່ງປັນວ່າ: ຂ້າພະເຈົ້າໄດ້ ມາ ຮ່າໂນ້ຍ 7 ຄັ້ງ ໃນຍາມທີ່ມືດມົນທີ່ສຸດ ແຕ່ປີ 1967 1975. ນະຄອນຖືກທຳລາຍ ຢ່າງໜັກໜ່ວງ ແລະ ປະຊາຊົນ ຮູ້ສຶກຢ້ານກົວຫຼາຍ. ມື້​ນີ້, ເມື່ອ​ກັບ​ຄືນ​ມາຍັງ ຮ່າ​ໂນ້ຍ, ຂ້າ​ພະ​ເຈົ້າ​ເຫັນ​ນະ​ຄອນ​ ຮ່າ​ໂນ້ຍ ​ພວມພັດທະ ນາຢ່າງແຂງແຮງ, ປະ​ຊາ​ຊົນ​ ເປີດ​ອົກ​ເປີດ​ໃຈ, ມີ​ຄວາມເຊື່ອ​ໝັ້ນ ແລະ ມີ​ນ້ຳ​ໃຈ​ຮັກ​ແຂກແພງຄົນ”.

 


ນັກຖ່າຍຮູບ Thomas Billhardt ໃຫ້​ຮູ້​ວ່າ: “ໜຶ່ງໃນ​ບັນດາ​ຮູບ​ຖ່າຍ​ທຳ​ອິດ​ທີ່​ໄດ້​ຖ່າຍ​ຢູ່​ ຫວຽດນາມ ​ແມ່ນ​ຮູບ​ພາບ​ທີ່​ປະ​ທັບ​ໃຈ​ທີ່​ສຸດ. ຕອນ​ໄປ​ຮອດ ​ຮ່າ​ໂນ້ຍ ​ຄັ້ງ​ທຳ​ອິດ​, ມີ​ສຽງສັນຍານເຕືອນໄພ ຈາກການ​ໂຈມ​ຕີ​ທາງ​ອາກາດ​ ຂອງ​ ອາ​ເມ​ລິ​ກາ ​ແລະ ທັນ​ໃດ​ນັ້ນ ທຸກ​ຄົນ​ຢູ່​ຕາມ​ຖະໜົນ​ຫົນທາງ​ທີ່​ແອ​ອັດ​ ຂອງ​ ຮ່າ​ໂນ້ຍ ຫາຍ​ເຂົ້າໄປ​ໃນບ່ອນ​ ລີ້​ໄພ. ຫຼັງ​ຈາກ​ສຽງສັນຍານເຕືອນໄພ ຈົບລົງ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເດັກ​ໆ ​​ເປີດຜາຂຸມຫຼົບໄພອອກ​ ແລະ ຂ້າ​ພະ​ເຈົ້າ​ໄດ້​ຖ່າຍຮູບ​ເດັກ​ຊາຍ​ທັງ​ສີ່​ຄົນ”. ຮູບພາບເດັກຊາຍສີ່ຄົນ ທີ່ມີຕາສີດໍາໃຫຍ່, ສົດ ໃສ ໄດ້ເຮັດໃຫ້ຮູບໃບນັ້ນ ກາຍເປັນ ຮູບຖ່າຍປະຫວັດສາດ ຂອງ ທ່ານ Thomas Billhardt.





ບັນດາຜົນງານການປະດິດແຕ່ງທີ່ຕິດພັນກັບ Thomas Billhardt ຢູ່ ຫວຽດນາມ. ພາບ: ເອກະສານ

 ປັດຈຸ​ບັນ, ​ເຖິງ​ວ່າ​ ສົງຄາມ​ຢູ່ ຫວຽດນາມ ​ໄດ້​ສິ້ນ​ສຸດ​ລົງ​ເປັນ​ເວລາ 30 ກວ່າ​ປີ​ແລ້ວ​ກໍ່ຕາມ, ​ແຕ່​ຄວາມ​ຮູ້ສຶກ​ຂອງ ນັກຖ່າຍຮູບThomas Billhardt ກ່ຽວ​ກັບ ຮ່າ​ໂນ້ຍ ຍັງ​ຄົງ​ຢູ່​ຄື​ກັບ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງຂອງ​ເພິ່ນ​ ຕໍ່​ຜືນດິນແຫ່ງ​ນີ້. ທ່ານ Thomas Billhardt ​ຈະຍັງ ພົບພໍ້ ຫວຽດ​ນາມໃນ​ງານ​ວາງ​ສະ​ແດງ​ຮູບ​ພາບເຊິ່ງໄດ້ຈັດຂຶ້ນ​ຢູ່ ເຫວ້ ໃນ​ເດືອນ​ ພຶດ​ສະ​ພາ​ ທີ່​ຈະ​ມາ​ເຖິງ.

ໃນປີ 2020, ບໍລິສັດ ຫຍ໊ານາມ ໄດ້ສົມທົບກັບສະຖາບັນ Goethe ຫວຽດນາມ ຈັດພິມປຶ້ມຮູບຖ່າຍ ທີ່ມີຊື່ວ່າ ຮ່າໂນ້ຍ 1967 - 1975” ແລະ ວາງສະແດງຢູ່ ຮ່າໂນ້ຍ. ປີ 2023, ສະຖາບັນ Goethe - ຫວຽດນາມ ໄດ້ວາງສະແດງຮູບຖ່າຍຂອງ ນັກຖ່າຍຮູບ Thomas Billhardt ຢູ່ນະຄອນ ໂຮ່ຈີມິນ ໃນຫົວຂໍ້ ພົບພໍ້ ຫວຽດນາມ”.

 ບົດ: VNP/ບິກເວິນ - ພາບ: ແຄ໋ງລອງ, ເອກະສານ - ແປໂດຍ: ຢືຟຽນ

Joseph Kingsley Entsuah-ຜູ້ລະດົມກຳລັງໃຈ ຮຽນພາສາ ອັງກິດ ໃຫ້ນັກຮຽນ ຫວຽດນາມ

Joseph Kingsley Entsuah-ຜູ້ລະດົມກຳລັງໃຈ ຮຽນພາສາ ອັງກິດ ໃຫ້ນັກຮຽນ ຫວຽດນາມ

Joseph Kingsley Entsuah (ຊາວ ການາ) ຖືກເອີ້ນດ້ວຍ ຄວາມ ຮັກວ່າ “ຄູສອນ ພະລັງງານ” ໂດຍນັກຮຽນ ຢູ່ໂຮງຮຽນ ນາໆ ຊາດ Maya. ເພິ່ນມີຄວາມດຸໝັ່ນ, ອ່ອນໂຍນ ແລະ ມີທັກສະການ ສອນພາສາ ອັງກິດ ທີ່ດີເລີດກັບນັກຮຽນ. ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ຂອງ​ເພິ່ນ​ ແມ່ນ​ລະດົມ​ກຳລັງ​ໃຈ​ ໃຫ້​ນັກ​ຮຽນ ຫວຽດນາມ ຕັ້ງໜ້າ​ຮ່ຳຮຽນ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເປັນ​ເຈົ້າ​ການ​ພາສາ ​ອັງ ກິດ ​ແລະ ​ເປີດ​ປະຕູ​ແຫ່ງຄວາມຮູ້ກັບບັນດາ​ເພື່ອນ​ມິດສາ​ກົນ.

Top