• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໂອ້​ລົ​ມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump

ຕອນຄ່ຳວັນທີ 04 ເມສາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບສາຍພົວພັນ ຫວຽດນາມ - ອາເມລິກາ. ເຂົ້າຮ່ວມການໂອ້ລົມທາງໂທລະສັບດັ່ງກ່າວ ມີທ່ານນາຍົກລັດຖະມົນຕີ ລັດຖະບານ ຫວຽດນາມ ຟ້າມມິງຈິງ.
ທ່ານເລຂາທິການໃຫຍ່ ໂຕເລິມ ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: TTXVN)

ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງການແລກປ່ຽນ, ໃນນັ້ນ ການນຳສອງທ່ານຢັ້ງຢືນຄວາມປາດຖະໜາສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ການນຳສອງທ່ານກໍຕີລາຄາວ່າ ການພົວພັນລະຫວ່າງສອງປະເທດພວມພັດທະນາຢ່າງດີງາມໃນບັນດາຂົງເຂດ.

        ກ່ຽວກັບການພົວພັນສອງຝ່າຍ, ການນຳສອງທ່ານກໍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການເພື່ອສືບຕໍ່ຊຸກຍູ້ການພົວພັນແລກປ່ຽນການຄ້າ, ໃນນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນກັບຝ່າຍ ອາເມລິກາ ເພື່ອຫຼຸດອັດຕາພາສີນຳເຂົ້າລົງເປັນ 0% ສຳລັບສິນຄ້ານຳເຂົ້າຈາກ ອາເມລິກາ, ພ້ອມທັງສະເໜີໃຫ້ ອາເມລິກາ ໝູນໃຊ້ອັດຕາພາສີທີ່ຄ້າຍຄືກັນກັບສິນຄ້ານຳເຂົ້າຈາກ ຫວຽດນາມ. ຫວຽດນາມ ສືບຕໍ່ນຳເຂົ້າຫຼາຍປະເພດສິນຄ້າຈາກ ອາເມລິກາ ເຊິ່ງ ຫວຽດນາມ ມີຄວາມຕ້ອງການ ແລະ ສົ່ງເສີມ, ອຳນວຍຄວາມສະດວກເພື່ອໃຫ້ບັນດາບໍລິສັດຈາກ ອາເມລິກາ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ຫຼາຍກວ່າອີກ. ການນຳສອງທ່ານກໍຢັ້ງຢືນ ຈະພ້ອມກັນແລກປ່ຽນເພື່ອລົງນາມໃນຂໍ້ຕົກລົງສອງຝ່າຍລະຫວ່າງສອງປະເທດໂດຍກົວ ເພື່ອຫັນບັນດາຄຳໝັ້ນສັນຍາດັ່ງກ່າວເປັນລະອຽດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເຊື່ອມ​ໂຍງ​ເພື່ອ​ທຽບ​ທັນ, ​ພ້ອມ​ກັນກ້າວ​ເດີນ ແລະ ບືນ​ຕົວ​ຂຶ້ນ, ແຕ່​ບໍ່​ແມ່ນ​ການ​ປະ​ຕິ​ບັດ​ດ້ວຍ​ທຸກວິ​ທີ​ທາງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເຊື່ອມ​ໂຍງ​ເພື່ອ​ທຽບ​ທັນ, ​ພ້ອມ​ກັນກ້າວ​ເດີນ ແລະ ບືນ​ຕົວ​ຂຶ້ນ, ແຕ່​ບໍ່​ແມ່ນ​ການ​ປະ​ຕິ​ບັດ​ດ້ວຍ​ທຸກວິ​ທີ​ທາງ

ຕອນບ່າຍວັນທີ 08 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີປະກາດດັດຊະນີຕີລາຄາໝາກຜົນການປະຕິບັດບັນດາສັນຍາການຄ້າເສລີ (FTA Index) ຂອງບັນດາທ້ອງຖິ່ນໃນປີ 2024. ເຫດການດັ່ງກ່າວໄດ້ຈັດຂຶ້ນແບບເຊິ່ງໜ້າສົມທົບກັບທາງໄກເຊື່ອມຕໍ່ກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.

Top