ທາງທ້ອງຖິ່ນສູ້ຊົນເພີ່ມລະດັບຄວາມໄວໃນການເຕີບໂຕຍອດຜະລິດຕະພັນພາຍໃນທ້ອງຖິ່ນ (GRDP) ໃນປີ 2025 ໃຫ້ບັນລຸສອງຕົວເລກ; ປະຕິບັດສຳເລັດ ແລະ ລື່ນກາຍບັນດາຄາດໝາຍໃນມະຕິໂດຍກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ XX, ອາຍຸການ 2020 – 2025 ວາງອອກ
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)
ຕອນເຊົ້າວັນທີ 16 ມັງກອນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ນຳໜ້າຄະນະປະຕິບັດງານ ສູນກາງພັກລົງຢ້ຽມຢາມ ແລະ ເຮັດວຽກກັບຄະນະບໍລິຫານງານອົງຄະນະພັກແຂວງນາມດິ້ງ ກ່ຽວກັບໝາກຜົນຂອງການປະຕິບັດໜ້າທີ່ 2024, ທິດທາງ, ໜ້າທີ່ຈຸດສຸມໃນປີ 2025. ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ໂຕເລິມ ຮຽກຮ້ອງ, ທາງທ້ອງຖິ່ນສູ້ຊົນເພີ່ມລະດັບຄວາມໄວໃນການເຕີບໂຕຍອດຜະລິດຕະພັນພາຍໃນທ້ອງຖິ່ນ (GRDP) ໃນປີ 2025 ໃຫ້ບັນລຸສອງຕົວເລກ; ປະຕິບັດສຳເລັດ ແລະ ລື່ນກາຍບັນດາຄາດໝາຍໃນມະຕິໂດຍກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ XX, ອາຍຸການ 2020 – 2025 ວາງອອກ. ໃນໄລຍະຈະມາເຖິງ, ທາງແຂວງສືບຕໍ່ປະຕິບັດເປັນຢ່າງດີ ແລະ ລະດົມ ທົ່ວລະບົບການເມືອງ ແລະ ປະຊາຊົນເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ຍົກລະດັບສູງ, ເປັນແບບຢ່າງທີ່ດີ. ທ່ານ ເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:
ຂ້າພະເຈົ້າສະເໜີທາງແຂວງສືບຕໍ່ຍົກສູງບົດບາດຊີ້ນຳນຳພາຂອງພັກ, ປ່ຽນແປງໃໝ່ວິທີການນຳພາເພື່ອໃຫ້ບັນດາແຜນນະໂຍບາຍມະຕິຂອງພັກ ລົງຮອດຂັ້ນຮາກຖານ, ໄປເຖິງໜ່ວຍພັກ ແລະ ສະມາຊິກພັກແຕ່ລະຄົນ. ໄປຄຽງຄູ່ກັນນັ້ນ, ຕ້ອງຜັນຂະຫຍາຍຄຳສັ່ງເລກທີ 35 ຂອງກົມການເມືອງກ່ຽວກັບກອງປະຊຸມໃຫຍ່ຂອງພັກທຸກຂັ້ນຢ່າງສຸດຂີດ ມຸ່ງໄປເຖິງກອງປະຊຸມໃຫຍ່ຂອງພັກທົ່ວປະເທດຄັ້ງທີ XIV, ນີ້ແມ່ນໜ້າທີ່ຈຸດສຸມມີຄວາມໝາຍສຳຄັນທີ່ສຸດໃນປີນີ້.
(ແຫຼ່ງຄັດຈາກ VOV)